ປະຫວັດຕ່າງໆ

แสดงเพิ่มเติม

ປະຫວັດຫຍໍ້ຂອງພຣະເຈົ້າອົງແສນ

ປະຫວັດຫຍໍ້ຂອງພຣະເຈົ້າອົງແສນ ພຣະເຈົ້າອົງແສນ ມີຊື່ແທ້ວ່າ: ພຣະເຈົ້າມະຫາ ໄຊຍະມັງຄະລະບໍພິດ ສ້າງຂຶ້ນເມື່ອປີ ຈ.ສ 1076 (ພ.ສ 2257 ຄ.ສ 1714) ໃນສະໄໝພຣະມາຫາໄຊຍະເສດຖາທັມ ມິກະຣາຊາທິຣາຊທີ 2 (ເຈົ້າໄຊອົງເວ້) ເປັນຜູ້ສ້າງພຣະເຈົ້າອົງແສນນີ້ຂຶ້ນ ແລ້ວປະດິດສະຖານໄວ້ຢູ່ ວັດ ໜອງບອນ.       ຕາມສີລາຈາລຶກຈາກແທ່ນພຣະພຸດທະຮູບຈາລຶກໄວ້ວ່າ : ພຣະເຈົ້າອົງແສນ ແມ່ນໄດ້ສ້າງຂຶ້ນ ຄືເລີ່ມແຮ່ມ ແຕ່ວັນສຸກ ເປັນວັນທຸງໄຊ ວໍຣະດີຖີ ຂ້າງຂຶ້ນ 14 ຄ່ຳ ເດືອນ 6 ຖືກໜ່ວຍຣຶກຊື່ວ່າ ວິສາຂະຈຸນລະສັກກະລາດໄດ້ 1076 ຄ.ສ 1714ກອບດ້ວຍພົມມະນັກຂັດຕະຣຶກປົກກະຕິມາດແຫ່ງຈັນທະຄະຕິວັນນັ້ນອຸດົມດ້ວຍອຸດຕະມະຈິດວໍຣະມິດສາມັກຄີເປັນອັນໜຶ່ງອັນດຽວກັນພາຍໃຕ້ບໍຣົມ
ໂພທິສົມພານແຫ່ງສົມເດັດບໍຣົມມະບໍພິດພຣະມະຫາໄຊຍະເສດຖາທັມມິກະຣາຊາທິຣາຊຊົງເປັນມະຫາໄຊຍະຈັກກະພັດຜູ້ຍິ່ງໃຫຍ່ໃນພູມປະຖະພີແຜ່ນ

ດິນທັງໝົດຊົງໄພບູນດ້ວຍອຸພະໂຕສຸຊາດ ແລະ ເປັນທີ່ເພິ່ງຂອງປວງຣາຊະດອນທີ່ບໍຣິສຸດດ້ວຍກົດມົນທຽນຣາຊະສັນຕິ ວົງຊົງເປັນໜໍ່ໂພທິສັດຂັດຕິຍະພຸດທັງກູນອັນອຸດົມດ້ວຍປັນຍາຊົງເປັນສັດຕະບູລຸດສິຣິທັມມາທິຣາຊບໍຣົມມະນາດສະເຫວີຍຣາຊະສົມບັດ ໃນຣາຊະບູຣີອານາຈັກລ້ານຊ້າງຮຸ່ງເຮືອງດຸດດັ່ງມະຫານະຄອນພຣະພຣົມ 16 ຊັ້ນຊົງພຣະຍົດສິຣິທັມມາທິຣາຊ ບໍຣົມມະນາດຊາດສຸຣິຍະວົງອັນສູງສົ່ງ ຊົງມີພຣະປີຊາສຸຂຸມຄຳພີຣະພາບສາມາດອາດຫານຢ່າງຍິ່ງ ຊົງເປັນມະຫາບູລຸດທີ່ ສະຫຼາດສະແຫວງຫາຄຸນນະທັມອັນປະເສີດຄື:ປັນຍາຕັດສະຮູ້ໂພທິຍານຊົງເປັນອົງອັກຄະສາສະນູປະຖຳພຣະພຸດທະສາສະໜາເປັນເລີດຊົງເປັນອັກຄະ ວໍຣະມະຫາກະສັດຕາທິຣາຊປະກອບດ້ວຍໂສມມະນັດອະສັງຂາຣະຍານ(ພຣະນິບພ)ກຸສົນເຈຕະນາແລະສັດ ທະອັນໝັ້ນຄົງໃນວິຣະພຸດທະສາສະໜາເປັນຢ່າງຍິ່ງຈິ່ງສ້າງພຣະພຸດທະຮູບອົງນີ້ຊື່ວ່າພຣະເຈົ້າມະຫາໄຊຍະມັງຄະລະບໍພິດດ້ວຍ
ໂລຫະທອງແດງໜັກສອງລ້ານເຄິ່ງພຣະເຈົ້າອົງແສນເປັນພຣະພຸດທະຮູບປາງສະດຸ້ງມານໂດຍນາຍຊ່າງສີມືຄົນລາວສະໄໝອານາຈັກລາວລ້ານຊ້າງຕອນປາຍ ລັກສະນະຂອງພຣະມາຫາໄຊຍະມັງຄະລະບໍພິດ ( ພຣະເຈົ້າອົງແສນ )
1. ພຣະເກດ ມີລັກສະນະເໝືອນດອກບົວຈູມ ມີກີບຊ້ອນ. 
2. ເສັ້ນພຣະເກສາ ມີລັກສະນະຂອດກົ້ນຫອຍ.  
3. ພຣະຂະໜົງ(ຄີ້ວ) ກົ່ງເໝືອນຄັນທະນູ. 
4. ພຣະນາສິກ (ດັງ) ໂມ. 
5. ພຣະທະນູ(ຄາງ) ເປີ້ນ.  
6. ພຣະສໍ (ຄໍ) ເປັນປ້ອງ.  
7. ພຣະກັນ (ຫູ) ຍານລົງພຽງເຄິ່ງກາງພຣະສໍປ້ອງກາງ.  
8. ພຣະຫັດ (ແຂນ) ຍາວ.  
9. ພຣະວໍລະກາຍ ໄດ້ສັດສ່ວນຕາມພຣະພຸດທະລັກສະນະ.   
10. ພຣະຖັນ (ເຕົ້ານົມ) ເປັນຕຸ່ມໃຫຍ່.  
11. ຜ້າສັງຄາຕິ ຍາວປາຍຕັດ 4 ຫ່ຽມ ເກືອບຈຸສະບື.  
12. ນັ່ງຂັດສະມາທິຮາບ ພຣະບາດຊ້ອນພຣະບາດ

ความคิดเห็น