ປະຫວັດຕ່າງໆ

แสดงเพิ่มเติม

ນີ້ແມ່ນຖານພຣະປະທານໃນສິມ ວັດສີລະຄອນ

 

ນີ້ແມ່ນຖານພຣະປະທານໃນສິມ ວັດສີລະຄອນ, ແຖວບຶງຂະຫຍອງ ປະຈຸບັນຍັງເຫລືອພຣະເຄິ່ງອົງຍັງມີຢູ່ ໃນເດີນສຳນັກງານ ສານປະຊາຊົນສູງສຸດ ເຊິ່ງເປັນວັດສຸດທ້າຍ ທີ່ຕິດກັບກຳແພງຂອງຕົວເມືອງວຽງຈັນຊັ້ນໃນເກົ່າ ທິດໃຕ້ ແມ່ນກົງກັນຂ້າມ ກັບ ວັດຄຳລຽນ ຫຼື ວ່າ ວັດຂາມຫລ່ຽມ (ແຖວແຄມຂອງ ເຊິ່ງສັນນິຖານວ່າວັດນີ້ແມ່ນຢູ່ລະຫວ່າງ ສະຫະພັນແມ່ຍິງ ຫາ ໄມຕີຈິດເກົ່າ) ເຊີ່ງວັດເຫຼົ່ານີ້ທີ່ບໍ່ໄດ້ມີການບູລະນະຄືນ ຫລັງຈາກຖືກທຳລາຍຈາກສົງຄາມສະຫຍາມ ເຊິ່ງປະຈຸບັນບໍ່ມີແລ້ວ ເຫລືອແຕ່ຊື່.







ເມື່ອປີ ຄສ 1828 ເມືອງວຽງຈັນຖືກສັກດິນາສະຫຍາມ ເຂົ້າໂຈມຕີ ກວດລ້າງຜູ້ຄົນແລະຈູດເຜົາ ເມືອງວຽງຈັນກໍ່ເປັນເມືອງຮ້າງ ເປັນເວລາ 65 ປີ ພໍຕົກມາຮອດ ປີ ຄສ 1893 ຝຣັ່ງເສດກັບສະຫຍາມ ກໍ່ມາແບ່ງປັນເມືອງລາວກັນປົກຄອງ ຝຣັ່ງເສດປົກຄອງຝັ່ງຕາເວັນອອກຂອງແມ່ນ້ຳຂອງ ສ່ວນສະຫຍາມກໍ່ປົກຄອງຝັ່ງຕາເວັນຕົກຂອງແມ່ນ້ຳຂອງ ເມືອງວຽງຈັນ ເມື່ອຝຣັ່ງເສດມາປົກຄອງໃຫມ່ໆນັ້ນ ເປັນເມືອງຮ້າງ ບໍມີຜູ້ຄົນຢູ່ ປະຊາຊົນສ່ວນຫລາຍຈະຢູ່ເຂດນອກ ເພື່ອກໍ່ສ້າງບ່ອນຢູ່ອາໄສ ແລະຫ້ອງການ ຝຣັ່ງເສດ ຈຶ່ງໄດ້ນຳເອົາ ຄົນຫວຽດນາມພາກກາງ ເຂົ້າມາຢູ່ ປະມານ 30 ຄອບຄົວ ເມື່ອປີ ຄສ 1900 ປະກອບດ້ວຍ : ຊ່າງໄມ້ ຊ່າງກໍ່ ນາຍພາສາ ຄູ ສະໝຽນ ແລະຄົນຮັບໃຊ້ ແລະໄດ້ມີພໍ່ຄ້າຄົນຈີນ ປະມານ 10 ຄອບຄົວ ມາຕັ້ງເຮືອນຢູ່ແຖວແຄມຂອງ ຫນ້າວັດຈັນ ຈາກນັ້ນ ເມືອເຫັນວ່າບ້ານເມືອງມີຄວາມສະຫງົບດີແລ້ວ ຄົນວຽງຈັນທີ່ລົບຫນີ້ຈາກສົ່ງຄາມ ກໍ່ເລິ່ມທະຍອຍເຂົ້າມາວຽງຈັນ ໂດຍປູກເຮືອນຕູບໄມ້ໄຜ່ ມຸງດ້ວຍໄມ້ໄຜ່ລຽບຕາມແຄມຂອງຕັ້ງແຕ່ປາກປ່າສັກລົງມາຮອດທາຕຸຂາວ ຝຣັ່ງເສດໄດ້ແຕ່ງຕັ້ງ ເພຍ ສີ ສຸວັນນະວົງສາ ເປັນເຈົ້າເມືອງວຽງຈັນຄົນທຳອິດ ( 1893-1905 ) ເພື່ອຮັບໃຊ້ຝຣັ່ງເສດ ຕອນນັ້ນເທດສະບານເມືອງວຽງຈັນ ມີ 1 ຕາແສງ ເອິ້ນວ່າ : ຕາແສງເມືອງ ເຊິ່ງປະກອບດ້ວຍ 5 ບ້ານ ຄື : ບ້ານວັດຈັນ , ບ້ານຫາຍໂສກ, ບ້ານຊຽງຍືນ , ບ້ານເພຍວັດ ແລະ ບ້ານທາດຂາວ ພົນລະເມືອງທີ່ເຂົ້າມາຢູ່ໃນໄລຍະທຳອິດນັ້ນ ແມ່ນໄທພວນ ທີ່ມາຈາກລ່ອງນ້ຳງື່ມ ປະກອບດ້ວຍ : ( ຕະກຸນອິນທະວົງ ມາຢູ່ຄຸ້ມສີຖານ, ຕະກຸນສຸວັນນະວົງ ມາຢູ່ຄຸ້ມວັດຈັນ, ຕະກຸນຊະນະນິກອນ ມາຢູ່ຄຸ້ມເພຍວັດ ແລະຕະກຸນພົມມະວົງສາ ແລະອື່ນໆ...) ໄລຍະນີ້ຄົນວຽງຈັນເດິມ ທີ່ແຕກຫນີ້ໄປ ກໍ່ກັບຕ່າວຄືນມາຢູ່ອາໄສ ລວມປະຊາກອນໃນຄັ້ງນັ້ນມີ ປະມານ 1,800 ຄົນ. ຈາກນັ້ນມາໃນຍຸກປະມານປີ ຄສ 1930 ປະຊາຊົນລາວທີ່ແຕກຫນີຈາກສົ່ງຄາມແມ່ນໄດ້ເລີ່ມເຂົ້າມາຫລາຍຂຶ້ນແລ້ວ ກໍ່ໄດ້ມີການປະຕິສັງຂອນບ້ານເຮືອນ ແລະ ວັດວາອາຮາມ ຂຶ້ນຫລາຍໆວັດ ສ່ວນບາງວັດກໍ່ບໍ່ໄດ້ປະຕິສັງຂອນຄືນ ເນື່ອງດ້ວຍເປ່ເພຈົນບໍ່ສາມາດປົວແປງໄດ້ຄືນມາເປັນວັດໄດ້






















( ໃຜມີຂໍ້ມູນເພິ່ມຕື່ມ ຈາກບັນດາວັດຕ່າງໆທີ່ບໍ່ໄດ້ບູຣະນະຄືນ ແລະ ຢູ່ຈຸດໃດໃນປະຈຸບັນນີ້ ກໍ່ບອກກ່າວມາດ້ວຍເດີ ເພາະຈະເປັນປະໂຫຍດໃຫ້ແກ່ການສຶກສາຕໍ່ໄປ ເພາະຂໍ້ມູນທີ່ມີນີ້ອາດຈະມີຂໍ້ຕົກບົກຜ່ອງ ບໍ່ຄົບຖ້ວນ ...ກໍ່ອາດເປັນໄປໄດ້ ຈຶ່ງຂໍຄວາມກະຣຸນາກັບຜູ້ໄຝ່ຮູ້ ໄຝ່ຮຽນ ທັງຫລາຍຊ່ວຍປະກອບ ໃຫ້ສົມບູນຂຶ້ນດ້ວຍເດີ )


ความคิดเห็น