ປະຫວັດຕ່າງໆ

แสดงเพิ่มเติม

ວັດອາຮາມ ອຸຕະມະທານີ ນະຄອນຫຼວງພຣະບາງ ແຂວງ ຫຼວງພຣະບາງ


ວັດອາຮາມ ອຸຕະມະທານີ ນະຄອນຫຼວງພຣະບາງ ແຂວງ ຫຼວງພຣະບາງ ສ້າງຂື້ນໃນປີ 1822ໂດຍພະ ເຈົ້າມັງທະຕຸລາດ ວັດນີ້ແມ່ນຕັ້ງໃສ່ໃກ້ກັບສະຖານທີ່ທີ່ພຼະເຈົ້າຟ້າງຸ່ມ,ຜູ້ສ້າງຕັ້ງອານາຈັກລ້ານຊ້າງ ຊົງຕັ້ງ ຫໍເສື້ອເມືອງ (ຫໍປູ່ເຍີ ຍ່າເຍີ ຫລື ຫໍເທວະດາຫລວງ). 




 
    ວັດນີ້ມີຮູບຍັກທົດສະກັນ ແລະ ຫະນຸມານ ຢູ່ໜ້າວັດ. ໃນຣາຊະການພຼະເຈົ້າຟ້າງຸ່ມ ບ້ານອາຮາມ ຮຽກ ວ່າບ້ານຫໍເສື້ອເມືອງ ຄັນສ້າງວັດອາຮາມຂຶ້ນແລ້ວ ບ້ານຫໍເສື້ອເມືອງ ກໍ່ປ່ຽນຊື່ເປັນ ບ້ານອາຮາມ ຕາມຊື່ວັດ.

    ປະຫວັດທີ່ຄົນທັງຫລາຍບໍ່ຮູ້ຄື : ໃນປີ ຈສ 1237 ພະຍາພິໄຊ (ນາຍດິດ) ແມ່ທັບສະຫຍາມ ແລະ ເຈົ້າຣາຊວົງສຸວັນນະພົມມາແມ່ທັບລາວໄດ້ຍົກທັບຂຶ້ນໄປຕີຫໍ້ເກີດຳແຕກໜີຈາກເມືອງພວນ,ແມ່ທັບສະຫຍາມໄດ້ກວາດຕ້ອນເອົາຊາວພວນລົງມາຫລວງພະບາງວ່າຈະໃຫ້ລົງໄປບາງກອກ ເວລານັ້ນໂຣກອະຫະວາ ໄດ້ລະບາດຂຶ້ນທີ່ເມືອງພວນ ພຼະຊາບຸນມີຫົວຄູ ວັດ ເພຍວັດ ເມືອງ ຊຽງຂວາງ ກໍໄດ້ມານຳກອງທັບລາວ ຄັນມາເຖິງເມືອງ ຫລວງພະບາງ ເຈົ້າຣາຊວົງໄດ້ນິມົນໄປຢູ່ວັດອາຮາມ ຕໍ່ມາເຈົ້າມະຫາຊີວິດອຸ່ນຄຳໄດ້ຮົດສົງໃຫ້ເປັນສົມເດັດຣາຊຄູໂດຍສ້າງກຸດຕິເປັນຕຶກຊັ້ນດຽວໃສ່ຂ້າງວັດອາຮາມຄົນທັງຫລາຍຮຽກວ່າສົມເດັດຣາຊຄູໂຮງທັມ ຫລື ໂຮງຄຳ ຕໍ່ມາທ່ານໄດ້ສ້າງສີມນ້ອຍໃສ່ຫລັງວັດ ໃຫ້ຄືວັດເມືອງພວນ, ສ້າງຫໍໄຕຼໃສ່ກາງຫນອງ ແລະ ຮຽກວ່າຫນອງໄຕຼ.
ຂໍ້ມູນ ແລະ ຮູບພາບໂດຍ : Anousone Manisouk



 

ความคิดเห็น