ປະຫວັດຕ່າງໆ

แสดงเพิ่มเติม

ພຣະທາຕຸອີງຮັງ ແຂວງສະຫວັນນະເຂດ

           ພຣະທາຕຸອີງຮັງ ແຂວງສະຫວັນນະເຂດ ພຣະທາຕຸອີງຮັງເປັນສິລະປະ ແລະ ສະຖາປັດຕະຍະກຳ ທີ່ສວຍງາມທັງເປັນປູຊະນິຍິສະຖານທີ່ສຳຄັນແຫ່ງຫນຶ່ງຢູ່ ສປປ ລາວ ຕັ້ງ ຢູ່ແຂວງສະຫວັນນະເຂດ ແລະ ປະມານ 15 ກິໂລແມັດ ລະຫວ່າງເສັ້ນທາງສະຫວັນ-ເຊໂນ.
             ພຣະທາຕຸກວ້າງດ້ານລະ 9 ແມັດມີລັກສະນະເປັນສີ່ລ່ຽມຫຍໍ້ມູມເຫມືອນຫໍຜາສາດເປັນພຣະທາຕຸ ແບບປະສົມວິຫານຄືເປັນສະຖານທີ່ປະດິດສະຖານສິ່ງສັກສິດ ເພາະມີປະຕູເຂົ້າອອກໄດ້ອົງພະທາດຈັດເປັນ 3 ຖານຫລຸດຫລັ່ນກັນເປັນລຳດັບຖານລຸ່ມ, ຖານກາງເປັນສິລະປະດັ້ງເດີມ,ຖານເທິງແລະຍອດ ພຣະທາຕຸເປັນ ສິລະປະສະໄຫມລ້ານຊ້າງ ແຂວງສະຫວັນນະເຂດເປັນເມືອງອັນດັບ 2 ຂອງປະເທດ ທາງດ້ານເສດຖະກິດມີເນື້ອທີ່ 22.080 ຕາລາງກິໂລແມັດ ແລະ ພົນລະເມືອງປະມານ 656.000 ຄົນ ມີຊາຍແດນຕິດກັບແຂວງຄຳມ່ວນ,ແຂວງສາລະວັນ,ປະເທດຫວຽດນາມແລະປະເທດໄທເປັນເຂດຫນຶ່ງທີ່ອຸດົມສົມບູນມັ່ງຄັ່ງໄປດ້ວຍວັດທະນະທຳຈຸດພິເສດຂອງແຂວງນີ້ທາງດ້ານວັດທະນະທຳມີບູຮານສະຖານທີ່ເກົ່າແກ່ ປະມານ 7 ສະຕະວັດ ແລະ ໃຫມ່ປະມານ 2 ສະຕະວັດ.

ບູຮານສະຖານທີ່ບັນຈຸສິລະປະລວດລາຍແບບຂອມເຊິ່ງເຊື່ອກັນວ່າສ້າງໃນສະໄຫມສະຕະວັດທີ 11 ໄດ້ແກ່ ຫໍເທວະໄລ, ຜາສາດເຮືອນຫີນເມືອງສອງຄອນ ແລະ ທາດພູບ້ານນາດູ່ ເມືອງຈຳພອນ ທີ່ເດັ່ນໄປກວ່ານັ້ນ ກໍ່ຄືທາດອີງຮັງ ວັດຫນອງລຳຈັນ ບ້ານຊະຄືນໃຕ້, ວັດທ່າໂສນ, ວັດໄຊຍະພູມ ແລະ ວັດຈຳພອນ, ວັດດັງກ່າວສ້າງຂຶ້ນໃນ ສະຕະວັດທີ 18-19 ແລະ ຕົ້ນສະຕະວັດທີ 20ນີ້ເອງ.
 
ຂໍ້ຫ້າມບ່ອນນີ້ຄື:ຫ້າມແມ່ຍິງເຂົ້າໄປຊັ້ນໃນຂອງຕົວອົງພຣະທາຕຸໄດ້ແຕ່ຂາບໄຫວ້ດ້ານນອກເທົ່ານັ້ນຈະເຂົ້າບໍລິເວນວັດຈະຕ້ອງນຸ່ງສິ້ນເທົ່ານັ້ນ,ແມ່ຍິງທີ່ນຸ່ງສົ້ງແອວຕ່ຳແອວສູງແມ່ນບໍ່ສາມາດເຂົ້າໄປກາບໄຫວ້ແຕ່ສຳລັບແມ່ຍິ່ງທີ່ຈະເຂົ້າໄປກາບໄຫວ້ແມ່ນຕ້ອງໄດ້ນຸ່ງສິ້ນ ແລະ ທາງຜູ້ດູແລພຣະທາຕຸກໍຈະມີບໍລິການ ເຊົ່າສິ້ນໃຫ້ບໍລິການຢູ່ຂ້າງໃນຄ່າຜ່ານປະມານ 5.000 ກີບ.
 

      ຜູ້ທີ່ຈະໄປຂາບໄຫວ້ພຣະທາຕຸຫາກຕ້ອງການຊື້ເຄື່ອງບູຊາກໍ່ມີຊາວບ້ານມາວາງຂາຍຢູ່ແຄມທາງກ່ອນເຖິງພຣະທາຕຸສ່ວນຢູ່
ບໍລິເວນວັດ ຈະມີແຕ່ທູບທຽນເທົ່ານັ້ນໃກ້ໆອົງພະທາດຈະມີສາລາຫລັງນ້ອຍໆ ມີພະ ແລະ ແມ່ຊີຫມູນວຽນກັນ ມາປະຈຳ ເພື່ອໃຫ້ຜູ້ມີສັດທາເຂົ້າໄປຂໍພອນ ຫລື ຜູ້ແຂນຈະບໍລິຈາກ ຫລື ບໍ່ກໍ່ຕາມດ້ານຫນ້າຂອງອົງພຣະ ທາຕຸຈະມີຜູ້ເຖົ້າມາຄອຍທຳພິທີພິເສດໃຫ້ທ່ານທີ່ຕ້ອງການ,ຊື່ກັບບານປະຕູເຂົ້າອົງພຣະທາຕຸສັງເກດເຫັນວ່າເຄື່ອງບູຊານັ້ນຈະຖືກນຳ
ໄປຮຽງກັນຢູ່ຖານຂອງອົງພຣະທາຕຸແລະຈະມີຫມາກພ້າວອ່ອນທີ່ເປີດເນື້ອອອກວາງຮຽງກັນຜູ້ຂຽນບໍ່ມີໂອກາດຖາມລາຍລະອຽດ
ເດົາເອົາວ່າຫນ້າຈະເປັນເຄື່ອງບູຊາອີກປະການຫນຶ່ງຕາມຄວາມເຊື່ອຂອງເຂດນີ້.ເພິ່ນຈະຈັດງານບຸຸນສະເຫຼີມສະຫຼອງພຣະທາຕຸໃນມີ້
ຂື້ນ15ຄໍ່າເດືອນຈຽງ(ເດືອນ1ລາວ)ຂອງທຸກໆປີ(ແຕ່ກ່ອນຈັດງານເດືອນ12ເພັງພ້ອມທາດຫຼວງແຕ່ເນື່ອງຈາກວ່າ ເຈົ້າໄຊເຊດຖາທິລາດພະອົງມີພະຣາຊະກິດທີ່ພຣະທາຕຸຫຼວງເພິ່ນຈຶ່ງ ເລື່ອນມາຈັດງານໃນເດືອນ(ຈຽງເພັງ) ພ້ອມນັ້ນຍັງມີງານຕະຫຼາດນັດແລະການຫຼິ້ນກິລາດັ້ງເດີມນັ້ນແມ່ນມີແຕ່ກິລາໝາກຂ່າງແຕ່ປັດຈຸບັນບໍ່ເຫັນມີການສົ່ງເສີມພໍປານໃດ.


     ປະຫວັດ: ພຣະທາຕຸອິງຮັງ ຫຼື ຄົນທົ່ວໄປມັກຮ້ອງວ່າ ອິນຮັງ ເປັນປູຊະນິຍະສະຖານເກົ່າແກ່ທີ່ສັກສິດ ສຳຄັນເປັນທີ່ເຊີດໜ້າຊູຕາທາງວັດທະນະທຳຂອງແຂວງສະຫວັນນະເຂດພຣະທາດໜ່ວຍນີ້ຖືກສະຫຼັກດ້ວຍລວດລາຍສິລະປະກຳ
ສະໄໝບູຮານແລະຮັກສາໄວ້ໂດຍບໍ່ຖືກທຳລາຍຈາກອຳນາດຫຼືອິດທິພົນໃດຈັກເທື່ອນອກຈາກການເວລາເທົ່ານັ້ນແຕ່ກໍຖືກປະຕິສັງ
ຂອນມາແລ້ວຫຼາຍຄັ້ງພຣະທາດນີ້ຖືກສ້າງສະໄໝອານາຈັກສີໂຄດຕະບອງ(ປະມານສະຕະວັດທີໂດຍພຣະເຈົ້າສຸມິນທະຣາຊຣາຊາ
ແຫ່ງອານາຈັກສີໂຄດຕະບອງຊຶ່ງຖືກວາງຮາກຖານຈາກການແນະນຳຂອງພຣະເຖຣະ(ຄູບາອາຈານຊາວອິນເດຍ) ເພື່ອເປັນເຄື່ອງໝາຍເຖິງການສະເດັຈປະລິນິພານຂອງພຣະພຸດທະເຈົ້າທີ່ປ່າໄມ້ຮັງເມືອງກຸລິນາຣາຍປະເທດອິນເດຍເມື່ອສ້າງສຳເລັດເພິ່ນໄດ້ນຳເອົາກະດູກພຣະພຸດທະເຈົ້າມາໃສ່ໄວ້ແຕ່ໜັງສືອຸລັງຄະທາດກ່າວວ່າສ້າງຂຶ້ນເພື່ອເປັນເຄື່ອງໝາຍ
ສະຖານທີ່ບ່ອນນັ່ງຂອງພຣະພຸດທະເຈົ້າຄາວເພິ່ນມາຢ້ຽມຢາມພຣະຍາສີໂຄດຕະບອງແຕ່ຄວາມຈິງຄົງຈະມີຈຸດປະສົງເພື່ອໃຫ້ປະຊາຊົນເຫັນຄວາມສຳຄັນຂອງພຣະທາດອົງນີ້.

    ໃນລະຫວ່າງຂະເໝນມີອຳນາດພຣະທາດໜ່ວຍນີ້ ຖືກດັດແປງໃຫ້ເປັນເທວະສະຖານຂອງຊາວຮີນດູໄດ້ເສີມສ້າງຕໍ່ຂຶ້ນໄປຕື່ມຊຶ່ງລິງລາຍຕົບແຕ່ງອອກມາໃນລັກສະນະຂອງຮີນດູໂດຍສະເພາະເລື່ອງເມຖຸນສັງວາດ ແລະ ອື່ນໆ ຈາກນັ້ນພຣະທາດອິງຮັງ ກໍ່ຕົກຢູ່ໃຕ້ອິດທິພົນຂອງຜູ້ສືບຣາຊະການສະໄໝຕ່າງໆ.
 
ປະຫວັດພະທາດອີງຮັງ : https://laobuddhism.com/e-book
ຂໍ້ມູນ : https://lo.wikipedia.org/wiki/ພະທາດອີງຮັງ
ຮູບພາບ : http://www.pictame.com/place/ທາດອິງຮັງ

ความคิดเห็น