ປະຫວັດຕ່າງໆ

แสดงเพิ่มเติม

ປະຫວັດຫຍໍ້ທາດສຸວັນນະຜ້າຄຳ

 

ພຣະທາດຜ້າຄຳ ຕັ້ງຢູ່ ວັດພຣະທາດສຸວັນນະຜ້າຄຳ ບ້ານຕີນທາດ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນພຣະທາດທີ່ສຳຄັນ ສັກສິດເປັນຢ່າງຍິ່ງ ອົງໜຶ່ງ ທີ່ປາກົດໃນຕຳນານພຣະເຈົ້າລຽບໂລກ ເຊິ່ງມີຄວາມເປັນມາວ່າ:
ສະໄໝໜຶ່ງ ພຣະຜູ້ມີພຣະພາກ ອະຣະຫັນຕະສັມມາສັມພຸດທະເຈົ້າ ຂອງພວກເຮົາ ສະເດັດມາສູ່ສຸວັນນະພູມ ເພື່ອໂຜດເວໄນຍະສັດທັງຫຼາຍ ພ້ອມດ້ວຍ ພຣະອານົນເຖຣະເຈົ້າ ພຣະອົງໄດ້ສະເດັດມາໂຜດເວໄນຍະສັດທັງຫຼາຍ ທົ່ວດິນແດນເຂດແຄວ້ນສຸວັນນະພູມ ລ່ອງລຽບແມ່ນຳ້ຂອງ ຕັ້ງແຕ່ເໜືອຮອດໃຕ້.

 
ໃນຄັ້ງນັ້ນ ພຣະສັມມາສັມພຸດທະເຈົ້າ ຊົງເລັ່ງເຫັນຄວາມເຫຼື້ອມໃສສັດທາ ອຸປະນິດໄສກຸສົນສັມປະທາ ຂອງກະສັດສອງອ້າຍນ້ອງ ຈຶ່ງໄດ້ສະເດັດມາສູ່ສະຖານທີ່ແຄມຂອງ ໃກ້ກັບສະຖານທີ່ ພະລານຫີນຜາຄຳ.
ຄັ້ງນັ້ນ ເຈົ້າຣາຊະບຸດທັງສອງອ້າຍນ້ອງ ເຊິ່ງເປັນ
ພຣະໂອຣົດຂອງ ພຣະເຈົ້າລະວ້າ ພ້ອມດ້ວຍຣາຊະບໍຣິວານ ອອກສະເດັດປະພາດປ່າ ເພື່ອລ່າເນື້ອ ຍິງນົກ ໄດ້ມາເຖິງສະຖານທີ່ເຊິ່ງເປັນໂພນແຫ່ງໜຶ່ງ ຈຶ່ງໃຫ້ປັກຂ່າຍ ເພື່ອຈັບນົກ, ເມື່ອມາເຖິງສະຖານທີ່ ບໍລິເວນເຂດພະລານຫີນຜາຄຳ ແຄມແມ່ນຳ້ຂອງ ໄດ້ເຫັນພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸດທະເຈົ້າ ກໍເກີດຄວາມເຫຼື້ອມໃສສັດທາ ດຳຣິວ່າ ພຣະມະຫາສະມະນະນີ້ ຊ່າງງົດງາມແທ້ນໍ ມີອິນຊີສະຫງົບ ໜ້າເຫຼື້ອມໃສສັທາເປັນຢ່າງຍິ່ງ.
ໃນຂະນະທີ່ເຈົ້າຣາຊະບຸດທັງສອງຊົງເຫຼື້ອມໃສສັດທາ ມີປີຕິປາໂມດໄປທົ່ວຮ່າງກາຍ ແລະຈິດໃຈຢູ່ນັ້ນ ພຣະຜູ້ມີພຣະພາກເຈົ້າ ຊົງສະແດງອາການເໝືອນຈະລົງສົງສະໜານພຣະວໍຣະກາຍ (ອາບນຳ້) ໃນແມ່ນຳ້ຂອງ ພວກເຈົ້າຣາຊະບຸດທັງສອງພີ່ນ້ອງເຫັນດັ່ງນັ້ນ ຈຶ່ງອາຣາທະນານິມົນໃຫ້ພຣະອົງສະເດັດລົງໄປສົງ ທີ່ພະລານຫີນໃຫຍ່ ຄືພະລານຫີນຜາຄຳ ອັນກ້ຽງງາມ ໃຕ້ຮົ່ມເງົາຂອງຕົ້ນໝາກເດື່ອໃຫຍ່ ອັນຮົ່ມເຢັນ.
ພຣະສັມມາສັມພຸດທະເຈົ້າ ສະເດັດລົງສົງສະໜານພຣະວໍຣະກາຍແລ້ວ ໄດ້ຜັດຖ່າຍ ເອົາຜ້າວັດສິກະ (ຜ້າອາບນຳ້) ທີ່ຊົງນຸ່ງສົງນຳ້ນັ້ນ ໃຫ້ເຈົ້າຣາຊະບຸດທັງສອງພີ່ນ້ອງ ນຳເອົາໄປຕາກ ເມື່ອເຈົ້າຣາຊະບຸດນຳເອົາຜ້າສົງນຳ້ຂອງພຣະຜູ້ມີພຣະພາກ ອະຣະຫັນຕະສັມມາສັມພຸດທະເຈົ້າໄປຕາກແລ້ວ ທັງສອງພຣະອົງກໍລົງ ສົງສະໜານກາຍ ໃຫ້ເຢັນສະບາຍ ເມື່ອສຳເລັດແລ້ວ ໄດ້ຂຶ້ນມາ ໄດ້ໄປກູ້ເອົາຜ້າສົງສະໜານຂອງພຣະຜູ້ມີພຣະພາກເຈົ້າ ນັ້ນມາ.
ໃນຂະນະນັ້ນ ໄດ້ເກີດອັດສະຈັນ ຜ້າສົງສະໜານ (ຜ້າອາບນຳ້) ນັ້ນ ໄດ້ຮຸ່ງເຮືອງເປັນສີຄຳແດງງາມຍິ່ງ ທັງສອງເຈົ້າຣາຊະບຸດເຫັນດັ່ງນັ້ນ ກໍຍິ່ງມີຄວາມປີຕິອີ່ມເອີບໃຈ ເຫຼື້ອມໃສສັດທາເປັນຢ່າງຍິ່ງ ວ່າໜ້າອັດສະຈັນໜໍ ຜ້ານຸ່ງຊົງສົງສະໜານພຣະວໍຣະກາຍຂອງພຣະມະຫາສະມະນະເຈົ້າ ໄດ້ກາຍເປັນຜ້າຄຳ ຈຶ່ງໄດ້ນຳເອົາໄປທູນຖວາຍແດ່ພຣະອົງ ເຊິ່ງຊົງປະທັບນັ່ງຢູ່ ວ່າ ຂ້າແຕ່ພຣະອົງຜູ້ຈະເຣີນ! ຜ້າວັດສິກະ (ຜ້າອາບນຳ້) ນີ້ ຂ້ານ້ອຍໄດ້ນຳ້ໄປຕາກໄວ້ ໜ້າອັດສະຈັນເປັນຢ່າງຍິ່ງ ໄດ້ເກີດເປັນຜ້າຄຳຜືນງາມ ຂໍພຣະອົງຈົ່ງຊົງຮັບໄວ້ດ້ວຍເທີ້ນ.
ພຣະຜູ້ມີພຣະພາກເຈົ້າ ຊົງຮັບເອົາຜ້ານັ້ນແລ້ວ ໄດ້ສະເດັດໄປຍັງທີ່ຢູ່ ຂອງເຈົ້າຣາຊະບຸດທັງສອງພີ່ນ້ອງ ໂດຍເຈົ້າຣາຊະບຸດທັງສອງ ໄດ້ຕາມສະເດັດໄປຕາມຫຼັງ ເມື່ອເຖິງທີ່ຢູ່ແລ້ວ ເຈົ້າຣາຊະບຸດ ໄດ້ຖວາຍທີ່ພັກໃຫ້ແດ່ພຣະສັມມາສັມພຸດທະເຈົ້າ ສະເດັດພັກອາໄສຢູ່ນັ້ນຄືນໜຶ່ງ ເມື່ອຮຸ່ງເຊົ້າມາ ເຈົ້າຣາຊະບຸດທັງສອງ ໄດ້ຖວາຍອາຫານບິນທະບາດທານ ແດ່ພຣະອົງ ເມື່ອສະເຫວີຍພຣະກາຍາຫານ (ສັນບິນທະບາດ) ແລ້ວ ພຣະຜູ້ມີພຣະພາກ ອະຣະຫັນຕະສັມມາສັມພຸດທະເຈົ້າ ໄດ້ຊົງສະແດງທັມໂຜດເຈົ້າຣາຊະບຸດທັງສອງ ພ້ອມດ້ວຍບໍຣິວານ ໃຫ້ໄດ້ຮັບຣົດແຫ່ງພຣະທັມອັນປະເສີດ ເມື່ອຈົບພຣະທັມມະເທສະໜາລົງ ເຈົ້າຣາຊະບຸດທັງສອງ ພ້ອມດ້ວຍບໍຣິວານ ໄດ້ມີຈິດເຫຼື້ອມໃສສັດທາເປັນຢ່າງຍິ່ງ ຮັບເອົາພຣະຣັດຕະນະໄຕຣ ແກ້ວອັນປະເສີດທັງສາມ ເປັນທີ່ເພິ່ງຕະຫຼອດຊີວິດ.
 





 
ໃນຂະນະນັ້ນ ພຣະຜູ້ມີພຣະພາກ ອະຣະຫັນຕະສັມມາສັມພຸດທະເຈົ້າ ຊົງຫຼິງເຫັນວ່າ ໃນການພາຍພາກໜ້າ ພຣະສາສະໜາ ຂອງພຣະອົງ ຈະມາຈະເຣີນຮຸ່ງເຮືອງ ໂຊດຊ້ວງສະຫວ່າງສະໄຫວຢູ່ໃນດິນແດນແຫ່ງນີ້ ຕະຫຼອດຫ້າພັນພຣະວັດສາ ຈຶ່ງຊົງຍົກພຣະຫັດ (ມື) ເບື້ອງຂວາຂຶ້ນ ຊົງລູບພຣະເກສາ (ຜົມ) ໃນຂະນະນັ້ນ ໄດ້ມີເສັ້ນພຣະເກສາ (ເສັ້ນຜົມ) ຕິດພຣະຫັດ (ມື) ອອກມາ 3 ເສັ້ນ ພຣະອົງຈຶ່ງໄດ້ປະທານໃຫ້ແກ່ເຈົ້າຣາຊະບຸດທັງສອງ ພ້ອມດ້ວຍ ຜ້າສຸວັນນະວັດສິກະ (ຜ້າຄຳ) ນັ້ນ ເພື່ອນຳເອົາໄປສ້າງພຣະເຈດີ ບັນຈຸໄວ້ສັກກາຣະບູຊາ ເພື່ອປະໂຫຍດ ຂອງມວນມະນຸດແລະເທວະດາທັງຫຼາຍ.
ເຈົ້າຣາຊະບຸດທັງສອງ ຊົງດີໃຈເປັນຢ່າງຍິ່ງ ໄດ້ນ້ອມຮັບເອົາພຣະເກສາ ຂອງພຣະຜູ້ມີພຣະພາກເຈົ້າ ທັງ 3 ເສັ້ນ ແລະຜ້າຄຳ ນັ້ນແລ້ວ ໄດ້ຊົງກະທຳອະທິການໃຫຍ່ ຄື ໃຫ້ຊ່າງ ເຮັດ ເຮືອເງິນ ເຮືອຄຳ ກະອູບເງິນ ກະອູບຄຳ ແລ້ວນຳເອົາພຣະເກສາທັງ 3 ເສັ້ນ ພ້ອມດ້ວຍຜ້າຄຳນັ້ນ ບັນຈຸເຂົ້າໄວ້ໃນກະອູບເງິນ ກະອູບຄຳ ແລ້ວນຳໄປບັນຈຸລົງໃນ ເຮືອເງິນເຮືອຄຳ ແລ້ວເຈົ້າຣາຊະບຸດທັງສອງ ກໍໃຫ້ພວກບໍຣິວານທັງຫຼາຍ ຂຸດໂພນນັ້ນ ໃຫ້ເປັນອຸບໂມງ ໃນພື້ນທີ່ບ່ອນປັກຂ່າຍ ດັກເອົານົກນັ້ນ ໂດຍຂຸດໃຫ້ເລິກລົງໄປສະເໝີກັບນຳ້ຂອງ ແລ້ວໄດ້ນຳເອົາ ເຮືອເງິນ ເຮືອຄຳ ນັ້ນ ລົງບັນຈຸໄວ້ ໃນອຸບໂມງ ແລ້ວໄດ້ອັດອຸບໂມງນັ້ນໄວ້ ແລ້ວພ້ອມກັນກໍ່ພຣະເຈດີໄວ້ດ້ານເທິງ ເພື່ອໄວ້ເປັນທີ່ຂາບໄຫວ້ສັກກາຣະບູຊາ ຕັ້ງແຕ່ບັດນັ້ນ ເປັນຕົ້ນມາ.
 
 









ໃນສະໄໝ ອານາຈັກສຸວັນນະໂຄມຄຳຕອນປາຍ ນະຄອນນາຄະພັນທຸສິງຫະນະວັດ ປະມານ ພຣະພຸດທະສັງກາດ 1565 (ຄ.ສ. 1022) ພຣະຣາຊາຜູ້ຊົງຄອງພຣະນະຄອນ ໄດ້ມີຈິດເຫຼື້ອມໃສສັດທາ ນຳພາອານາປະຊາຣາດທັງຫຼາຍ ບູຣະນະປະຕິສັງຂອນ ເມື່ອສຳເລັດແລ້ວ ໄດ້ສະຫຼອງ ຫຼິ້ນສາທຸກີລາຢູ່ 7 ວັນ 7 ຄືນ ຄັນແລ້ວ ໄດ້ຊົງປະທານບໍຣິວານຂອງພຣະອົງ ໃຫ້ເປັນຂ້າໂອກາດ ອຸປັດຖາກພຣະເຈດີເຈົ້າ ຢູ່ອ້ອມຮອບບໍຣິເວນອົງພຣະເຈດີ ສືບມາ.
ພຣະເຈດີນີ້ ໄດ້ມີຊື່ປາກົດວ່າ ພຣະທາດປັກຮ່າຍ ໃນການຕໍ່ມາ ຄຳວ່າພຣະທາດປັກຮ່າຍ ກໍມີສຽງພ້ຽນມາເປັນ ພຣະທາດປາກຮ່າຍ ພະລານຫີນຜາຄຳ ບ່ອນພຣະຜູ້ມີພຣະພາກ ອະຣະຫັນຕະສັມມາສັມພຸດທະເຈົ້າ ຊົງສະເດັດລົງສົງພຣະວໍຣະກາຍໃນນຳ້ຂອງນັ້ນ ກໍມີສຽງພ້ຽນມາເປັນຜ້າຄຳ ແລະໃນປັດຈຸບັນ ພຣະເຈດີປາກຮ່າຍ ຫຼື ພຣະທາດປາກຮ່າຍ ກໍກາຍມາເປັນ ພຣະທາດສຸວັນນະຜ້າຄຳ ຈົນເຖິງປັດຈຸບັນ.
 
ຂໍຂອບໃຈຂໍ້ມູນ ແລະ ຮູບພາບຈາກ : 

ພຣະປັນດິຕາຈາຣຍ໌ ແຮ່ສະຫວັນ ສີລາຈັນທນ໌

ຂໍ້ມູນເພີ່ມຕື່ມ ຄົ້ນຄວ້າໄດ້ ໃນຕຳນານພຣະເຈົ້າລຽບໂລກ ແລະປະຫວັດສາດ ພົງສາວະດານ ອານາຈັກສຸວັນນະໂຄມຄຳ (ອ້າງອີງຈາກ ອພສ.ສູນກາງ)

ความคิดเห็น