ປະຫວັດຕ່າງໆ

แสดงเพิ่มเติม

ວັດສີສະເກດ “ສະຕະສະຫັສສາຣາມ”

ວັດສີສະເກດ ສ້າງຂຶ້ນເມື່ອປີ ພສ 2361 ( ຄສ1818 ) ວັດນີ້ໃນອະດີດຕັ້ງຢູ່ຕິດກັບບໍລິເວນພຣະຣາດຊະວັງຫລວງດ້ານຕາເວັນ ອອກສ່ຽງເໜືອແລະຕັ້ງຢູ່ດ້ານໃນກຳແພງບູຮານວຽງຈັນຊັ້ນໃນປັດຈຸບັນນີ້ເບື້ອງທ່າຕິດກັບຖະໜົນສຸຸພານຸວົງເບື້ອງທົ່ງຕິດກັບທະນາຄານພັດທະນາອາຊີ ຫ່າງໄກຈາກແມ່ນ້ຳຂອງປະມານ 250 ແມັດ ວັດສີສະເກດນີ້ສ້າງໄດ້ 10 ປີ ກໍຖືກສົງຄາມພຣະນັ່ງເກົ້າເຈົ້າຢູ່ຫົວຣັດຊະການ ທີ IIອງກຸງຣັດຕະນະໂກສິນເຂົ້າມາຮຸກຮານແລະມ້າງເພທຳລາຍພ້ອມກັບການທຳລາຍນະຄອນຫລວງວຽງຈັນແຕ່ຫລັງສົງຄາມໄດ້ຜ່ານພົ້ນໄປປະຊາຊົນລາວກໍໄດ້ຟຶ້ນຟູວັດໃຫ້ຄືນດີດັ່ງເກົ່າໂດຍຮັກສາຮູບລັກສະນະການກໍ່ສ້າງເດີມໄວ້ທຸກຢ່າງ. 
    ໃນຕົ້ນສະຕະວັດທີ XIX ກົມມະລຽນມີຄວາມຍາວເບື້ອງລະ 55 ແມັດ ເສົາມີ 60 ຕົ້ນ ເສົາແຕ່ລະຕົ້ນຫ່າງກັນ 2.80 ແມັດ,ຫລັງຄາມຸງດ້ວຍດິນຂໍກົມມະລຽນສີ່ດ້ານນີ້ຈະມີມຸກຊຶ່ງເປັນປະຕູທາງເຂົ້າທັງສີ່ເບື້ອງ ສີໜ້າຂອງມຸກເຮັດດ້ວຍໄມ້ເນື້ອດີ ແກະສະລັກເປັນຮູບພຣະພຸດໂພທິສັດ ມີຮູບນົກ ແລະຮູບດອກໄມ້ຊະນິດຕ່າງໆ. 



  ສິມວັດສີສະເກດ ສະຕະສະຫັສສາຣາມ


ພຣະປະທານໃນສິມ ວັດສີສະເກດ ສະຕະສະຫັສສາຣາມ
                             
  ຫໍໄຕ ຂອງ ວັດສີສະເກດ ສະຕະສະຫັສສາຣາມ

ความคิดเห็น