ປະຫວັດຕ່າງໆ

แสดงเพิ่มเติม

120 ວັດ ໃນສະໄໝ ພຣະເຈົ້າໄຊຍະເສດຖາ ເປັນຜູ້ປົກຄອງ ອານາຈັກລາວລ້ານຊ້າງ

120 ວັດ ໃນສະໄໝ ພຣະເຈົ້າໄຊຍະເສດຖາ ເປັນຜູ້ປົກຄອງ ອານາຈັກລາວລ້ານຊ້າງມີຢູ່ 4 ແຖວ ເຊິ່ງມື້ນີ້ ທາງ ລາວ Temple ຈະນໍາສະເໜີ ວັດທີ່ນອນຢູ່ໃນ ແຖວທີ 1 ນັບແຕ່ຕາເວັນຕົກ ໄປຫາຕາເວັນອອກ ລຽບຕາມແຄມຂອງໄປ : ມີ 
ວັດຊຽງຢືນ
 
1.ວັດຈັນທະບູຣີ ສຣີສັດຕະນາຄະນະຫຸຕຣ໌ 2.ວັດຊຽງຢືນ 3.ວັດກາງ (ແພພັງໄປໝົດແລ້ວ ແມ່ນບ່ອນໂຮງແຮມລ້ານຊ້າງດຽວນີ້ ປະຈຸບັນຍັງຄົງເຫຼືອແຕ່ຫໍພຣະ ແຕ່ປະຈຸບັນນີ້ຄົງຈະທຸບ ແລະ ຈະປຸກຫໍພຣະໃໝ່ແລ້ວ ໃນປີ 2020) 4.ວັດສີສຸມັງ (ແພພັງໄປໝົດແລ້ວ) 5.ວັດທາດສີ (ແພພັງໄປໝົດແລ້ວ) 6.ວັດເພຍວັດ ຈັນທະຣາຣາມ 7.ວັດສີພົມ (ພັງໝົດບ່ອນກົມການຢາປະຈຸບັນ) 8.ວັດທາດນ້ອຍ (ແພພັງໄປໝົດແລ້ວ) 9.ວັດພິດສະດານ (ແພພັງໄປໝົດແລ້ວ ຢູ່ບ່ອນໂຮງຮຽນທາດຂາວ ປະຈຸບັນນີ້) 10.ວັດທາດຂາວ 11.ວັດສາຄວນ ຫຼື ວັດສະຄວງ (ແພພັງໄປໝົດແລ້ວ) 12.ວັດຄໍາລຽນ ຫຼື ຂາມຫຼ່ຽມ (ແພພັງໄປໝົດແລ້ວ) ແລະ ອີກຈໍານວນໝື່ງບໍ່ທັນຄົ້ນພົບ 
ວັດກາງ (ພັງໝົດ ແມ່ນບ່ອນໂຮງແຮມລ້ານຊ້າງດຽວນີ້ ປະຈຸບັນຍັງຄົງເຫຼືອແຕ່ຫໍພຣະ ແຕ່ປະຈຸບັນນີ້ຄົງຈະທຸບ ແລະ ຈະປຸກຫໍພຣະໄໝ່ແລ້ວ ໃນປີ 2020)

ຮູບຂາວດຳຮູບພາບເກົ່າຂອງທີມງານຝຣັ່ງເສດມາຖ່າຍໄວ້ເມື່ອປະມານປີ 1957 ຂອງວັດເພຍວັດ ຈັນທະຣາຣາມ ເມືອງສີສັດຕະນາກ


(ສັນນິຖານວ່າ ວັດເພຍວັດ ແລະ ວັດສີພົມ ຄົງແມ່ນຊາວພວນສ້າງ ເພາະຊື່ວັດດັ່ງກ່າວ ຢູ່ເມືອງຄູນ ແຂວງຊຽງຂວາງ ມາແຕ່ກ່ອນແລ້ວ) ສ່ວນວັດທີ່ລອດຈາກການທໍາລາຍຂອງສັກດີນາສະຫຍາມ ມີພຽງວັດດຽວຄື : ວັດສີສະເກດ ວັດດັ່ງກ່າວນີ້ຍັງຮັກສາໄວ້ສິລະປະກໍາ ສະຖາປັດຕະຍະກໍາອັນງົດງາມ ແລະ ຮັ່ງມີແຫ່ງຍຸກອະລິຍະທັມ ສະໄໝອານາຈັກລາວລ້ານຊ້າງ ມາເຖິງປະຈຸບັນ
ສິມວັດສີສະເກດ

ວັດທີ່ເກົ່າແກ່ທີ່ສຸດໃນນະຄອນຫລວງວຽງຈັນ ແມ່ນວັດສີສະເກດ (ວັດແສນ) ,ວັດສີເມືອງ, ວັດຈັນ, ວັດກາງ, ວັດເພຍວັດ, ວັດອີນແປງ, ວັດອົງຕື້, ວັດພຣະໂພທິສະຣາຊ, ໃນເວລາແຫ່ຜາສາດເຜິ້ງໄປນະມັດສະການພຣະທາຕຸຫລວງທຸກໆປີ ເພີ່ນຈະມາເລີ່ມຕົ້ນຈາກວັດສີເມືອງ ໄປຫາພຣະທາຕຸຫລວງ ສຸດທ້າຍແຫ່ກັບມາວັດອົງຕື້ ຈິ່ງສຽ້ງສຸດ ເພາະວ່າແມ່ນວັດທີ່ເຈົ້າໄຊເສດຖາ ເປັນຜູ້ສ້າງ (ວັດກາງ ແມ່ນວັດທີ່ພຣະສັງຄະຣາຊ ປະທັບຢູ່) - ສ່ວນພະຣາຊວັງແມ່ນທີ່ປະທັບຂອງເຈົ້າແຜ່ນດີນ ຊຶ່ງມີຫໍຜາສາດຣາຊະວັງ ແລະ ຫໍໂຮງອັນງົດງາມນັ້ນ ແມ່ນມຸ່ນທະລາຍໄປໝົດ ບໍ່ເຫັນຮອດເສົາຂອງສິມ ຕາມການບັນທຶກຂອງນັກບູຮານວິທະຍາຂອງຝຣັ່ງ ໃຜ ໆ ກໍ່ຢັ້ງຢືນວ່າ ແມ່ນເຂດຫໍຄໍາໃນປະຈຸບັນ ທາງທິດເໜືອແມ່ນກວມເອົາສ່ວນໜຶ່ງຂອງກະຊວງຖະແຫຼ່ງຂ່າວ ແລະ ວັດທະນະທໍາ ທິດຕາເວັນອອກມີເຂດແດນຮອດວັດສີສະເກດ ແລະ ກວມເອົາຫໍພຣະແກ້ວ ຮອດຖະໜົນມະໂຫສົດ ທາງທິດໃຕ້ແມ່ນຕິດກັບແມ່ນໍ້າຂອງຂັ້ນພຽງຖະໜົນເທົ່ານັ້ນ ທິດຕາເວັນຕົກ ຕິດກັບແດນເຂດວັດກາງ ແລະ ໂຮງແຮມລ້ານຊ້າງປະຈຸບັນ. 
ວັດຈັນທະບູຣີ ສຣີສັດຕະນາຄະນະຫຸຕຣ໌

ວັດເພຍວັດ ຈັນທະຣາຣາມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ

ວັດທາດຂາວ ສັງຄາຣາມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ

ຫໍພຣະ ປະຈຸບັນວັດກາງ (ພັງໝົດ ແມ່ນບ່ອນໂຮງແຮມລ້ານຊ້າງດຽວນີ້ ປະຈຸບັນຍັງຄົງເຫຼືອແຕ່ຫໍພຣະ ແຕ່ປະຈຸບັນນີ້ຄົງຈະທຸບ ແລະ ຈະປຸກຫໍພຣະໄໝ່ແລ້ວ ໃນປີ 2020)

 (ຕາມປຶ້ມ ປະຫວັດສາດ ສິລະປະ ແລະ ສະຖາປັດຕະຍະກັມສີນລາວ ເຫລັ້ມ 1 ຂອງ ທ່ານ ບຸນເຮັງ ບົວສີແສງປະເສີດ ເວົ້າວ່າ ການສ້າງວັດ ໃນນະຄອນຫລວງວຽງຈັນ ສະໄໝອານາຈັກລ້ານຊ້າງນັ້ນ ແມ່ນສີມືຂອງ 2 ສະກຸນຊ່າງ ສະກຸນຊ່າງວຽງຈັນ ແລະ ສະກຸນຊ່າງຫລວງພຣະບາງ ເວົ້າລວມໄດ້ສັງເກດເຫັນວ່າ ສະກຸນຊ່າງວຽງຈັນ ມີເສົາວັດເປັນຮູບ 4 ຫລ່ຽມນາກ ຫຼື ໂງ່ມີຫອນ 1-2 ແງ່ເທົ່ານັ້ນ ສ່ວນສະກຸນຊ່າງຫລວງພຣະບາງ ເສົາວັດຈະກົມ ຫອນນາກມີຫລາຍວກ່າ 2 ແງ່ລ່ຽນຕິດກັນ ສວ່ນໂງ່ມີຫອນແງ່ດຽວ) 
ເກັບກໍາຂໍ້ມູນໂດຍ: https://www.facebook.com/LaoTemple 
ຮູບພາບ : EFEO ແລະ ລາວ Temple ຖ້າທ່ານໃດຕ້ອງການຂໍ້ມູນ ແລະ ຮູບພາບ ເພື່ອຈະເອົາໄປນໍາໃຊ້ສາມາດຕິດຕໍ່ພົວພັນທິມງານ ລາວTemple ໄດ້ທີ່ E-mail : laotemples@gmail.com #ລາວTemple 
#ຝາກຕິດຕາມ #ກົດLIKE #ກົດ SHARE

ความคิดเห็น