ປະຫວັດຕ່າງໆ

แสดงเพิ่มเติม

ພຣະເຈົ້າອົງຕື້ ເມືອງສຸ້ຍ ແຂວງຊຽງຂວາງ

 

ພຣະເຈົ້າອົງຕື້ ເມືອງສຸ້ຍ ແຂວງຊຽງຂວາງ ເປັນພຣະພຸທທະຮູບທອງສຳຣິດແບບປາງມາຣະວິໄຊ ເປັນພຣະພຸດທະຮູບປາງນັ່ງໃນທ່ານັ່ງຂັດສະມາດ ຂາຂວາເຕັງຂາຊ້າຍ ພະຫັດ(ມື) ຊ້າຍຫງາຍໄວ້ເທິງພະເພົາ (ຕັກ) ພະຫັດຂວາຂວໍ້າໄວ້ເທິງຂາຂວາ ປາຍນິ້ວພະຫັດຊີ້ລົງພື້ນດີນ ພະກັນ(ຫູ) ຍາວ,ຮີມສົບໜາດ້ວຍຮູບແບບສິລະປະລ້ານຊ້າງ ແລະ ມີນ້ຳຫນັກຂອງທອງສຳຣິດຫລາຍຕື້ ເຊິ່ງມີຫນ້າຕັກ ອົງພຣະກວ້າງ 02 ແມັດ ສູງປະມານ 2.5 ແມັດ






( ຫົວຫນ່ວຍການນັບຂອງພາສາລາວວັດແທກນ້ຳຫນັກຂອງລາວບູຮານ ເຊັ່ນ :
- ສິບ 10
- ຮ້ອຍ 100
- ພັນ 1,000
- ໝື່ນ 10,000
- ແສນ 100,000
- ລ້ານ 1,000,000
- ໂກດ 10,000,000
- ກື 100,000,000
- ຕື້ 1,000,000,000
- ຕິ່ວ 10,000,000,000
- ຕົງ 10,000,000,000
- ອະສົງໄຂ ບໍ່ມີຫົວຫນ່ວຍນັບຕໍ່ໄປອີກ... )

* ພຣະພຸດທະຮູບອົງນີ້ເຊິ່ງເປັນຫນຶ່ງໃນບັນດາທີ່ພຣະເຈົ້າໄຊຍະເສດຖາທິຣາຊ ຊົງຮ່ວມກັບຣາຊດອນສ້າງຂຶ້ນ ຫລາຍອົງໃນສະໄຫມທີ່ພຣະອົງຍັງມີພຣະຊົນຊີບຢູ່ນັ້ນ ເຊິ່ງປະກອບໄປດ້ວຍ:

- ພຣະເຈົ້າອົງຕື້ ຂອງວັດອົງຕື້ ມະຫາວິຫາຣ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ .

- ພຣະເຈົ້າອົງຕື້ ຂອງວັດໂພນໄຊຍະເສດຖາທິຣາຊ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.

- ພຣະເຈົ້າອົງຕື້ ຂອງວັດສີຊົມພູ ອົງຕື້ນ້ຳໂມງ ທ່າບໍ່ ໜອງຄາຍ ປະເທດໄທ
- ພຣະເຈົ້າອົງຕື້ ຂອງວັດອົງຕື້ ທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ.

- ພຣະເຈົ້າອົງຕື້ ຂອງວັດ ສີຼບຸນເຮືອງ ໄຊຍະຣາມ ເມືອງຊຳເຫນືອ ແຂວງ ຫົວພັນ.

- ພຣະເຈົ້າອົງຕື້ ເມືອງສຸ້ຍ ແຂວງ ຊຽງຂວາງ ...



ความคิดเห็น