ປະຫວັດຕ່າງໆ

แสดงเพิ่มเติม

ວັດສີບຸນເຮືອງ ຫລວງພຣະບາງ

 


 ວັດສີບຸນເຮືອງ ຫລວງພຣະບາງ ຕາມປະຫວັດສາດ ຊາວບ້ານໄດ້ເລົ່າສືບຕໍ່ກັນມາວ່າ ພຣະອຸໂປສົດຫລືສິມ ຄົນຫລວງພຣະບາງເອິ້ນວ່າອາຮາມ ຂອງວັດສີບຸນເຮືອງສ້າງຂຶ້ນໂດຍ ຄົນຝຣັ່ງ ໃນປີ ຄ.ສ 1758 ໃນຣາຊະສະໄໝ ພຣະເຈົ້າໂຊຕິກະກຸມານ ມີຂະໜາດນ້ອຍ ເປັນສິລະປະ ແບບະຫລວງພຣະບາງ ໃນພຸທທະສັດຕະວັດທີ 24 ປະຈຸບັນຍັງບໍ່ໄດ້ຮັບການບູລະນະ ນອກຈາກປ່ອງຢ້ຽມ ທີ່ປ່ຽນແປງພຽງເລັກນ້ອຍ ພາຍໃນມີລິງລາຍພອກຄຳປິວຫລາຍຮູບແບບສີສັນງົດງາມ ສູນກາງຫລັງຄາປະດັບ ຊໍ່ຟ້າ 15 ຊັ້ນ ຄວາມໂດດເດັ່ນຂອງວັດນີ້ຈະຢູ່ທີ່ຕົວອາຮາມ(ສິມ) ຮູບຊົງຫລັງຄາແອ່ນຂະໜາດໃຫຍ່ ຊຶ່ງເປັນສິລະປະ ແບບຊຽງຂວາງ ທີ່ມີສີໜ້າລາຍນົກຍູງ ລິງລາຍດອກຮວງເຜິ້ງອັນອ່ອນຊ້ອຍ ແຂນນາງແບບດຽວກັບ ວັດຄີລີ ແລະ ຊຸ້ມປ່ອງຢ້ຽມ ແກະສະຫລັກ ເປັນຮູບພະຍານາກ.



 
Cr : EFEO & Anousone Phimphila
ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple

ความคิดเห็น