ປະຫວັດຕ່າງໆ

แสดงเพิ่มเติม

ພຣະເຈົ້າສຸວັນນະໄຕພູມ ປາງສະມາທິ , ມີນ້ຳຫນັກ 2,4 ໂຕນ , ຫນ້າຕັກ 2.6 ແມັດ , ສູງ 4.80 ແມັດ.


ພຣະເຈົ້າສຸວັນນະໄຕພູມ
ປາງສະມາທິ , ມີນ້ຳຫນັກ 2,4 ໂຕນ , ຫນ້າຕັກ 2.6 ແມັດ , ສູງ 4.80 ແມັດ.
ໃນວັນທີ 15 ມິຖຸນາ 2020 ໄດ້ມີພິທີອັງເຊີນພຣະພຸດທະຮູບພຣະເຈົ້າສຸວັນນະໄຕຼພູມ ຈາກ ວັດສີບຸນເຮືອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ (ສາມຫຼ່ຽມທອງຄຳ) ທີ່ໄດ້ເດີນທາງ ມາຮອດນະຄອນຫຼວງວຽງຈັນ ລວມໄລຍະທາງ 875 ກິໂລແມັດ ຈາກວັດສີບຸນເຮືອງ ສູ່ ວັດຈອມທອງ ແລະ ໄດ້ນໍາມາປະດິດສະຖານ ເປັນພຣະປະທານໃນສາລາໂຮງທຳຫຼັງໃໝ່ ວັດຈອມທອງ ວະນາຣາມ ບ້ານສວນມອນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ
ພຣະເຈົ້າໃຫຍ່ ມີຊື່ວ່າ ພຣະເຈົ້າສຸວັນນະໄຕພູມ ( ສຸວັນນະ = ດິນແດນທີຄຳ ທີຮຸ່ງເຮືອງ ແລະເປັນດິນແດນສຸວັນນະໂຄມຄຳ ແຫ່ງກຳເນີດ , ໄຕພູມ = ສ້າງມາຈາກແຮງສັດທາຈາກ 3 ປະເທດ ຄື : ລາວ, ໄທ , ມຽນມາ ) ພຣະເຈົ້າສຸວັນນະໄຕພູມ ອົງນີ້ເປັນເນື້ອທອງເຫລືອງ ເລິ່ມມີລົງມືສ້າງມາແຕ່ວັນທີ 11 ທັນວາ 2019 , ເປັນປາງສະມາທິ , ມີນ້ຳຫນັກ 2,4 ໂຕນ , ຫນ້າຕັກ 2.6 ແມັດ , ສູງ 4.80 ແມັດ.ມູນຄ່າການກໍ່ສ້າງປະມານ 400 ລ້ານກີບ ( ທຸກຢ່າງພ້ອມຄ່າຂົນສົ່ງ ) ບໍ່ລວມກັບສັດທາ ຂອງຜູ້ປະກອບສ່ວນທີເປັນວັດຖຸຕ່າງໆ ເຊັ່ນ : ຜູ້ປະກອບສ່ວນເປັນຄ່າແກ໋ດ ຄ່າຖ່ານ ໃນການຫລອມ...ການສ້າງພຣະອົງນີ້ຈະເຮັດຫນາເປັນພິເສດ ແລະມີການເຮັດເປັນກະດູກງູໄວ້ຂ້າງໃນພຣະ ເພື່ອຄວາມແຂງແຮງທົນທານ ຈົນໃຫ້ຮອດ 5000 ພັນວັດສາ ຂອງພຣະສາສະດາໂຄຕະມະໂຄດົມ ໃນພາຍພາກຫນ້າພຸ້ນ ພຣະອົງນີ້ເປັນການອອກແບບ ການກໍ່ສ້າງ ການຈັດການ ນຳພາໂດຍ ພຣະອາຈານ ຈຸ໋ມ ຂັດຕິຍະ ແຫ່ງວັດສຼີບຸນເຮືອງ ເມືອງຕົ້ນເຜົງ ແຂວງບໍ່ແກ້ວ ແລະມີການເຄື່ອນຍ້າຍເພື່ອນຳມາປະດິດສະຖານໄວ້ທີ ວັດຈອມທອງ ວະນາຣາມ ນະຄອນຫລວງວຽງຈັນ ໂດຍເລິ່ມອອກເດິ່ນມາຈາກບ່ອນກຳເນີດ ບ່ອນຫລໍ່ຫລອມ ວັດສີຼບຸນເຮືອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິ່ງອອກເດິນທາງໃສ່ລົດ 6 ລໍ້ມາແຕ່ວັດທີ 12/06/2020 ໂດຍມາພັກຄ້າງຄືນທີບ້ານນວນ ເມືອງນາໝໍ້ ແຂວງອຸດົມໄຊ ເປັນມື້ທີ 1, ສ່ວນມື້ທີ 2 ວັນທີ 13/06/2020 ແມ່ນມາພັກຄ້າງຄືນທີເມືອງຊຽງເງິນ ແຂວງຫລວງພຣະບາງ, ມື້ທີ 3 ແມ່ນມາພັກຄ້າງຄືນທີບ້ານນ້ຳແຈ້ງ ເມືອງໂພນໂຮງ ແຂວງວຽງຈັນ ແລະຕອນເຊົ້າ ວັນທີ 15/06/2020 ແມ່ນອອກເດິນທາງມາຮອດ ວັດຈອມທອງ ວະນາຣາມ ນະຄອນຫລວງວຽງຈັນ ປະມານ 10:00 ໂມງເຊົ້າ ( ພຣະເຈົ້າສຸວັນນະໄຕພູມ ອົງນີ້ ເຄືອນຂະບວນໄປຮອດບ່ອນໃດ ຟ້າຝົນກໍ່ອຳນວຍຕົກໃຫ້ແຜ່ນດິນນັ້ນຊຸ່ມເຢັນຕະຫລອດທາງ )


ມື້ນີ້ພວກເຮົາທັງຫລາຍ ມາຟັງ ມາອ່ານປະຫວັດຂອງພຣະອາຈານ ຈຸ໋ມ ຂັດຕິຍະ ແຫ່ງວັດສູີບຸນເຮືອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ
ຊື່ເດີມ ແມ່ນ ທ້າວຈູ໋ມ ຂັດຕິຍະ ເກີດເມື່ອວັນທີ 22/10/1977 ທີບ້ານຂິ່ງ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ເຜົ່າລື້ , ບິດາຊື່ວ່າ ພໍ່ແກ້ວ , ມານດາຊື່ວ່າ : ແມ່ພົມ ເດັກຊາຍຈຸ໋ມ ຮ່ຳຮຽນຫນັງສືຢູ່ບ້ານຂິ້ງ ຈົນປະຖົມ ປໍ 5 ຫລັງຈາກນັ້ນກໍ່ຮ່ຳຮຽນວິຊາແປງລົດຈັກ ລົດໃຫຍ່ ຈົນເກັ່ງລ້ຽງຊີບໄດ້ ຈົນອາຍຸຄົບ 20 ປີ ຈຶ່ງໄດ້ອອກບວດເປັນພຣະພິກຂຸສົງ ເມື່ອປີ 1998 ທີວັດທັບຄໍ້ , ບ້ານທັບຄໍ້ ,ເມືອງທັບຄໍໍ້ ແຂວງພິຈີດ ໂດຍໄດ້ຮຽນການກໍ່ສ້າງ ການສ້າງພຣະພຣະພຸດທະຮູບ ທີວັດແຫ່ງນີ້ເອງ ຫລັງຈາກນັ້ນເມື່ອປີ 2001 ໄດ້ມາຈຳພັນສາຢູ່ວັດບ້ານຄວ້ານເກົ່າ ( ແຖວຄາຊິໂນ ) ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະເມື່ອປີ 2009 ໄດ້ຖືກຊາວບ້ານພາກັນມາອາທະນານິມົນໃຫ້ໄປຈຳພັນສາຢູ່ບ້ານສຼີບຸນເຮືອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈົນຮອດທຸກມື້ນີ້.

ເພາະເພິ່ນເປັນພຣະທີມັກຢູ່ເບື້ອງຫລັງ ຂອງການສ້າງພຣະພຸດທະຮູບ ທີງົດງາມທັງຫລາຍ ທີນຳໄປປະດິດສະຖານເກືອບທົ່ວປະເທດມາແລ້ວ ນອກນັ້ນເພິ່ນຍັງໃຫ້ຄຳປຶກສາ ໃນການສ້າງພຣະ ປະຕິສັງຂອນພຣະພຸດທະຮູບຕ່າງໆ ທົ່ວປະເທດລາວເຮົາ ຕັ້ງແຕ່ເຫນືອຣອດໃຕ້ມາແລ້ວ ເຊັ່ນ : ຢູ່ແຂວງບໍ່ແກ້ວ ເພິ່ນໄດ້ສ້າງພຣະພຸດທະຮູບ ມາແລ້ວຈຳນວນ 45 ອົງ ເພິື່ອປະດິດສະຖານຕາມວັດຕ່າງໆທົ່ວແຂວງບໍ່ແກ້ວ , ແຂວງຫລວງນ້ຳທາ ກໍ່ມີວັດພຣະທາຕຸຊຽງຕຶງ, ວັດບ້ານວຽງເຫນືອ , ນະຄອນຫລວງວຽງຈັນ ກໍ່ມີວັດໂຊກໄຊ ວັດຈອມໄຕ , ແຂວງຄຳມ່ວນ ມີວັດສີສະເກດ ເມືອງຫນອງບົກ ,​ ແຂວງໄຊຍະບູລີ ປະກອບມີ ພຣະປາງປະທານພອນອົງໃຫຍ່ ທີເມືອງຊຽງຮ່ອນ, ວັດຖ້ຳອຸຕຸມຄຳ ເມືອງຊຽງຮ່ອນ , ວັດບ້ານຂິ່ງ ເມືອງຊຽງຮ່ອນ, ວັດຫນອງຊາງ ເມືອງຊຽງຮ່ອນ , ວັດບ້ານຊ້າງ ເມືອງຊຽງຮ່ອນ , ວັດບ້ານຫລວງເມືອງເງິນ , ຫລວງພຣະບາງ ວັດນາຊາງ ວັດຖິ່ນແກ້ວ ທາງໄປຕາດກວາງຊີ , ແຂວງວຽງຈັນ ເມືອງທຸລະຄົມ ພູເຂົາຄວາຍ 5 ອົງ
ນອກນັ້ນຍັງເປັນທີປືກສາໃນການບູຣະນະປະຕິສັງຂອນພຣະອົງທີ ເປ່ເພ ທັງຫລາຍ ໃຫ້ຄົງສະພາບສົມບູນ ແລະງົດງາມຂຶ້ນອີກ ຄື ບູຣະນະພຣະເຈົ້າໃຫຍ່ວັດຈອມເພັດ ແຂວງຈຳປາສັກ ນອກນັ້ນຍັງໃຫ້ຄຳປືກສາການສ້າງພຣະຢູ່ເມືອງປາກລາຍ ເມືອງຄອບ ອີກນຳດ້ວຍ...
ຂໍ້ມູນໂດຍ : ທ່ານ ຫຸມເພັດ ມະນີສຸກ
ຮູບໂດຍ : SPS SITHIXAY










ความคิดเห็น