ປະຫວັດຕ່າງໆ

แสดงเพิ่มเติม

ທາຕຸຕ່າງໆຂອງວັດຫນອງ ສີຼຄູນເມືອງ ນະຄອນຫລວງພຣະບາງ ປີ 1920s



ທາຕຸຕ່າງໆຂອງວັດຫນອງ ສີຼຄູນເມືອງ ນະຄອນຫລວງພຣະບາງ ປີ 1920s
ນີ້ແມ່ນຮູບເກົ່າແກ່ຂອງບັນດາທາຕຸຕ່າງໆທີລຽງລາຍກັນທາງຫນ້າອາຮາມ(ສີມ)ຂອງວັດຫນອງ ສີຼຄູນເມືອງ ນະຄອນຫລວງພຣະບາງ ເມື່ອປະມານປີ ຄສ 1920s ເຊິ່ງປັດຈຸບັນນີ້ທາຕຸນ້ອຍ ທາງກາງ ທີເຫັນໃນຮູບນີ້ແມ່ນບໍ່ມີໃຫ້ເຫັນແລ້ວ ຍັງເຫລືອແຕ່ທາຕຸໃຫຍ່ດ້ານຊ້າຍມືເທົ່ານັ້ນ ນີ້ຈຶ່ງເປັນຮູບພາບປະຫວັດສາດ ໃນຄັ້ງອະດິດເກົ່ານັ້ນຍັງມີທາຕຸຕ່າງໆລຽງລາຍກັນຢູ່ເປັນແຖວໆທາງຫນ້າວັດຫນອງ ແຫ່ງນີ້.
ຖ້າເປັນໄປໄດ້ ຫນ້າຈະສ້າງທາຕຸທີມີສັດສ່ວນນ້ອຍ ຫຍໍ້ໆຂະໜາດລົງ ແລະສ້າງໄວ້ໃກ້ກັບທາຕຸໃຫຍ່ອົງນີ້ຄົງຈະເປັນການດີ ໃຫ້ຮູ້ວ່າ ເມື່ອກ່ອນບໍລິເວນແຫ່ງນີ້ກໍ່ມີທາຕຸທີມີຮູບຮ່າງລັກສະນະແບບນີ້ຕັ້ງຢູ່ນີ້.
Cr : ນະຄອນຫລວງພຣະບາງ Luangprabang City
ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple

ความคิดเห็น