ປະຫວັດຕ່າງໆ

แสดงเพิ่มเติม

6 ອົງເທພພະຍາດາ ອົງປົກປັກຮັກສາເມືອງວຽງຈັນ


6 ອົງເທພພະຍາດາ ອົງປົກປັກຮັກສາເມືອງວຽງຈັນ

ຕາມຕຳນານເພິ່ນກ່າວວ່າ ເມືອງວຽງຈັນນອກຈາກເປັນທີ່ມີພະຍານາກຄອຍປົກປັກຮັກສາແລ້ວ ຍັງມີ 6 ອົງເທພພະຍາດາ ເປັນຜູ້ປົກປັກຮັກສາອີກນຳ ແຕ່ໃນປະຈຸບັນນີ້ຄົນສ່ວນຫລາຍ ແມ່ນເກືອບວ່າບໍ່ມີໃຜຮູ້ແລ້ວ ວ່າມີລາຍນາມຫຍັງແດ່ ມື້ນີ້ຂ້າພະເຈົ້າຈະຂໍນຳເອົາລາຍຊື່ 6 ອົງເທພພະຍາດາ ຜູ້ປົກປັກຮັກສາເມືອງວຽງຈັນມາໃຫ້ຮູ້ຈັກເພື່ອເປັນຄວາມຮູ້ໃນການສຶກສາ ປະຫວັດສາດ ຄວາມເປັນມາຂອງເມືອງ ໃນສະໄຫມກ່ອນເກົ່າ ທີ່ເກືອບບໍ່ມີໃຜຮູ້ແລ້ວ (ແຕ່ບໍ່ໃຫ້ງົມງວາຍເດີ ເຊິ່ງມີລາຍນາມຊື່ ດັ່ງນີ້ : 1. ນາງອິນທະສຣີຈຽມປາງ. ອົງນີ້ເປັນອົງເທພບພະຍາດາສູງສຸດຂອງບັນດາ 6 ອົງ ເພິ່ນສະຖິດທີ່ຫາດດອນຈັນ. 2. ອີນທະພະຍອງ. ເພິ່ນສະຖິດທີ່ໜອງນ້ຳບຶງຂະຫຍອງ. 3. ມັດສານາຣີ. ເພິ່ນສະຖິດທີ່ສະພັງນ້ອຍ ຫລືໜອງຈັນ. 4. ສາຣາສະນິດ. ເພິ່ນສະຖິດທີ່ ສະພັງນ້ຳ ຫລືຫນອງນ້ຳສະພັງໝໍ້. 5. ປະສິດດີທິສັກກະ. ເພິ່ນສະຖິດທີ່່ຕອນເຫນືອຂອງທ້າຍຫ້ວຍ ສີມິງຄະຣະ ນ້ຳອອກບໍ່ ( ຂ້າພະເຈົ້າບໍ່ຮູ້ວ່າ ສະຖານທີ່ແຫ່ງນີ້ຕັ້ງຢູ່ບ່ອນໃດ ຂໍຄວາມກະລຸນາຜູ້ຮູ້ທັງຫລາຍຊ່ວຍບອກໃຫ້ເປັນວິທະຍາທານດ້ວຍ) 6. ຣັຕນະເກສີ. ເພິ່ນສະຖິດທີ່່ຕອນເຫນືອຂອງທ້າຍຫ້ວຍ ສີມິງຄະຣະ ນ້ຳອອກບໍ່ ( ຂ້າພະເຈົ້າບໍ່ຮູ້ວ່າ ສະຖານທີ່ແຫ່ງນີ້ຕັ້ງຢູ່ບ່ອນໃດ ຂໍຄວາມກະລຸນາຜູ້ຮູ້ທັງຫລາຍຊ່ວຍບອກໃຫ້ເປັນວິທະຍາທານດ້ວຍ) ຂໍ້ 5 ແລະ 6 ສະຖານທີ່ແມ່ນສະຖິດຢູ່ບ່ອນດຽວກັນ ຕາມເອກະສານທີ່ໄດ້ອ່ານມາ ຖ້າໃຜມີເອກະສານຫລືຮູ້ວ່າ ແຕກຕ່າງຈາກນີ້ກໍ່ຂໍປະກອບສ່ວນເຮັດໃຫ້ບົດນີ້ສົມບູນຂຶ້ນອີກເດີ ຮູບພາບນີ້ເປັນຮູບປະກອບພາບ ນີ້ແມ່ນຮູບຜູ້ປົກປັກຮັກສາພຣະທາດຫລວງວຽງຈັນໃນປະມານປີ 1900 ຕອນສະໄຫມຝຣັ່ງເຂົ້າມາເມືອງວຽງຈັນໃຫມ່ໆ. ສ່ວນຮູບແຜນທີ່ແມ່ນບ່ອນທີ່ນັ້ນເປັນບ່ອນທີ່ອົງເທພພະຍາດາທັງຫລາຍສະຖິດຢູ່


1. ນາງອິນທະສຣີຈຽມປາງ.
ອົງນີ້ເປັນອົງເທພບພະຍາດາສູງສຸດຂອງບັນດາ 6 ອົງ ເພິ່ນສະຖິດທີ່ຫາດດອນຈັນ.

2. ອີນທະພະຍອງ.
ເພິ່ນສະຖິດທີ່ໜອງນ້ຳບຶງຂະຫຍອງ.

3. ມັດສານາຣີ.
ເພິ່ນສະຖິດທີ່ສະພັງນ້ອຍ ຫລືໜອງຈັນ.

4. ສາຣາສະນິດ.
ເພິ່ນສະຖິດທີ່ ສະພັງນ້ຳ ຫລືຫນອງນ້ຳສະພັງໝໍ້.

5. ປະສິດດີທິສັກກະ.
ເພິ່ນສະຖິດທີ່່ຕອນເຫນືອຂອງທ້າຍຫ້ວຍ ສີມິງຄະຣະ ນ້ຳອອກບໍ່ ( ຂ້າພະເຈົ້າບໍ່ຮູ້ວ່າ ສະຖານທີ່ແຫ່ງນີ້ຕັ້ງຢູ່ບ່ອນໃດ ຂໍຄວາມກະລຸນາຜູ້ຮູ້ທັງຫລາຍຊ່ວຍບອກໃຫ້ເປັນວິທະຍາທານດ້ວຍ)

6. ຣັຕນະເກສີ.
ເພິ່ນສະຖິດທີ່່ຕອນເຫນືອຂອງທ້າຍຫ້ວຍ ສີມິງຄະຣະ ນ້ຳອອກບໍ່ ( ຂ້າພະເຈົ້າບໍ່ຮູ້ວ່າ ສະຖານທີ່ແຫ່ງນີ້ຕັ້ງຢູ່ບ່ອນໃດ ຂໍຄວາມກະລຸນາຜູ້ຮູ້ທັງຫລາຍຊ່ວຍບອກໃຫ້ເປັນວິທະຍາທານດ້ວຍ) ຂໍ້ 5 ແລະ 6 ສະຖານທີ່ແມ່ນສະຖິດຢູ່ບ່ອນດຽວກັນ ຕາມເອກະສານທີ່ໄດ້ອ່ານມາ ຖ້າໃຜມີເອກະສານຫລືຮູ້ວ່າ ແຕກຕ່າງຈາກນີ້ກໍ່ຂໍປະກອບສ່ວນເຮັດໃຫ້ບົດນີ້ສົມບູນຂຶ້ນອີກເດີ

ຮູບພາບນີ້ເປັນຮູບປະກອບ
ພາບນີ້ແມ່ນຮູບຜູ້ປົກປັກຮັກສາພຣະທາດຫລວງວຽງຈັນໃນປະມານປີ 1900 ຕອນສະໄຫມຝຣັ່ງເຂົ້າມາເມືອງວຽງຈັນໃຫມ່ໆ.
ແລະ ຮູບຖ່າຍປີ 2020

ສ່ວນຮູບແຜນທີ່ແມ່ນບ່ອນທີ່ນັ້ນເປັນບ່ອນທີ່ອົງເທພພະຍາດາທັງຫລາຍສະຖິດຢູ່

ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple
ຖ້າທ່ານໃດຕ້ອງການຂໍ້ມູນ ແລະ ຮູບພາບໄປນໍາໃຊ້ ກະລຸນນາຕິດຕໍ່ທິມງານ ລາວ Temple ຝາກຕິດຕາມ Page ກົດ Like ກົດ Share ເພື່ອເປັນກໍາລັງໃຈໃຫ້ທິມງານ

ความคิดเห็น