ປະຫວັດຕ່າງໆ

แสดงเพิ่มเติม

ນ້ຳຕົກຕາດສົມພະມິດ ຫລື ຫລີ່ຜີ (ເມືອງໂຂງ ແຂວງຈໍາປາສັກ)



ນໍ້າຕົກຕາດສົມພະມິດ ເປັນນໍ້າຕົກຕາດທີ່ຂຶ້ນຊື່ລືນາມ ຮອງຈາກນໍ້າຕົກຕາດຄອນພະເພັງ ຕັ້ງຢູ່ທິດຕາເວັນຕົກຂອງດອນຄອນ ຫຼື ບ້ານຄອນໃຕ້, ຫ່າງຈາກຂົວຂ້າມແມ່ນ້ຳຂອງເສັ້ນທາງລົດໄຟປະມານ 700 ແມັດ, ເມື່ອແຂກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ມາສຳພັດດ້ວຍຕາຕົນເອງແລ້ວໃຜກໍ່ສາມາດເວົ້າອອກມາວ່າ"ສົມຄຳເຫຼົ່າລືແທ້ໆທັງນີ້ຍ້ອນວ່າທຳມະຊາດນ້ຳຕົກຕາດແຫ່ງນີ້ມີຄວາມ
ສວຍງາມຊົມແລ້ວເບື່ອບໍເປັນທັງລະດູແລ້ງ ແລະ ລະດູຝົນ ຊື່ "ສົມພະມິດ"ນີ້ມີຕຳນານໄດ້ກ່າວໄວ້ວ່າແມ່ນພຣະມະປາສາມັນນໍາຫາຍາກໂດຍສ້າງວັດວາອາຮາມ ແລະ ເປັນເຈົ້າອາວາດວັດແຫ່ງນີ້ ຕໍ່ມາພຣະມາຫາປາສາມັນ ໄດ້ໄປສ້າງສຳນັກວິປັດສະນາກຳມະຖານ ຢູ່ດ້ານເທິງນ້ຳຕົກຕາດ ເພິ່ນເອີ້ນວ່າ: ວັດດອນຄອນເມື່ອສ້າງສຳເລັດແລ້ວພຣະມະຫາປາສະມັນໄດ້ໄປນຳເອົາພຣະພຸດທະຮູບອົງສັກສິດມາຈາກນະຄອນທົມ(ນະຄອນພະນົມ
ໃນປະຈຸບັນ)ຫວັງຈະນຳມາປະດິດສະຖານໄວ້ທີ່ສຳນັກວິປັດສະນາກຳມະຖານເພື່ອເປັນທ່ີກາບໄຫວ້ຂອງເທວະດາແລະມະນຸດທັງຫຼາຍເມື່ອມາເຖິງຝ່ັງນ້ຳຍາດໂຍມໄດ້ຄາດເຮືອ3ລໍາຕິດກັນແລ້ວນຳພຣະພຸດທະຮູບຂຶ້ນໃສ່ຂ້າມມາໃສ່ສຳນັກວິປັດສະນາກຳມະຖານໃກ້ຈະມາຮອດທ່າພະລານຫີນ ບ່ອນຈອດແລ້ວ;ບັງເອີນເຮືອໄດ້ໄຫຼລົງໃສ່ກະແສນ້ຳທີ່ເປັນພຸເປັນຂັນ,ເຮືອຈຶ່ງແຕກອອກຈາກກັນພຣະພຸດທະຮູບກໍຕົກລົງສູ່ພາກພື້ນນ້ຳເມ່ືອເຫັນເປັນເຊັ່ນນັ້ນພຣະມະຫາປາສະມັນຈິ່ງໄດ້ຕັກເຕືອນຍາດໂຍມວ່າອາດຕະມາຈະໄດ້ນັ່ງທຳການສະມາທິວິງວອນຂໍແຜ່ເມດຕາຂໍໃຫ້ພຣະພຸດທະຮູບພົ້ນຂຶ້ນມາຂໍໃຫ້ຍາດໂຍມຢ່າຮ້ອງເຮ,ນັ່ງພະນົມມືເປັນສະມາທິດ້ວຍກັນເພື່ອພຣະພຸດທະຮູບຍ້າຍເຂົ້າມາແຄມຕາຝ່ັງແລ້ວຈິ່ງໂຈມຂຶ້ນໃສ່ພະລານຫີນເມ່ືອກ່າວເຕືອນຍາດໂຍມແລ້ວພຣະມະຫາປາສະມັນກໍນັ່ງສະມາທິຕັ້ງສັດຍາທິຖານອາລາທະນານິມົນພຣະພຸດທະຮູບໄດ້ຜຸດຂຶ້ນແລ້ວເຂົ້າສູ່ຝັ່ງເຖິງແຄມທັນໃດນັ້ນ
ພຣະພຸດທະຮູບກໍຜຸດຂຶ້ນສູ່ໜ້ານ້ຳຍາດໂຍມແນມເຫັນດີໃຈຫຼາຍເລີຍພາກັນຮ້ອງຂຶ້ນວ່າ:ສາທຸພຣະພຸດທະຮູບກໍຈົມລົງຄືນພຣະມະຫາປາສະມັນກໍໄດ້ເຕືອນຍາດໂຍມເປັນຄັ້ງທີ 2ວ່າເມ່ືອພຣະພຸດຮູບພຸດຂຶ້ນເທິງໜ້ານ້ຳແລະເຂົ້າສູ່ຝັ່ງເຖິງແຄມແລ້ວຍາດໂຍມໂຈມຂຶ້ນສູ່ພະລານຫີນແລ້ວຈິ່ງປາກເວົ້າໄດ້ພຣະມະຫາປາສາມັນໄດ້ເຂົ້ານັ່ງສາມາທິວິງວອນ ຂໍຄວາມເມດຕາໃຫ້ພຣະພຸດທະຮູບຜຸດຂຶ້ນມາເປັນເທ່ືອທີ2ທັນໃດນັ້ນພຣະພຸດທະຮູບກໍຜຸດຂຶ້ນມາແລ້ວຍັບຍ້າຍເຂົ້າແຖ່ນພະລານຫີນຍາດໂຍມໂຈມເອົາຜັກຂຶ້ນຫວິດຈາກໜ້ານ້ຳພໍພຽງຄືບໜຶ່ງຍາດໂຍມຢູ່ທາງດ້ານເທິງພະລານຫີນກໍຮ້ອງຂຶ້ນວ່າ "ຊ້າເຝີ" ໝົດທຸກຄົນກໍຮັບຄຳວ່າ:"ຊ້າ!"ພຣະພຸດທະຮູບກໍໜັກລົງຫຼຸດມືຍາດໂຍມ, ຜິກຈົມລົງຄືນພຣະມະຫາປາສະມັນນັ່ງສະມາທິອີກພຣະພຸດທະຮູບກໍບໍ່ຜຸດຂຶ້ນອີກກໍເລີຍບໍ່ໄດ້ພຣະພຸດທະຮູບມາປະດິດສະຖານຢູ່ສຳນັກວິປັດສະນາກຳມະຖານດ້ວຍເຫດນີ້ຈຶ່ງໄດ້ໃສ່ຊື່ແຫຼ່ງທ່ອງທ່ຽວແຫ່ງນີ້ວ່າ "ສົມພຣະມິດ" ແປວ່າ: ສົມພຣະເສຍຍ້ອນບໍ່ຟັງຄຳເຕືອນສ່ວນຊື່ "ຄັນຫຼີ່ຜີ" ຫຼື "ຫຼີ່ຜີ" ຫຼາຍທ່ານ ກໍ່ເຂົ້າໃຈວ່າແມ່ນນ້ຳຕົກຕາດຄອນພະເພັງ ແລະ ອີກຫຼາຍທ່ານກໍເຂົ້າໃຈແມ່ນນ້ຳຕົກຕາດສົມພະມິດ ແລະ ມີຄວາມແປ ແລະ ນຶກຄິດຕາມຈິດສຳນຶກໃຜລາວຄວາມເປັນຈິງແລ້ວ ຄັນຫຼີ່ຜີ ຫຼື ຫຼີ່ຜີນີ້ ແມ່ນນໍ້າຕົກຕາດເຫວ,ຄອນທັງຫຼາຍນັບແຕ່ນ້ຳແຄມຕາດຄອນພະເພັງຈົນເຖິງຄອນຝັ່ງທີ່ຕິດກັບດິນແດນຢູ່ກຳປູເຈຍ ໃນພູມສາດແຫ່ງຊາດໄດ້ກ່າວໄວ້ວ່າ"ສາຍພູເຫຼັກຍາວຢຽດຂວາງກັ້ນແມ່ນ້ຳຕອນໃຕ້ຂອງປະເທດ ເຊິ່ງມີຄວາມຍາວປະມານ 15 - 20 ກິໂລແມັດ" ສາຍພູເຫຼັກ ດັ່ງກ່າວຂ້າງເທິງນີ້ ເຖົ້າແກ່ບູຮານໄດ້ຂະໝາມນາມວ່າ ຫຼີ່ຜີ ແປວ່າ ຄັນຕັນເອົາຊາກສົບຄົນຕາຍ.

ແຫລ່ງ: ອົງການພັດທະນາການທ່ອງທ່ຽວ

ความคิดเห็น