ປະຫວັດຕ່າງໆ

แสดงเพิ่มเติม

ຄວາມໝາຍທີມາຂອງຄຳວ່າ ເມນ ຫລືເມຣຸມາດ


ຄວາມໝາຍທີມາຂອງຄຳວ່າ ເມນ ຫລືເມຣຸມາດ
ເມນ ຫຼື ເມຣຸມາດ ເມນ ແມ່ນໄດ້ຫຍໍ້ມາຈາກ ພູໜ່ວຍໜຶ່ງທີ່ມີຊື່ວ່າ: ພູພຣະສຸເມນ ເປັນພູທີ່ມີຄວາມສໍາຄັນຕາມຄະດີຂອງ ສາສະໜາຮີນດູ, ສາສະໜາເຊນ ແລະ ພຣະພຸດທະສາສະໜາ, ຄືພູຜາທີ່ເປັນສູນກາງຂອງໂລກ ຫຼືຈັກກະວານ ເປັນທີ່ຢູ່ຂອງສິ່ງມີວິນຍານໃນພົບ ແລະ ພູມຕ່າງໆ ຂອງສັດໂລກ. ພູພຣະສຸເມນ ຕັ້ງຢູ່ເໜືອນໍ້າ ໘໔,໐໐໐ ໂຍດ ( ເທົ່າກັບ ໑,໓໔໔,໐໐໐ ຫຼັກ ) ມີພູຜາຮອງຮັບ ໓ ໜ່ວຍ ໂດຍສ່ວນຖານຄືຕີກຸດ (ສາມເສົ້າຫຼືສາມຍອດ) ມີພູລ້ອມຮອບ໗ທິວ ເອີ້ນວ່າ:ສັດຕະບໍຣິພັນຄິຣີ ຄື: ຍຸຄົນທອນ, ກໍຣະວິກ, ອິສິນທອນ, ສຸທັດ, ເນມິນທອນ, ວິນັນ ຕະກະ, ແລະ ອັດສະກັນ ມີເທວະດາຊັ້ນຈະຕຸມະຫາຣາຊິກາ ແລະ ບໍຣິວານສິງສະຖິດຢູ່. ພູພຣະສຸເມນ ເຊື່ອກັນວ່າມີຍອດສູງຈຸທ້ອງຟ້າ, ຕິດຈອດກັບ ເມືອງສະຫວັນ ຊັ້ນດາວະດິງ, ເປັນບ່ອນພຣະອິນປະທັບຢູ່, ເຊິ່ງຕັ້ງຢູ່ໃຈ ກາງຂອງຈັກກະວານ.
ຈາກຫນັງສືສັດຈະທັມຊີວິດ
ຮິບໂຮມໂດຍ : ພຣະອາຈານ ບຸນທະວີ ວິໄລຈັກຣ໌.
ບັນນາທິການໂດຍ : ສີສະຫວາດ ທີລະວົງສ໌
ກວດແກ້ອັກສອນໂດຍ : ວິຣະວັດ ວິໄລຈັກຣ໌.

ความคิดเห็น