ປະຫວັດຕ່າງໆ

แสดงเพิ่มเติม

ພຣະພຸດທະຮູບວັງຊ້າງ ເມືອງ ໂພນໂຮງ ແຂວງວຽງຈັນ

        

ພຣະພຸດທະຮູບວັງຊ້າງ ເມືອງ ໂພນໂຮງ ແຂວງວຽງຈັນ ພຣະພຸດທະຮູບວັງຊ້າງ ຕັ້ງຢູ່ບ້ານໂພນເງິນ ເມືອງໂພນໂຮງ ຫ່າງຈາກສຳນັກງານເມືອງໂພນໂຮງ ປະມານ 8 ກິໂລແມັດ, ມີອາຍຸເກົ່າແກ່ ຫຼາຍກວ່າ 1,000 ປີ, ເປັນພຣະພຸດທະຮູບ ທີ່ຖືກສ້າງຂຶ້ນໃນປີ ຄສ 928, ປະດິດສະຖານ ຢູ່ໃນເຂດຖ້ຳວັງຊ້າງ, ລັກສະນະເດັ່ນ ຂອງພຣະພຸດທະຮູບ ນີ້ຄື: ເປັນພຣະພຸດທະຮູບ ທີ່ແກະສະລັກໃສ່ແຜ່ນຫີນ ຕໍ່ໜ້າຖ້ຳ, ລັກສະນະຂອງພຣະພຸດທະຮູບ ສັນນິຖານວ່າ ເປັນພຣະພຸດທະຮູບ ທີ່ສ້າງຂຶ້ນໃນຍຸກ ສະໄໝອານາຈັກທະວາລະວະດີ. 


                     ພາຍໃນໜ້າຜາຫີນທີ່ເອີ້ນວ່າ"ວັງຊ້າງນອກນັ້ນຍັງມີພຣະພຸດທະຮູບອົງນ້ອຍໆອີກເປັນຈຳນວນຫຼວງຫຼາຍ,ຕາມຄຳຈາລຶກທີ່ຂຽນໄວ້ໃນແຜ່ນຫີນນັ້ນ ບອກວ່າພຣະພຸດທະຮູບອົງນີ້ສ້າງຂຶ້ນໃນສະຕະວັດທີ 11. 







ຂໍ້ມູນໂດຍ : ອົງການພັດທະນາການທ່ອງທ່ຽວ 
ຖ່າຍພາບ : ທ່ານ ຫຸມເພັດ ມະນີສຸກ
ເກັບກໍາຂໍ້ມູນໂດຍ: https://www.facebook.com/LaoTemple 
#ລາວTemple 
#ຝາກຕິດຕາມກະລຸນາກົດ LIKE ກົດ Share ເພື່ອເປັນກຳລັງໃຈຕໍ່ກັນ 
#ກົດLIKE 
#ກົດSHARE

ความคิดเห็น