ປະຫວັດຕ່າງໆ

แสดงเพิ่มเติม

ປະຫວັດຫຍໍ້ ພຣະຫຼັກແກ້ວມະຫາສຸເມທາທິບໍດີ (ມະຫາບຸນມາ ສິມມາພົມ)



ປະຫວັດຫຍໍ້ ພຣະຫຼັກແກ້ວມະຫາສຸເມທາທິບໍດີ (ມະຫາບຸນມາ ສິມມາພົມ) ຮອງປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ. ພາສາອັງກິດ: His Eminece, Phra Lukkeo Mahāsumedhādhipati (Mahābounma Simmaphome), the Vice President of Central Buddhist Fellowship Organization of Lao PDR. ພວກເຮົາຮູ້ຈັກກັນໃນນາມ ພຣະຫຼັກແກ້ວມະຫາບຸນມາ ສິມມາພົມ ຫຼື ຍາທ່ານໃຫຍ່ມະຫາບຸນມາ ສິມມາພົມ ອາຍຸ 85 ປີ 65 ພັນສາ. ຕຳແໜ່ງປັດຈຸບັນ ພຣະຫຼັກແກ້ວມະຫາສຸເມທາທິບໍດີ (ມະຫາບຸນມາ ສິມມາພົມ) ຮອງ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ສະຖິດພຳນັກຢູ່ ວັດສົມສະຫງັດບ້ານຝາຍ ບ້ານຝາຍ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ສະຖານະເດີມ ສະຖານະເດີມ ມີຊື່ວ່າ ບຸນມາ ນາມສະກຸນ ສິມມາພົມ ເກີດວັນທີ 01 ກໍລະກົດ ພ.ສ. 2477 (ຄ.ສ. 1934) ທີ່ ບ້ານທ່ານ້ອງ ເມືອງມຸນລະປາໂມກ ແຂວງຈຳປາສັກ ຖືກຳເນີດໃນຄອບຄົວ ຊົນເຜົ່າລາວລຸ່ມ ບິດາຊື່ ທ່ານຄຳສິງ ສິມມາພົມ (ເສຍຊີວິດ) ມານດາຊື່ ນາງບົວທອງ ສິມມາພົມ (ເສຍຊີວິດ) ມີອ້າຍເອື້ອຍນ້ອງ ຮ່ວມແມ່ດຽວກັນ 6 ຄົນ ອ້າຍເອື້ອຍນ້ອງຕ່າງບິດາ 8 ຄົນ. ບັນພະຊາ ພຣະຫຼັກແກ້ວມະຫາບຸນມາ ບໍ່ໄດ້ຜ່ານການບັນພະຊາເປັນຈົວກ່ອນ ອຸປະສົມບົດ ພຣະຫຼັກແກ້ວມະຫາບຸນມາ ອາຍຸໄດ້ 20 ປີ ກໍໄດ້ເຂົ້າຮັບການອຸປະສົມບົດ ເປັນພຣະພິກຂຸໃນພຣະພຸດທະສາສະໜາ ໃນວັນທີ 08 ມີນາ ພຣະພຸດທະສັກກະຣາດ 2497 (ຄ.ສ. 1954) ທີ່ ພັດທະສີມາ ວັດສີດາຈັນ ບ້ານກອກ ເມືອງສຸຂຸມາ ແຂວງຈຳປາສັກ ໂດຍມີ ພຣະຫຼັກຄຳຈຳປາສັກນັກຄະຣາຈານ (ເຄນ ທະນາກອນ) ເປັນພຣະອຸປັດຊາ ພຣະອາຈານຄູຜາ ເປັນ ພຣະກັມມະວາຈາເບື້ອງຂວາ ພຣະອາຈານຄູເປີ ເປັນພຣະກັມມະວາຈາເບື້ອງຊ້າຍ ພຣະອາຈານມະຫາຄຳແດງ ປະຖັມມະວົງ ເປັນພຣະກັມມະວາຈາກາງ ມີ ພຣະສົງນັ່ງຫັດຖະບາດ 15 ອົງ ວຸດທິການສຶກສາ ພ.ສ. 2486-2487 (ຄ.ສ. 1943-1944) ຈົບປະຖົມສຶກສາ ທີ່ໂຮງຮຽນບ້ານທ່າແຮ່ ເມືອງມຸນລະປາໂມກ ແຂວງຈຳປາສັກ. ພ.ສ............. ຈົບມັດທະຍົມ 4 ທີ່ໂຮງຮຽນປະຣິຍັດຕິທັມ ວັດໂພຣັດຕະນະສາສະດາຣາມ (ວັດຫຼວງປາກເຊ) ເມືອງປາກເຊ ແຂວງຈຳປາສັກ. ພ.ສ............. ຈົບການສຶກສາຝ່າຍທັມ ຄື ນັກທັມຊັ້ນເອກ ທີ່ໂຮງຮຽນປະຣິຍັດຕິທັມ ວັດໂພຣັດຕະນະສາສະດາຣາມ (ວັດຫຼວງປາກເຊ) ເມືອງປາກເຊ ແຂວງຈຳປາສັກ. ພ.ສ............. ຈົບການສຶກສາຝ່າຍປາລີ ປະຣຽນທັມ 6 ປະໂຫຍກ. ໜ້າທີ່ຕຳແໜ່ງ ພ.ສ. 2519 (ຄ.ສ. 1976) ໄດ້ຮັບແຕ່ງຕັ້ງເປັນ ຮອງປະທານ ອພສ ເມືອງໄຊເຊດຖາ ແລະ ຄະນະສຶກສາສົງ ແຂວງວຽງຈັນ. ພ.ສ...................... ເປັນປະທານ ອພສ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ 2 ສະໄໝ. ພ.ສ. 2541 (ຄ.ສ. 1998) ໄດ່ຮັບການແຕ່ງຕັ້ງເປັນ ຄະນະປະຈຳ ອພສ ນະຄອນຫຼວງ, ຫົວໜ້າສຶກສາສົງ ນະຄອນຫຼວງວຽງຈັນ ແລະ ຄະນະສຶກສາສົງ ສູນກາງ. ພ.ສ. 2543 (ຄ.ສ. 2000) ໄດ້ຮັບແຕ່ງຕັ້ງເປັນ ຮອງປະທານອົງການພຸດທະສາສະໜາສັມພັນລາວ ນະຄອນຫຼວງວຽງຈັນ. ພ.ສ. 2547 (ຄ.ສ.2004) ໄດ້ຮັບການແຕ່່ງຕັ້ງໃຫ້ເປັນ ຄະນະປະຈຳ ສູນກາງ ອພສ. ພ.ສ. 2553 (2010) ໄດ້ຮັບການແຕ່ງຕັ້ງເປັນ ຮອງປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຫົວໜ້າກັມມາທິການປົກຄອງສົງ. ພ.ສ. 2559 (ຄ.ສ. 2016) ໄດ້ຮັບການແຕ່ງຕັ້ງເປັນ ຮອງປະທານສູນກາງອົງການພຸດທະສາສໜາສັມພັນ ແຫ່ງ ສປປ ລາວ, ອົງຊີ້ນຳວຽກກັມມາທິການປົກຄອງສົງ ທົ່ວປະເທດ. ພ.ສ. 2562 (ຄ.ສ. 2019) ອີງຕາມທັມມະນູນສົງລາວ ສະບັບເລກທີ 37/ນຍ ລົງວັນທີ 15 ກຸມພາ 2019 ແລະ ອີງຕາມ ມະຕິເປັນເອກະສັນ ຂອງກອງປະຊຸມ ຄະນະບໍລິຫານງານປະຈຳການ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຄັ້ງ ວັນທີ 29 ກໍລະກົດ 2019 ພຣະເດດພຣະຄຸນ ໄດ້ຮັບຂຶ້ນເປັນ ພຣະຫຼັກແກ້ວ ຕາມສຸວັນນະຈາຣຶກວ່າ: "ພຣະຫຼັກແກ້ວມະຫາສຸເມທາທິບໍດີ ສິຣິວໍຣະສັງຄະນາຈານ ອະດຸນຄັມພີຣະຍານສຸນທອນ ບໍວອນປະຣິຫາຣິຍານຸວັດ (ມະຫາບຸນມາ ສິມມາພົມ)". ຊື່ເອີ້ນໂດຍຫຍໍ້: ພຣະຫຼັກແກ້ວມະຫາສຸເມທາທິບໍດີ (ມະຫາບຸນມາ ສິມມາພົມ) ຜົນງານທາງດ້ານການສ້າງສາພັດທະນາ ພຣະເດດພຣະຄຸນພຣະຫຼັກແກ້ວມະຫາສຸເມທາທິບໍດີ ເປັນພຣະນັກພັດທະນາທີ່ສຳຄັນ ມີຜົນງານອັນໂດດເດັ່ນ ທາງດ້ານພຣະສາສະໜາ ພຣະເດດພຣະຄຸນ ພຣະຫຼັກແກ້ວ ໄດ້ສ້າງວັດຫຼາຍແຫ່ງ ທັງໃນນະຄອນຫຼວງວຽງຈັນ, ທີ່ແຂວງຈຳປາສັກ ແຂວງໄຊສົມບູນ ແລະ ແຂວງອື່ນໆ ອີກ ນອກນັ້ນ ພຣະເດດພຣະຄຸນ ຍັງໄດ້ນຳພາສ້າງພຣະເຈດີ ເພື່ອບັນຈຸພຣະບໍຣົມສາສຣີຣິກະທາດ ຂອງອົງພຣະສັມມາສັມພຸດທະເຈົ້າ ເຊິ່ງໃນປັດຈຸບັນ ກຳລັງດຳເນີນການສ້າງຢູ່. ທາງດ້ານສາທາຣະນະປະໂຫຍດ ພຣະເດດພຣະຄຸນພຣະຫຼັກແກ້ວມະຫາບຸນມາ ໄດ້ສ້າງຫົນທາງ ສ້າງຂົວ ສ້າງໂຮງຮຽນ ແລະ ສ້າງໂຮງໝໍ


ຮູບຈາກ ມວຍວັດກຣາບຟີກ
ຮີບໂຮມໂດຍ Art and Culture of Laos.
ນໍາສະເໜີໂດຍ : ລາວ Temple


 

ความคิดเห็น