ປະຫວັດຕ່າງໆ

แสดงเพิ่มเติม

ວັດພຣະທາດດອນແກ້ວ


ວັດພຣະທາດດອນແກ້ວ
ວັດພຣະທາດດອນແກ້ວ ແຂວງວຽງຈັນ ສະຖານທີ່ທ່ອງທ່ຽວວັດທະນະທຳ ພຣະທາດດອນແກ້ວ ຕັ້ງຢູ່ໃຈກາງຂອງ ບ້ານໂພນທາ, ບ້ານນາເຫຼົ່າ ແລະ ບ້ານນາທອງ, ເມືອງໂພນໂຮງ, ແຂວງວຽງຈັນ, ຫ່າງຈາກສຳນັກງານປົກຄອງ ເມືອງໂພນໂຮງ ປະມານ 0,7 ກິໂລ ແມັດ. ວັດພຣະທາດດອນແກ້ວ ແມ່ນບູຮານສະຖານແຫ່ງໜຶ່ງ ເຊິ່ງສ້າງຂຶ້ນ ປະມານ 400 ກ່ວາປີ ເພິ່ນສັນນິຖານວ່າ ພຣະທາດນ້ອຍດອນແກ້ວ ຫລື ອຸບມຸງດອນແກ້ວ ຖືກສ້າງຂຶ້ນ ພ້ອມກັບອຸບມຸງ ພຣະທາດຫລວງວຽງຈັນ, ພຣະທາດດັ່ງກ່າວ ມີລັກສະນະຄ້າຍຄື ພຣະທາດຫຼວງວຽງຈັນ, ພ້ອມກັນນັ້ນ ກໍ່ໄດ້ສະເຫຼີມສະຫຼອງ, ເຮັດບຸນປະເພນີຂຶ້ນ ໃນມື້ອອກໃໝ່ 15 ຄ່ຳເດືອນ 3 ເພັງ (ເດືອນສາມລາວ) ແລະ ກໍ່ໄດ້ກຳນົດເອົາມື້ດັ່ງກ່າວ ເປັນມື້ສະເຫຼີມສະຫຼອງ ບຸນນະມັດສະການ ພຣະທາດ ດອນແກ້ວໃນທຸກໆປີ. 
ຮູບພາບໂດຍ : P.SITHIXAY






ความคิดเห็น