ປະຫວັດຕ່າງໆ

แสดงเพิ่มเติม

ພຣະທາດຫລວງ ສະໄໝຕົ້ນຝຣັ່ງເສດເຂົ້າມາເມືອງລາວ


ພຣະ­ທາດຫລວງ ໄດ້­ຖືກສ້າງ­ຂຶ້ນໃນ­ສັດຕະ­ວັດ­ທີ 3 ປະ­ມານ­ປີ ຄ.ສ 236 ໂດຍ­ການ­ນໍາ­ຂອງພຣະ­ຍາ ຈັນທະ­ບູລີ ປະ­ສິດ ທິສັກ ພ້ອມດ້ວຍພຣະ­ອໍຣະ­ຫັນ 5 ອົງ­ຄື: 1. ພຣະ­ມະ­ຫາ ຣັຕຕະ­ນະ­ເຖຣະ­ 2. ພຣະ­ມະ­ຫາ ຈຸນລະ­ລັຕຕະ­ນະ­ເຖຣະ­ 3.ພຣະ­ມະ­ຫາ ສຸວັນນະ­ປາ­ສາ­ທະ­ເຖຣະ­ 4. ພຣະ­ມະ­ຫາ ຈຸນລະ­ສຸວັນນະ­ປາ­ສາ­ທະ­ເຖຣະ­ 5. ພຣະ­ມະ­ຫາ ສັງຄະ­ວິຊາເຖຣະ­ ພຣະ­ອໍຣະ­ຫັນ­ທັງ 5 ອົງ­ນີ້ ແມ່ນພຣະ­ສົງ­ລາວ ເຊິ່ງໄດ້ໄປສຶກ­ສາ­ຢູ່­ທີ່­ລາ­ຊະ­ຄຶ ປະ­ເທດ­ອິນເດຍ ເມື່ອສໍາເລັດ­ການ­ສຶກ­ສາ ແລ້ວ ຈຶ່ງໄດ້­ກັບ­ມາ­ພ້ອມ­ທັງໄດ້­ອັນເຊີນ ພຣະ­ບໍຣົມ ມະ­ສາ­ຣິຣິກະ­ທາດ (ກະ­ດູກ­ຫົວເນົ່າ) ຂອງພຣະ­ພຸດທະ­ເຈົ້າມານໍາ. ເມື່ອ ເຖິງ ປະ­ເທດ­ລາວແລ້ວ ກໍໄດ້­ຊັກ­ຊວນພຣະ­ຍາ­ຈັນທະ­ບູລີ ປະ­ສິທິສັກ ຜູ້ຄອງເມືອງ­ວຽງ­ຈັນໃນສະ­ໄໝນັ້ນ ພ້ອມດ້ວຍ­ຣາ­ຊະ­ດອນ ເມືອງ­ວຽງ­ຈັນ ສ້າງພຣະ­ທາດ­ຂຶ້ນໜ່ວຍ­ໜຶ່ງ ສໍາ­ລັບ­ບັນ­ຈຸພຣະ­ບໍຣົມມະ­ສາ­ຣິຣິກະ­ທາດ­ນັ້ນ ໄວ້ເພື່ອເປັນບ່ອນ­ຂາບ­ສັກກະ­ຣະ­ບູ ຊາ­ພຣະ­ທາດ ໜ່ວຍ­ທີ່ພຣະ­ຍາ­ຈັນທະ­ບູລີ ແລະ­ ພຣະ­ອໍຣະ­ຫັນ 5 ອົງ­ນໍາ­ພາ­ສ້າງ­ຂຶ້ນ­ນັ້ນ ເປັນພຣະ­ທາດ­ທີ່­ກໍ່ດ້ວຍ­ຫີນ ມີຮູບ­ລັກສະ­ນະ­ເປັນ­ອຸບໂມງ ກວ້າງຂ້າງລະ­ 5 ວາ ໝາ 2 ວາ ລວງ­ສູງ 4 ວາ 3 ສອກ. 

  

 
ຕໍ່­ມາ­ພຣະ­ເຈົ້າໄຊຍະ­ເສດ­ຖາ­ທິລາດ ບໍຣົມມະ­ຂັດ­ຕິຍະ­ວົງ­ສາ­ທໍາມິກະ­ຣາດ ໄດ້ສ້າງພຣະ­ທາດໃຫຍ່ກວມພຣະ­ທາດນ້ອຍ ໃນ­ສັດຕະ­ວັດ­ທີ 16 ຈຸນລະ­ສັງ­ກາດ 928 ກົງ­ກັບ ພ.ສ 2109 ຄ.ສ 1566 ກໍ່ດ້ວຍ­ດິນ­ຈີ່ ແລະ­ ເມື່ອສ້າງເສັດແລ້ວໄດ້ໃສ່­ຊື່ພຣະ­ທາດ­ນີ້ວ່າ ເຈດີໂລກະ­ຈຸລະ­ມະ­ນີ ແຕ່­ຄົນສ່ວນຫລາຍ­ນິຍົມເອີ້ນວ່າ ພຣະ­ທາດຫລວງ ເພາະ­ວ່າມີພຣະ­ທາດໜ່ວຍ­ດຽວນີ້ ທີ່ໃຫຍ່­ທີ່­ສຸດໃນປະ­ເທດ­ລາວ ແລະ­ ໄດ້ສ້າງ­ທາດນ້ອຍໄວ້ເທິງເຕົ້າ­ທາດໃຫຍ່­ຖານ­ທີ 2 ອ້ອມ­ທັງ 4 ດ້ານ ລວມ­ທັງ­ໝົດ 30 ໜ່ວຍ ທາດນ້ອຍ 30 ໜ່ວຍ­ນີ້ເອີ້ນວ່າ ສັມມະ­ຕິງສະ­ປາ­ຣະ­ມີ ໃນ­ທາດນ້ອຍ 30 ໜ່ວຍ­ນີ້ ເພິ່ນໄດ້ເອົາ­ຄໍາມາ­ຫລໍ່ເປັນ­ຮູບ­ທາດນ້ອຍໄດ້ 30 ໜ່ວຍ ແຕ່ລະ­ໜ່ວຍ­ມີນ້ໍາ­ໜັກ 4 ບາດ­ຄໍາ ແລະ­ ເອົາ­ຄໍາ­ຈໍານວນ­ໜຶ່ງ­ມາ­ຕີແຜ່ ອອກເປັນ­ຮູບໃບ­ລານ ເອີ້ນວ່າ ໃບ­ລານ­ຄໍາ ໄດ້ 30 ແຜ່ນ ແລ້ວຂຽນ­ຄໍາ­ສອນເປັນ­ອັກ­ສອນ­ທັມ ໃສ່ໃບ­ລານ­ຄໍານັ້ນ­ທຸກໆ­ໃບ­ມີຂໍ້ຄວາມ­ດັ່ງ­ນີ້: ເຍ ທັມ­ມາ ເຫຕຸບປະ­ພະ­ວາ ເຕສັງ ເຫຕຸງ ຕະ­ຖາ­ຄະ­ໂຕ ເຕສັນຈະ­ໂຍ ນິໂລໂທຈະ­ ເອວັງ­ວາ ທິ ມະ­ຫາ­ສະ­ມະ­ໂນ ແປວ່າ:ທັມ­ທັງຫລາຍເຫລົ່າໃດ ມີເຫດເປັນ­ທີ່ເກີດພຣະ­ຕະ­ຖາ­ຄົດ ສະ­ແດງເຫດ­ຂອງ­ທັມເຫລົ່ານັ້ນ ແລະ­ ຕ້ອງໄດ້­ດັບເຫດ­ຂອງ­ທັມເຫລົ່ານັ້ນດ້ວຍ ເມື່ອຂຽນແລ້ວ ກໍເອົາໃບ­ລານ­ຄໍານັ້ນ­ລົງ­ຮອງ ໄວ້ໃນ­ພື້ນ­ທາດນ້ອຍ­ທັງ 30 ໜ່ວຍ ການສ້າງ­ທາດນ້ອຍໄວ້­ນີ້ ແມ່ນ­ມີຄວາມ ໝາຍໃຫ້­ຮູ້ວ່າ ຜູ້­ທີ່­ບັນ­ຈຸເປັນພຣະ­ສັມ­ມາ­ສັມ­ພຸດທະ­ເຈົ້າ ຈະ­ຕ້ອງໄດ້ສ້າງ­ສົມ­ຄຸນ­ງາມ­ຄວາມ­ດີໃຫ້ເຖິງ 30 ປະ­ການ ຕັ້ງແຕ່­ທານະ­ປາ­ຣະ­ມີ ເປັນ­ຕົ້ນ­ຈົນເຖິງ ອຸເປກ­ຂາ ປາ­ຣະ­ມັດຖະ­ປາ­ຣະ­ມີ ເປັນປະ­ຣິໂຍ­ສານ. 



  ທາດ­ຄໍາ ແລະ­ ໃບ­ລານ­ຄໍາ ທີ່ກ່າວມານັ້ນ­ດຽວນີ້­ບໍ່­ຍັງແລ້ວ ເພາະ­ພວກ­ກອງໂຈນ­ຫໍ້ໄດ້­ຂຸດ­ຄົ້ນເອົາໄປໝົດ ໃນ­ຄັ້ງ­ທີ່ເຂົາໄດ້ ເຂົ້າມາ­ຮຸກ­ຮານປະ­ເທດ­ລາວ, ທາງດ້ານ­ຕາເວັນ­ອອກ­ຫາ­ຕາເວັນ­ຕົກ ມີຄວາມ­ຍາວດ້ານລະ­ 69 ແມັດ ສ່ວນດ້ານ ເໜືອຫາດ້ານໃຕ້ ມີຄວາມ­ຍາວດ້ານລະ­ 68 ແມັດ ໃນ­ຖານ­ລຸ່ມ­ມີໃບ­ສີມາອ້ອມ­ທັງ 4 ດ້ານ ມີທັງຫມົດ 323 ໃບ ແລະ­ ພ້ອມ­ທັງ­ຫໍໄຫວ້ ທັງ 4 ດ້ານ ແຕ່ລະ­ຫໍໄຫວ້­ມີຂັ້ນໃດ­ຂຶ້ນໄປໄຫວ້­ທຸກ­ຫໍ ແຕຢູ່­ທາງ­ຫໍໄຫວ້ດ້ານ­ຕາເວັນ­ອອກ­ນັ້ນ ຢູ່­ພັກເທິງ ຖັດ­ຈາກ­ຫໍໄຫວ້­ຂຶ້ນໄປ ມີທາດນ້ອຍໜ່ວຍ­ໜຶ່ງ­ທີ່ປະ­ກອບດ້ວຍ­ລວດ­ລາຍຢ່າງ­ຈົບ­ງາມ ມີຫໍກວມໄວ້ສະ­ເພາະ­ ຫໍກວມ­ທີ່ວ່ານີ້ ປະ­ກອບດ້ວຍ­ລວດ­ລາຍຢ່າງ­ວິຈິດ ເປັນ­ການສະ­ແດງໃຫ້ເຫັນເຖິງ­ຄວາມ­ສີວິໄລຂອງ­ຍຸກສະ­ໄໝຢ່າງຈະ­ແຈ້ງ ຖານ­ທີສອງ­ຕໍ່ ຈາກ­ຖານ­ຫໍໄຫວ້­ຂຶ້ນໄປມີດ້ານລະ­ 46 ແມັດ ມີກາບ­ດອກ­ບົວໃຫຍ່ອ້ອມ­ຮອບ­ທັງ­ໝົດ ມີ 120 ກາບ ຢູ່­ປາຍ­ກາບ­ດອກ­ບົວເພິ່ນເຮັດເປັນ­ດູກູງ ຫລື ເສັ້ນ­ລວດເປັນ­ຂອບອ້ອມ­ທັງ 4 ດ້ານ ແລະ­ ຕັ້ງໃບ­ສີມ­ມາ ເທິງ­ດູກູງ­ນັ້ນ ໃບ­ສີມ­ມາໃນ­ຖານ­ນີ້­ມີທັງຫມົດ 228 ໃບ ໃນໃຈກາງ­ຂອງໃບ­ສີມ­ມາ­ທຸກໆ­ໃບ ເພິ່ນເຮັດເປັນໂກນ­ສໍາ­ຫລັບໃສ່ພຣະ­ພິມໃບລະ­ອົງ ໃນ­ຖານ­ນີ້ ເພິ່ນເຮັດປະ­ຕູໂຂງໄວ້ເພື່ອ ເກັບ­ຍອດປະ­ສາດ ຖັດໃບ­ສີມ­ມາເຂົ້າໄປມີທາງອ້ອມ­ຮອບ­ທາດ ຢູ່­ຕາມ­ທາງ­ນີ້ເອງ ເພິ່ນ­ກໍ່­ທາດນ້ອຍ­ລຽນໄປຕາມ­ທາງ­ມີຈໍານວນ 30 ໜ່ວຍ­ດັ່ງກ່າວແລ້ວ ຢູ່ເທິງ­ກາງເຕົ້າ­ທາດນ້ອຍ­ທັງ 30 ໜ່ວຍ­ນີ້ ເພິ່ນໄດ້­ຂຽນຫນັງ­ສືເປັນ­ອັກ­ສອນ­ທັມ ບອກ­ຊື່ແຕ່ລະ­ທາດໄວ້­ທຸກໆ­ໜ່ວຍ ຊື່ຂອງແຕ່ລະ­ທາດ­ນັ້ນ ກໍແມ່ນເອີ້ນ­ຕາມ­ປາ­ຣະ­ມີທັງ 30 ນັ້ນເອງ ຄື ຕັ້ງແຕ່­ທານະ­ປາ­ຣະ­ມີໄປຈົນ­ຄົບ 30 ທັດ­ພໍດີຖານ­ທີ 3 ແມ່ນ­ຖັດ­ຈາກ­ທານ­ປາ­ຣະ­ມີ 30 ຂຶ້ນໄປ ຖານ­ນີ້ກວ້າງດ້ານລະ­ 30 ແມັດ ເຕົ້າ­ຂອງ­ຖານ­ທີ 3 ນີ້ແມ່ນເປັນຫລັງເຕົ້າ ຫລື ຮູບໂອຂວ້ໍາ ມີລັກສະ­ນະ­ຄືກັບພຣະ­ທາດ­ຊານ­ຈີ (Sanchi)ຂອງພຣະ­ເຈົ້າອະ­ໂສກມະ­ຫາ­ຣາດໃນປະ­ເທດ­ອິນເດຍ ເທິງ­ຖານຫລັງເຕົ້າ ອັນເປັນ­ຖານ­ຕີນ­ຂອງ­ຍອດ­ທາດ­ນັ້ນ ມີຮູບເປັນ 4 ຫລ່ຽມ ອ້ອມດ້ວຍ­ກາບ­ດອກ­ບົວໃຫຍ່ ເຊິ່ງ­ມີປາຍ­ກາບ­ດອກ­ບົວບານ­ອອກ ຖັດ­ຈາກ­ດອກ­ບົວໄປເປັນເຕົ້າອີກເຕົ້າ­ໜຶ່ງ ຈຶ່ງ­ມີພັກເປັນ­ຮູບໂອຂວ້ໍາ ໂອຫງາຍ­ຂຶ້ນເປັນ­ພັກເຕົ້າ­ສ້ວຍເຂົ້າອີກ ແລ້ວຈຶ່ງ­ມີແອວຂັນ ຖັດ­ຈາກແອວຂັນໄປເປັນເຕົ້າ­ຈອມ­ທາດ ເຕົ້ານີ້ແມ່ນ­ມີຮູບເປັນ 4 ຫລ່ຽມເຫວີຂຶ້ນເທິງໜ້ອຍ ໜຶ່ງ ຕໍ່­ຈາກເຕົ້ານີ້ ບູຮານເອີ້ນວ່າ " ເຈດີດົ້ວດວງ­ປີພົ້ນ­ພຸ່ງ " ຢູ່ເທິງ­ດວງ­ປີຈຶ່ງແມ່ນເສດຕະ­ສັດ­ອັ>ໝາຍເຫດ: ຕົ້ນແບບ­ຂອງ­ການສ້າງພຣະ­ທາດຫລວງໄດ້­ມາ­ຈາກພຣະ­ທາດ­ຊານ­ຈີທີ່ປະ­ເທດ­ອິນເດຍເຊິ່ງເປັນ­ທາດ­ທີສ້າງ­ຂື້ນ­ພາຍຫລັງ­ທີ່ພຣະ­ພຸດທະ­ເຈົ້າ­ປະ­ຣິນິພພານໄປແລ້ວສອງ­ສາມ­ຮອ້ຍ­ກວ່າ­ປີ. 



      ປະ­ຫວັດພຣະ­ທາດ­ຊານ­ຈີ ຊານ­ຈີເປັນ­ຣັຖທີ່­ຕັ້ງ­ຢູ່ໃນ­ມັດທະ­ຍົມປະ­ເທດ(ພາກ­ກາງ­ຂອງ­ອິນເດຍ), ເປັນ­ຣັຖທີ່­ມີຊື່­ສຽງລະ­ດັບໂລກກ່ຽວກັບເຈດີ ກຸຕິວິຫາ­ຣ ວັດ­ວາອາ­ຮາມພ້ອມ­ດວ້ຍ­ສີລາ­ຈາ­ລຶກ­ທີ່ຍ້ອນ­ຍຸກໄປເຖິງ­ສັດຕະ­ວັດ­ທີ ໓ ກ່ອນຄຣິຕສັກ­ຣາ­ຊ ເຖິງຄຣິດ­ສັດຕະ­ວັດ­ທີ່ ໑໒. 

   ພຣະ­ທາດ­ທີ່­ມີຊື່­ສຽງ­ທີ່­ສຸດໃນ­ບັນ­ດາ­ທາດຕ່າງໆ­ນັ້ນແມ່ນ ພຣະ­ທາດ­ຊານ­ຈີ ເຊິ່ງ­ຖືກສ້າງ­ຂື້ນພຣະ­ເຈົ້າ­ຈັກ­ພັດອະ­ໂສກແຫ່ງ­ຣາ­ຊວົງ­ມູຣະ­ຍັນ Mauryan ເຊິ່ງໃນ­ຕອນ­ນັ້ນພຣະ­ອົງໄດ້­ປົກ­ຄອງ ແຄ້ວນ­ອຸດເຊນີ Ujjaini. ຕໍ່­ມາ­ພຣະ­ຣາ­ຊທິດາ ແລະ­ ພຣະ­ຣາ­ຊບຸຕ ຂອງພຣະ­ອົງ ມີນາມວ່າ­ສັງຄະ­ມິຕຣາ ແລະ­ ມະ­ຫິນທຣາໄດ້­ຖືກ­ສົ່ງໄປປະ­ເທດ­ສີລັງ­ກາ ເພື່ອເຜີຍແຜ່ພຣະ­ພຸດທະ­ສາດສະ­ໜາເຮັດໃຫ້ພຣະ­ຣາ­ຊາ ພຣະ­ຣາ­ຊີນີພ້ອມດ້ວຍປະ­ຊາ­ຣາ­ຊດອນ­ສີລັງ­ກາ­ຫັນ­ມານັບ­ຖືພຣະ­ພຸດທະ­ສາດສະ­ໜາ. 

    ສັນ­ຍາ­ລັກ­ຂອງພຣະ­ທາດ­ຊານ­ຈີ ໂຄງສ້າງ­ຂອງພຣະ­ທາດ­ຊານ­ຈີສະ­ທ້ອນໃຫ້ເຫັນເຖິງ­ຄວາມ­ຮັກ­ຂອງມະ­ນຸດ­ທີ່­ມີຕໍ່­ທໍາມະ­ຊາດ ສິ່ງ­ທີ່­ພົບເຫັນ­ຢູ່ເລື້ອຍໆ­ກໍ່­ຄືດອກ­ບົວເຊິ່ງເປັນ­ດອກໄມ້ເຊິ່ງ­ມີຄວາມ­ໝາຍ­ພິເສດ. ດອກ­ບົວເກີດ­ຂື້ນໃນໂຄນ­ຕົມ ໃນ­ພື້ນ­ໜອງນ້ໍາ­ຫລືໃນແມ່ນ້ໍາ ແຕ່ຜະ­ລິດ­ດອກ­ສີຂາວທີ່­ງົດ­ງາມ. ຊາວພຸດເຊື່ອກັນວ່າ ມະ­ນຸດ­ສາມາດເອົາ­ຕົນ ໃຫ້ຫລຸດ­ພົ້ນ ອອກ­ຈາກ­ຊາກ­ຂີ້­ຕົມ­ຂອງ­ວັດ­ຖຸນິຍົມ ສູ່ແສງສະ­ຫວ່າງແຫ່ງ­ດວງ­ອາ­ທິດ (ດວງ­ປັນ­ຍາ­ທີ່­ບໍ່ເປັນ­ທາດ­ວັດ­ຖຸນິຍົມ). ພາບປະ­ດັບ­ທີ່­ມີຢູ່­ຊຸ້ມປະ­ຕູຍັງໄດ້ລວມເອົາ­ຮູບ­ພາບ ຂອງ­ຕົ້ນໄມ້­ທີ່ເປັນເພດ­ຍິງ ແລະ­ ເພດ­ຊາຍເອົາໄວ້­ອີກ. ຕົ້ນໄມ້­ທີ່ເພດ­ອິຖີເພດເປັນ­ສັນ­ຍາ­ລັກ ຂອງ­ຄວາມ­ອຸດົມ­ສົມ­ບູນ ແລະ­ ເປັນ­ຕົ້ນໄມ້­ທີ່ໃຫ້ດອກ­ອອກ­ຜົນຢ່າງ­ດົກ­ໜາ. ຕົ້ນໄມ້­ດັ່ງກ່າວ ໄດ້­ຖືກ­ຊົມໃຊ້ໂດຍ­ຊາວພຸດເພື່ອເປັນ­ສັນ­ຍາ­ລັກແຫ່ງ­ການຕ້ອນ­ຮັບຢູ່ຊຸ້ມປະ­ຕູ
ຂໍ້ມູນຈາກ :  Art and culture of laos

ความคิดเห็น