ປະຫວັດຕ່າງໆ

แสดงเพิ่มเติม

ພຣະເຈົ້າສິງຄຳ ເມືອງຫຼາ ແຂວງອຸດົມໄຊ

 




ພຣະເຈົ້າສິງຄຳ

ປະຫວັດຄວາມເປັນມາຂອງພຣະເຈົ້າສິງຄຳ
ພຣະເຈົ້າສິງຄຳອົງນີ້ໄດ້ຫຼໍ່ຂຶ້ນຢູ່ຫຼັງກາທະວີບ, ຕາມຕຳນານໄດ້ກ່າວໄວ້ວ່າປີພຸດທະສັກກະລາດໄດ້ໜຶ່ງຮ້ອຍປີ(100)
ພຣະເຈົ້າສິງຄຳ ໄດ້ປະກົດຢູ່ປະເທດລາວໃນປີ ພ.ສ 868 ພົບຢູ່ເຂດລ້ອງແມ່ນ້ຳພາກ ເມືອງ ຫຼາ ແຂວງອຸດົມໄຊ ໃນປີ ຄ.ສ 1355 ພຣະເຈົ້າສິງຄຳອົງນີ້້ເປັນໜຶ່ງໃນຫ້າຂອງພຣະພຸດທະຮູບທີ່ມີອຳນາດ ແລະ ເດັ່ນທີ່ສຸດທາງດ້ານພຸດທະສາສະໜາ ເຊິ່ງຫ້າພຣະພຸດທະຮູບດັ່ງກ່າວມີຄື:
1. ພຣະຄ້ອງ,
2. ພຣະຫີນ,
3.ພຣະນັກ,
4. ພຣະສຳລິດ,
5. ພຣະເຈົ້າສິງຄຳ
ມາຮອດສະຕະວັດທີ່ 14, ພຣະເຈົ້າສິງຄຳໄດ້ຖືກສົ່ງໄປຍັງ ເມືອງຊຽງຮຸ່ງ (ສິບສອງພັນນາ - ໄທລື້) ປະເທດຈີນໂດຍເຈົ້າຟ້າງຸ່ມ.

ຈຸດປະສົງແມ່ນເພື່ອສືບຕໍ່ຂະຫຍາຍສາດສະໜາ ແລະ ເສີມສ້າງຄວາມສັດທາໃຫ້ແກ່ບັນດາຊາວພຸດຢູ່ເຂດຫ່າງໄກດ້ວຍອານາຈັກຂອງພຣະອົງ.
ແຕ່ເມື່ອເຮືອທີ່ກຳລັງນຳສົ່ງພຣະເຈົ້າສິງຄຳຢູ່ນັ້ນໄດ້ຖືກທຳລາຍໃນ ທ່າມກາງການຕໍ່ສູ້ທີ່ຮຸ່ນແຮງຕາມລ້ອງແມ່ນ້ຳພາກ ແລະ ພຣະເຈົ້າສິງຄຳໄດ້ຈົມລົງໃນນ້ຳເປັນເວລາຍາວນານສົມຄວນ ຢູ່ລະຫວ່າງກາງຊາຍແດນຂອງເມືອງຫຼາ ແລະ ເມືອງຂວາ.

ຕໍ່ມາມີຄົນຢູ່ບ້ານຫາດນາງ, ເມືອງຂວາ ແຂວງ ຜົ້ງສາລີ ຊື່ວ່າທ້າວແສນສວາກ ໄດ້ຄວ່າງແຫລົງໄປໃນວັງເພື່ອຫາປາ ແຕ່ບັງເອີນກໍ່ພົບເຫັນພຣະພຸດທະຮູບທີ່ເປ່ງລັດສະໝີທີ່ສວຍງາມ, ຫຼັງຈາກນັ້ນເລື່ອງລາວຂອງພຣະພຸດທະຮູບດັ່ງກ່າວໄດ້ກາຍເປັນຂ່າວລືໄປທົ່ວບ້ານຕາມລອງນ້ຳພາກ ແລະ ບ້ານໄກ້ຄຽງຢູ່ເຂດເມືອງຫຼາ ແລະ
ເມືອງຂວາ.

ຫຼັງຈາກນັ້ນ ທັງຝ່າຍ ເມືອງຫຼາ ແລະ ເມືອງຂວາກໍ່ໄດ້ມາຊ່ວຍກັນດຶງພຣະເຈົ້າສິງຄຳອົງນີ້ຂຶ້ນ ແຕ່ເຮັດແນວໃດກໍ່ບໍ່ຂື້ນ ຈື່ງຕີຄ້ອງຮ້ອງປ່າວໄປທຸກໝູ່ບ້ານ ຍັງມີແຕ່ໜູ່ບ້ານໜຶ່ງຊື່ວ່າບ້ານລັນ ເປັນຊົນເຜົ່າກຶມມຸ ທາງຊາວເມືອງຫຼາຈຶ່ງໄດ້ສັ່ງໃຫ້ເອົາຊາວບ້ານດັ່ງກ່າວມາ ຊາວບ້ານກືມມຸ ຈື່ງໄດ້ຕົກລົງກັນດຶງເອົາຫຍ້າຄາຂຽວ, ເຟືອງເຂົ້າກຳ ແລະ ສາຍຝາຍດຳ, ຝາຍແດງຂອງແມ່ມ້າຍ 3 ຢ່າງນີ້ມາຟັ້ນເຂົ້າກັນຈົນໄດ້ 100 ວາ ຈື່ງພ້ອມກັນລົງມາເມືອງຂວາຕາມນັດໝາຍ ພໍໄປຮອດວັງຫອມແລ້ວເຂົາເຈົ້າກໍ່ພ້ອມກັນຍົກມືນົບໄວ້ ແລະ ອະທິຖານວ່າ ສາທຸເນີ ຂໍໃຫ້ເທວະບຸດ ເທວະດາ ຟ້າແທນ ນາຄາ ພຣະຍານາກ ຈົ່ງມາຊ່ວຍຟຸງ ໃຫ້ຜູ້ຂ້າດຶງເອົາພຣະພຸດທະອົງນີ້ໃຫ້ຂື້ນມາໄດ້ດ້ວຍເທີນ ແລ້ວກໍ່ເວົ້າເປັນພາສາກຶມມຸ ເຊິ່ງແປວ່າ : ລຸກເຢີ ລຸກຍອມເຟືອງຫຍ້າຄາ ລຸກຍອມເຟືອງເຂົ້າກຳ ເວົ້າແລ້ວ ຈື່ງໃຫ້ຄົນດຳລົງໄປໃນນ້ຳ ເອົາເຊືອກມັດໃສ່ຕົວພຣະພຸດທະຮູບແລ້ວກໍ່ພ້ອມກັນດຶງຂື້ນມາຢ່າງງ່າຍດາຍ ອັນເປັນທີ່ສ້າງຄວາມງຶດງໍອັດສະຈັນໃຫ້ແກ່ຄົນທັງຫຼາຍ

ພາຍຫຼັງທີ່ໄດ້ພຣະເຈົ້າສິງຄຳອົງນີ້ແລ້ວ ໃຜໆກໍ່ຢາກໄດ້ເອົາມາໄວ້ບູຊານົບໄຫວ້, ທັງສອງຝ່າຍເກີດມີຄວາມຂັດແຍ່ງກັນລະຫວ່າງເມືອງຂວາ ແລະ ເມືອງຫຼາ ເມື່ອເປັນແນວນັ້ນທັງສອງຝ່າຍຈຶ່ງໄດ້ຕົກລົງກັນສ່ຽງເອົາດ້ວຍບຸນ, ດ້ວຍວິທີອາລາດທະນາໂດຍເອົາພຣະພຸດທະຮູບອົງນີ້ເຂົ້າໃສ່ເຮືອແລ້ວອະທິຖານວ່າພຣະພຸດທະຮູບອົງນີ້ໄຫຼລົງໄປທາງໃຕ້ໃຫ້ເປັນຂອງເມືອງຂວາ (ຝ່າຍໃຕ້) ແລະ ຖ້າຫາກໄຫຼໄປທາງເໜືອໃຫ້ເປັນຂອງເມືອງຫຼາ (ຝ່າຍເໜືອ).

ພໍອະທິຖານແລ້ວກໍ່ປ່ອຍເຮືອສູ່ກາງວັງນ້ຳ, ແຕ່ໜ້າອັດສະຈັນ ເຮືອໄດ້ທວນກະແສນ້ຳຂຶ້ນເມືອທາງເໜືອຢ່າງໜ້າອັດສະຈັນ, ເມືອເປັນດັ່ງນັ້ນແລ້ວພຣະພຸດທະຮູບອົງນີ້ຈຶ່ງໄດ້ຕົກເປັນຂອງຝ່າຍເໜືອເມືອງຫຼາ.


ຫຼັງຈາກພຣະເຈົ້າສິງຄຳຕົກເປັນຂອງຝ່າຍເມືອງຫຼາແລ້ວ, ເຂົາເຈົ້າໄດ້ຫາມພຣະເຈົ້າສິງຄຳຂຶ້ນຕາມລ້ອງແມ່ນ້ຳພາກ ເພື່ອເຂົ້າສູ່ບ້ານ ແຕ່ມາຮອດແຄມຝັ່ງນ້ຳໃກ້ພູເຂົາຄວາຍ(ພູທີ່ວັດພຣະເຈົ້າສິງຄຳຕັ້ງຢູ່ປັດຈຸບັນນີ້) ພຣະເຈົ້າສິງຄຳອົງນີ້ ໄດ້ເກີດມີຄວາມໜັກຂຶ້ນຈົນຫາມ ແລະ ຍົກຂຶ້ນບໍ່ໄດ້.

ຫຼັງຈາກນັ້ນໄດ້ມີການທຳນາຍເບິ່ງໂດຍອີງໃສ່ຜົນການທຳນາຍ, ພຣະເຈົ້າສິງຄຳອົງນີ້ແມ່ນມີຄວາມຕ້ອງການທີ່ຈະສະຖິດ ແລະ ຕັ້ງຖິ່ນຖານຢູ່ພູເຂົາຄວາຍແຫ່ງນີ້, ສະນັ້ນ, ຊາວເມືອງຫຼາຈຶ່ງໄດ້ສ້າງວັດຂຶ້ນຢູ່ຈອມພູເຂົາຄວາຍ ແລະ ໄດ້ນຳເອົາພຣະເຈົ້າສິງຄຳອົງນີ້ໄປສະຖິດຢູ່ວັດດັ່ງກ່າວ.

ສະນັ້ນ,ຈຶ່ງເອີ້ນວ່າ: ວັດພຣະເຈົ້າສິງຄຳຈົນເຖິງປັດຈຸບັນນີ້.

ຂະໜາດຂອງພະເຈົ້າສິງຄຳ
- ໜ້າເອິກກວ້າງ : 54 ຊມ
- ລວງສູງ: 114 ຊມ
- ນ້ຳໜັກ: ປະມານ 200 ກມ (ບໍ່ໄດ້ສັ່ງຕົວຈິງ).......

ຂໍຂອບໃຈຂໍ້ມູນ ແລະ ຮູບພາບຈາກ : ວັດພຣະເຈົ້າສິງຄຳໄຊຍະຣາມ ເມືອງຫຼາ ແຂວງອຸດົມໄຊ

ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple

ความคิดเห็น