ປະຫວັດຕ່າງໆ

แสดงเพิ่มเติม

ປະຫວັດ ຂອງ ສິມວັດ ອູບມູງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ

 















ປະຫວັດ ຂອງ ສິມວັດ ອູບມູງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ
ບ້ານ ອູບມູງ ບ້ານ ນາຄໍາ ປະຊາຊົນສອງບ້ານນີ້ ແມ່ນອົບພະຍົກກັບຄືນມາຈາກຈັງຫວັດ ປະຈີນບູລີ ປະເທດໄທ ໃນລະຫວ່າງປີ ຄສ 1896 ໄດ້ພາກັນມາຕັ້ງ ບ້ານ ອູບມູງ ບ້ານ ນາຄໍາ ແລະ ບ້ານໜອງປາໄນ ແຕ່ປະຊາຊົນສາມບ້ານນີ້ຍາມໃດກໍ່ບໍ່ໄດ້ລົດລະການນັບຖືສາດສະໜາ ດວ້ຍການເຊື່ອຖື ແລະ ຄວາມນັບຖືດັ່ງກ່າວເຖິ່ງແມ່ນວ່າຈະພົບກັບຄວາມຫຍຸ້ງຍາກກໍ່ຕາມພວກເພີ່ນກໍ່ໄດ້ເຕົ້າໂຮມກັນສ້າງວັດຂື້ນເພື່ອເປັນບ່ອນເຄົາຣົບສັກກະລະບູຊາເຖິງພຣະຣັດຕະນະໄຕຣ ແລະ ເຮັດໃຫ້ພຸດທະສາດສະໜາຈະເລີນຮຸ່ງເຮືອງຂື້ນຕາມຍຸກຕາມສະໃໝຕະຫຼອດມາ ການສ້າງພຸດທະສີມມາຂື້ນ ໃນວັດອູບມູງແຫ່ງນີ້ໄດ້ກໍ່ສ້າງຂື້ນເຖິງ 3 ຄັ້ງ
ສິມຫຼັງທີ 1
ສ້າງຂື້ນເມື່ອປີ ຄສ 1899 ເປັນສິມທີ່ປຸກດວ້ຍເສົາໄມ້ແກ່ນ ແອ້ມໄມ້ແປ້ນ ມຸງຫຼັງຄາດວ້ຍໄມ້ແປ້ນ ພື້ນຖົມດີນທໍາມະດາ ຫຼັງຈາກສ້າງສໍາເລັດເເລ້ວກໍ່ໄດ້ພ້ອມພຽງກັນໄປຂໍອາລາດທະນານິມົນເອົາອົງພຣະພຸດທະຮູບທອງ ພຣະປະທານ ນໍາຍາທ່ານ ພຣະຫຼັກຄໍາແກ້ວ ທີ່ ວັດສີສະເກດ “ສະຕະສະຫັສສາຣາມ” ມາປະດິດສະຖານ ໄວ້ເພື່ອເປັນທີ່ສັກກາລະບູຊາມາເຖິງປະຈຸບັນ.


ສິມຫຼັງທີ 2
ໃນເມື່ອບ້ານເມືອງມີຄວາມຈະເລີນຮຸ່ງເຮືອງຂື້ນປະຊາຊົນພາຍໃນບ້ານກໍ່ມີຄວາມອຸດົມສົມບູນ ຂື້ນພໍສົມຄວນບວກໃສ່ສິມຫຼັງທີ 1 ມີການຊຸດໂຊມລົງໃນປີ ພສ 2484 ຄສ 1941 ປະຊາຊົນບ້ານອູບມູງ ບ້ານ ນາຄໍາ ໄດ້ພ້ອມກັນມ້າງສິມຫຼັງເກົ່າອອກສ້າງສິມຫຼັງໃໝ່ຂື້ນແທນຊິ່ງມີຄວາມສວຍງາມແໜ້ນໜາ ສິມຫຼັງທີສອງສ້າງຂື້ນດວ້ຍເສົາກໍ່ດວ້ຍດີນຈີ່ຜາກໍ່ດວ້ຍດີນຈີ່ ໂຄງຫຼັງຄາໄມ້ແກ່ນ ມຸງຫຼັງຄາດວ້ຍດີນຂໍ ພື້ນຖົມດີນ ປູພື້ນ ດວ້ຍກະເບື້ອງດີນເຜົາ.


ສິມຫຼັງທີ 3
(ສິມທີ່ສ້າງຂື້ນໃນປະຈຸບັນ ) ໃນເມື່ອສິມຫຼັງເກົ່າໄດ້ມີການສ້ອມແປງຄັ້ງທີໜຶ່ງແລ້ວ ແລະ ກໍ່ມີການຊຸດໂຊມອີກ ເມື່ອສະພາບສິມຊຸດໂຊມລົງຫຼາຍ ພຣະອາຈານທອງຄໍາ ວິຈິດຕະທໍາໂມ ເຈົ້າອະທິການວັດອູບມູງ ຈຶ່ງເຊື້ອເຊີນເອົານາຍບ້ານເຖົ້າແກ່ຜູ້ຊົງຄຸນນະວຸດທິ ແນວໂຮມທັງສອງບ້ານມາປະຊຸມປຶກສາຫາລື ໃນທີ່ສຸດກໍ່ຕົກລົງເປັນເອກະພາບກັນວ່າຈະມ້າງສ່ວນທີ່ເປ້ເພນັ້ນອອກ ແລ້ວສ້ອມແປງປະຕິສັງຂອນຄືນໃໝ່ ເພື່ອຮັກສາຮູບຮ່າງ ແລະ ຂະໜາດເດີມນັ້ນໄວ້
ໃນເດືອນ ກຸມພາ ຄສ 2000 ໄດ້ທໍາການມ້າງສວ່ນເພພັງ ທີ່ຄາດຄະເນໄວ້ແຕ່ກໍ່ບໍ່ເປັນດັ່ງທີ່ຄາດໝາຍໄວ້ໃນເວລາຂື້ນມ້າງນັ້ນບ່ອນໃດກໍ່ຂຸໂຫຍ້ຍ ພຸພັງທັງໝົດ ເສົາກໍ່ ຝາກໍ່ທຸກຢ່າງພັງລົງ ໄມ້ໂຄງຫຼັງຄາກໍ່ໂດກ ທັງປວກກີນ ເມື່ອເປັນດັ່ງນັ້ນ ເຫັນວ່າຈະທໍາການສ້ອມແປງຄືນດັ່ງເດີມບໍ່ໄດ້ອີກແລ້ວ ຈໍາເປັນຕ້ອງໄດ້ມ້າງອອກໝົດ ປັບພືນໄໝ່ປຸກສ້າງໄໝ່.


ເມື່ອເຫັນດີເປັນເອກກະພາບກັນແລ້ວກໍ່ໄດ້ເຕົ້າໂຮມບັນດາກໍາມະການ ແລະ ທຸກພາກສວ່ນທີ່ກ່ຽວຂ້ອງ ໄດ້ນໍາລົດມາອານາໄມປັບພື້ນຄາດວ່າຈະປັບພື້ນອອ້ມຮັກສາສິມເກົ່າໄວ້ປຸກສິມໄໝ່ຂື້ນແທນ ແຕ່ໃນການປັບພື້ນນັ້ນຊອກຫາບີສິມເກົ່າບໍ່ເຫັນເປັນໜ້າດີນທໍາມະດາບໍ່ມີຈຸດໃດສາມາດສັນນິຖານໄວ້ວ່າເປັນບີສິມ ດັ່ງນັ້ນຈິ່ງຕົກລົງກັນນໍາລົດຈົກຊອກຫາບີສິມຈົນລົງເລີກເຖິງ 2 ແມັດກວ່າ ກວ້າງອອກຈົນກາຍຂອບເຂັດສິມເກົ່າຈຶ່ງພົບໝາກຂີ້ຫີນຢູ່ຈຸດ 4 ແຈ ຈໍານວນ 5 ກ້ອນ ໃຫ່ຍຂະໜາດໜວ່ຍໝາກພ້າວປອກແລ້ວ ເມື່ອສິມເກົ່າຮັກສາສະພາບຫຍັງໄວ້ບໍ່ໄດ້ ຈຶ່ງຈໍາເປັນຈິ່ງໄດ້ສາ້ງສິມໄໝ່ຂື້ນ ໃຫ້ແໜ້ນໜາຖາວອນກວ່າສິມເກົ່າເມື່ອຕົກລົງເອກະພາບກັນແລ້ວ ກໍ່ໄດ້ແຕ່ງຕັ້ງເຖົ້າແກ່ແນວໂຮມໄປກາບ ປືກສາຂໍຄວາມເຫັນນໍາ ຍາທ່ານ ພຣະອາຈານ ດຣ ວິຈິດ ສິງຫາຣາດ ປະທານອົງການພຸດທະສາດສະໜາ ສໍາພັນ ແຫ່ງປະເທດລາວ ວ່າສິມເກົ່າໄດ້ມ້າງແລ້ວຈະສ້ອມແປງຄືນບໍ່ໄດ້ຈໍາເປັນຕ້ອງໄດ້ປຸກສິມໄໝ່ຂື້ນແທນແຕ່ບ່ອນເກົ່າມັນຄັບແຄບຈະເຫັນສົມຄວນປຸກໃສ່ບ່ອນໃດ ! ຍາທ່ານ ພຣະອາຈານ ດຣ ວິຈິດ ສິງຫາຣາດ ໄດ້ຕົກລົງໃຫ້ປຸກຂື້ນກວມບ່ອນເກົ່າ ເມື່ອໄດ້ຄໍາຕອບຈາກເພີ່ນແລ້ວທາງຄະນະກໍາມະການກໍ່ໄດ້ປະຕິບັດຕາມ
ຕົກມາໃນເດືອນຍີ່(2) ປີມະໂລງ ພສ 2543 ກົງກັບວັນທີ 26 ທັນວາ ຄສ 2000 ສິມຫຼັງທີ 3 ກໍ່ຖືກວາງສີລາລຶກ ກໍ່ສ້າງຂື້ນເຊິ່ງມີຄວາມກວ້າງ 7 ແມັດ ຍາວ 20 ແມັດ ຂະໜາດຫ້ອງ 5 ຫ້ອງ ລວງສູງແຕ່ລະຖ້ານແອວຂັນຂື້ນຫາພື້ນສິມສູງ 2 ແມັດ ແຕ່ພື້ນສິມຂື້ນຫາເພດານສູງ 7 ແມັດ ແຕ່ເພດານຫາຫຼັງຄາສູງ 7 ແມັດ ຍອດຊໍ່ຟ້າສູງ 3 ແມັດ
ວາງຖ້ານກໍ່ສ້າງໂຕອາຄານ ດວ້ຍຊີມັງເສີມເຫຼັກ ກໍ່ຝາດວ້ຍດີນຈີ່ ກໍ່ຂະໜານກັນ 2 ກ້ອນ ໜາ 20 ຊັງຕີແມັດ ໂຄງຫຼັງຄາເປັນເຫັຼັກທັງໝົດມຸງຫຼັງຄາດວ້ຍດີນຂໍເຄືອບນໍ້າຍາ
ການກໍ່ສ້າງພຸດທະສີມມາວັດອູບມູງຊຶ່ງດໍາເນີນການກໍ່ສ້າງເປັນເວລາ 5 ປີ 11 ເດືອນ ກັບ 6 ມື້ ໄດ້ສໍາເລັດລົງໃນມື້ ອອກໄໝ່ 10 ຄໍ່າ ເດືອນຈຽງ(1) ປີຈໍ ພສ 2549 ກົງກັບວັນພະຫັດ ວັນທີ 30 ພະຈິກ (11 ) ຄສ 2006









































 

 



ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple























ความคิดเห็น