ປະຫວັດຕ່າງໆ

แสดงเพิ่มเติม

ປະຫວັດພຣະເຈົ້າອົງຕື້ ເມືອງໂສ່ຍ ແຂວງ ຫົວພັນ



ພຣະເຈົ້າອົງຕື້ ເມືອງໂສ່ຍ ເປັນພຣະພຸດທະຮູບປາງມາຣະວິໄຊ ແປວ່າ ປາງຊະນະມານ ຫຼື ປາງສະດຸ້ງມານ ມີພະອິຣິຍາບົດນັ່ງຂັດສະມາທິ ພະຫັດມືຊ້າຍຫງາຍວາງຢູ່ເທິງຕັກ ພະຫັດມືຂວາວາງຂວໍ້າຢູ່ເທິງເຂົ່າຊີ້ລົງພື້ນດີນທໍລະນີ ອົງພຣະໜັກ 3,850 ກິໂລ ວັດແທກ ແຕ່ນັ່ງເຖິງຍອດເກດ 2 ມ 20 ຊມ ແຕ່ຕີນແທ່ນເທິງຍອດເກດ 2 ມ 90 ຊມ ແຕ່ໜ້າຂາເຖິງບ່າ 80 ຊມ ໜ້າເອິກກວ້າງ 60 ຊມ ໜ້າຕັກແຕ່ເຂົາຂວາ ເຂົ່າຊ້າຍ 1 ມ 20 ຊມ ໜ້າແທ່ນຕອນກາງ 1 ມ 50 ຊມ ໜ້າແທ່ນຕອນລຸ່ມ 1 ມ 80 ຊມ ຮອບມົນທົນຂອງແທ່ນ 5 ມ 60 ຊມ ພຣະເຈົ້າອົງນີ້ ເປັນພຣະພຸດທະຮູບທອງສັມຣິດ ມີລັກສະນະໄດ້ສົມສວ່ນຈົບງາມ ຍາກທີ່ຈະຫາພຣະພຸດທະຮູບປາງອື່ນໆມາປຽບ. ເປັນພຣະພຸດທະຮູບທີ່ສັກສິດອົງໝຶ່ງໃນທາງພາກເໜືອຂອງລາວ ສ້າງຂື້ນໃນສະໄໝເຈົ້າໄຊຍະເຊດຖາທິລາດ ໄດ້ຂື້ນຄອງຣາດ ໃນອານາຈັກລ້ານຊ້າງ ໃນສັດຕະວັດທີ 16 ແຕ່ກ່ອນປະດິດສະຖານໃນສິມວັດໂພໄຊຊະນະຣາມ ແຂວງ ຫົວພັນ ຊໍາເໜືອ ປະຈຸບັນປະດິດສະຖານທີ່ວັດ.......................................................................................


ເມື່ອປີ ພສ 2096 ກົງກັບ ຄສ 1553 ເຈົ້າໄຊຍະເຊດຖາໄດ້ຂື້ນຄອງຣາດ ໃນອານາຈັກລ້ານຊ້າງ ເມື່ອຄອງຣາດໄດ້ 10 ປີແລ້ວ ໃນປີທີ 11 ສັກດີນາອານາຈັກຫົງສາວະດີ ( ພະມ້າ) ໄດ້ເຂົ້າມາຮຸກຮານອານາຈັກລ້ານຊ້າງ ເຈົ້າໄຊຍະເຊດຖາ ກໍ່ໄດ້ນໍາພາໄພ່ພົນເມືອງເຮັດການຕໍ່ສູ້ໄດ້ປີປາຍ ຈຶ່ງໄດ້ໄຊຊະນະ ເຊິ່ງເປັນໄລຍະຍ່າງເຂົ້າໃນປີທີ 12 ໃນການຂື້ນຄອງຣາດຂອງພະອົງ ພະອົງຈຶ່ງໄດ້ກໍາໜົດເອົາ 2 ເຫດການດັ່ງກາ່ວເປັນຈຸດສໍາຄັນຄື : 1 ພະອົງໄດ້ຂື້ນຄອງຣາດ 12 ປີ 2 ໄດ້ຮັບໄຊຊະນະຈາກສັກດີນາພະມ້າຜູ້ຮຸກຮານ ເມື່ອເຈົ້າໄຊຍະເຊດຖາ ໄດ້ຖືເອົາ ເຫດການ 2 ຢ່າງເປັນນິມິດໝາຍແລ້ວ ມີຄວາມປະສົງສ້າງພະເຈດີ ແລະ ພະພຸດທະຮູບໃຫ່ຍຂື້ນໄວ້ເພື່ອເປັນສັນຍາລັກໃຫ້ເປັນທີ່ລະລຶກ ແລະ ສັກກະຣະບູຊາຂອງປວງຊົນຕໍ່ໄປຕາບເທົ່າ 5000 ພະວັດສາ ຈຶ່ງໄດ້ອອກດໍາລັດປະກາດສັ່ງໄປຍັງເຈົ້າພຣະຍາ ແລະ ແສນເມືອງ ຜູ້ປົກຄອງເຂດແຄວ້ນມົນທົນຣັດຖະ ໃນທົ່ວອານາຈັກລ້ານຊ້າງ ເພື່ອຮີບໂຮມເອົາທອງແດງ ທອງເຫຼືອງ ຕາມທົ່ວເມືອງຕ່າງໆ ມາປະກອບສ່ວນສ້າງພະພຸດທະຮູບ ທີ່ນະຄອນຫຼວງ ອານາຈັກລ້ານຊ້າງ ( ວຽງຈັນ) ເມື່ອທາງວຽງຈັນໄດ້ທອງມາຄົບຖວ້ນແລ້ວ ຈຶ່ງໄດ້ຫຼໍ່ພຣະພຸດທະຮູບຂື້ນ ມີນໍ້າໜັກ 1 ຕື້ ດັ່ງເຫັນປະຈັກຕາຢູ່ໃນປັດຈຸນັນນີ້ທີ່ວັດອົງຕື້. ສ່ວນຕາມຫົວເມືອງຕ່າງໆນັ້ນ ເຈົ້າໄຊຍະເຊດຖາ ເຫັນວ່າທາງວຽງຈັນ ໄດ້ຫຼໍ່ພຣະພຸດທະຮູບສໍາເລັດແລ້ວ ຈື່ງໄດ້ອອກປະກາດສັ່ງໃຫ້ແຕ່ລະຫົວເມືອງພ້ອມກັນສ້າງພຣະເຈດີ ແລະ ພຣະພຸດທະຮູບຂື້ນຕາມຫົວເມືອງຂອງໃຜລາວ ເພື່ອເປັນເຫດການລະລຶກເຖິງ 2 ເຫດການດັ່ງກ່າວນັ້ນເຖິງແມ່ນວ່າທອງ ແລະ ວັດຖຸປະກອນ ທີ່ຫາມາໄດ້ນັ້ນ ຈະມີນໍ້າໜັກບໍ່ພໍຕື້ກໍ່ຕາມ ແຕ່ເມື່ອຫຼໍ່ພຣະພຸດທະຮູບ ຈະເປັນອົງນ້ອຍ ຫຼື ອົງໃຫ່ຍແລ້ວໃຫ້ໃສ່ຊື່ວ່າ ພຣະເຈົ້າອົງຕື້ ຄືດຽວກັນ ດັ່ງຈະຊອກເຫັນໄດ້ໃນປະຈຸບັນນີ້ ມີ : - ພຣະເຈົ້າອົງຕື້ ວັດບ້ານນາມ່າວ ແຂວງ ຫົວພັນ - ພຣະເຈົ້າອົງຕື້ ເມືອງຄູນ ແຂວງ ຊຽງຂວາງ - ພຣະເຈົ້າອົງຕື້ ວັດໂອກາດ ທີ່ທ່າລາດ ແຂວງວຽງຈັນ - ພຣະເຈົ້າອົງຕື້ ວັດນໍ້າໂມງ ອໍາເພີສີຊຽງໄໝ່ ປະເທດໄທ • 


ການລິເລີ່ມຫຼໍ່ສ້າງ ພຣະເຈົ້າອົງຕື້ ເມືອງໂສ່ຍ ເມື່ອງ ຫົວພັນ ເມືອງໂສ່ຍ ( ເຈົ້າພະຍາສີສຸຣີນທໍາມະຣາດ ) ຜູ້ປົກຄອງເມືອງໂສ່ຍ ໄດ້ຮັບຄໍາສັ່ງນັ້ນແລ້ວ ກໍ່ໄດ້ສັ່ງໃຫ້ ທ້າວ ເພັຽ ຂຸນ ໝຶ່ນ ແສນ ແລະ ບຸກຄົນສໍາຄັນໃນທົ່ວເມືອງ ເຂົ້າມາປະຊຸມເພື່ອພິຈາລະນາຄໍາສັ່ງດັ່ງກ່າວ ເມື່ອຕົກລົງເຫັນດີຮ່ວມກັນວ່າ ຈະສ້າງພຣະພຸດທະຮູບໃຫ່ຍຂື້ນ 1 ອົງແລ້ວ ຈຶ່ງໄດ້ແຕ່ງຕັ້ງຄະນະກໍາມະການຮັບໜ້າທີ່ ແລະ ຄວບຄຸມວຽກງານ ຝ່າຍເຈົ້າໜ້າທີ່ພະນັກງານບັນຊີຜູ້ທີ່ໄດ້ຮັບມອບໝາຍຈຶ່ງໄດ້ອອກໄປແຜ່ທອງ ຕາມໜູ່ບ້ານ ແລະ ສະຖານທີ່ຕ່າງໆ ເພື່ອໃຫ້ໄດ້ທອງ 3850 ກິໂລ ເມື່ອແຜ່ໄປແລ້ວໄດ້ 6 ເດືອນ ກໍຍັງບໍ່ໄດ້ຕາມຈໍານວນດັ່ງກ່າວ ຄັນເຖິງເດືອນ ທີ 7 ຄະນະຮັບຜິດຊອບຈຶ່ງໄດ້ປະຊຸມກັນຈັດພານເຂົ້າໃຫ່ຍສາມັກຄີຂື້ນ ມີເຫຼົ້າໄຫໄກ່ຕົ້ມແລ້ວ ໄດ້ຮຽກເຊີນເອົານາຍບ້ານ ຕາແສງ ນາຍດ່ານ ແລະ ຫົວນ້າຄອບຄົວໃນຂົງເຂດນັ້ນມາ ລ້ຽງດູ ປູເສືອ ເພື່ອແຜ່ທອງຕາມທີ່ຕ້ອງການ ເຈົ້ານ້າທີ່ພະນັກງານບັນຊີຈຶ່ງໄດ້ເຜີຍແຜ່ຈຸດປະສົງໃຫ້ທຸກຄົນຮູ້ແລ້ວ ຕ່າງຄົນກໍ່ຍີນດີມີສັດທາສະຫຼະທອງ ຄົນທໍ່ນັ້ນກິໂລ ຄົນທໍ່ນີ້ກິໂລ ຕາມພາສາແຫ່ງຄວາມມືນເມົາເຈົ້າພະນັກງານບັນຊີ ຈິ່ງໄດ້ຈົດຈໍານວນທອງຂອງແຕ່ລະຄົນນັ້ນໄວ້ກໍ່ໄດ້ເລີກລາກັນໄປ ຄັນເມື່ອເຖິງວັນກໍາໜົດແລ້ວ ທຸກຄົນກໍ່ໄດ້ເອົາທອງມາລວມກັນ ລາງຄົນບໍ່ມີກໍ່ໄດ້ແລ່ນຊອກຫາເອົາໝໍ້ນຶ້ງ ໝໍ້ແກງ ແລະ ໄຫທອງຂອງຕົນມາໃສ່ ເພື່ອໃຫ້ໄດ້ຄົບຕາມບັນຊີທີ່ຈົດໄວ້ນັ້ນ ເມື່ອໄດ້ທອງຕາມຄາດໝາຍແລ້ວຈື່ງໄດ້ປະຊຸມການອີກ ເພື່ອຈັດຕັ້ງຄະນະກໍາມະການຂອງແຕ່ລະຂະແໜງການດັ່ງນີ້ : 1 ເຈົ້າພະຍາສີສຸຣີນທໍາມະຣາດ ( ຫົວພັນ ເມືອງ ໂສ່ຍ ) 2 ຂຸນສີລະປະຂັນ ເປັນຫົວໜ້າຊ່າງຫຼໍ່ 3 ເພັຍອະໄພມຸງຄຸນ ເປັນຫົວໜ້າຄຸມຈໍານວນພົນ ( ຝ່າຍບັນຊີ) 4 ແສນຂັນທອງ ເປັນຫົວໜ້າຝ່າຍອຸປະກອນເຄື່ອງມື 5 ໝຶ່ນສຸຣີນທາ ເປັນຫົວໜ້າຝ່າຍຫລົວຟືນ 6 ທ້າວ ໂສ່ວຍ ເປັນຫົວໜ້າຝ່າຍເຮັດຄົວກີນພ້ອມລູກບ້ານ ຄັນເຖິງ ພສ 2108 ຄສ 1565 ເດືອນຍີ່ ຂື້ນ 15 ຄໍາ ຈຶ່ງໄດ້ທໍາພິທີຫຼໍ່ຢູ່ທີ່ ບ້ານໂສ່ຍ ຕາແສງ ໂສ່ຍ ເມືອງ ວຽງໄຊ ໄດ້ 7 ວັນແລ້ວ ຈຶ່ງພ້ອມກັນມາແກະເປົ້າ ໃນວັນແຮມ 7 ຄໍ່າ ເດືອນ ຍີ່ ກໍປະກົດວ່າ ອົງພະພຸດທະຮູບໄດ້ຕິດຈອດກັນກ້ຽງປອດໃສງາດີທົ່ວທຸກພາກສ່ວນ ຄັນເຖິງເດືອນ 6 ເພັງ ຈຶ່ງພ້ອມກັນທໍາພິທີທໍາບຸນໃຫ້ທານສູດສະເຫຼີມສະຫລອງ ສົມໂພດ 3 ວັນ 3 ຄຶນແລ້ວ ໄດ້ໃສ່ຊື່ວ່າ ພະເຈົ້າອົງຕື້ ແລະ ໄດ້ຈາລຶກໄວ້ໃຕ້ຕີນແທ່ນພະເຈົ້າວ່າ ຈຸລະສັງກາດ 927 ຕົວ ປີຮັບເປົ້າ ແລະ ບອກຊື່ຜູ້ນໍາພາສ້າງມີທັງພາຍໃນ ແລະ ພາຍນອກ ຍິງຊາຍນ້ອຍໃຫ່ຍ ເຖົ້າແກ່ ບ່າວສາວມີຈໍານວນເປັນໜື່ນໆ ກົງກັບ ພສ 2108 ຄສ 1565 ມີອາຍຸໄດ້ 423 ມີນໍ້າໜັກໄດ້ 3850 ກິໂລ ກ່ອນເວລາຫຼໍ່ ແລະ ໃນຂະນະທີ່ກໍາລັງຫຼໍ່ຢູ່ນັ້ນ ກໍ່ມີເຈົ້າເມືອງຕ່າງ ໆ ຕະຫຼອດເຖິງເຈົ້າພະຍາຜູ້ຄອງອານາຈັກຂອມ ແລະ ຜູ້ປົກຄອງແຄ້ວນ 12 ພັນນາ ສິບສອງຈຸໄທ ແລະ ທີ່ອື່ນໆ ຊຶ່ງໄດ້ຍີນຂ່າວ ແລະ ໄດ້ຮັບຂ່າວສານ ໃນການແຜ່ທອງກໍ່ພ້ອມກັນສົ່ງທອງມາຊ່ອຍລວມທອງທີ່ຍັງເຫຼືອ ແລະ ທອງທີ່ສົ່ງມາຕາມຫຼັງນັ້ນມີຢູ່ 403,000 ຂັນ ສີ່ແສນສາມພັນຂັນ ຄິດໄລ່ເປັນກິໂລໄດ້ 550 ກິໂລ ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ: ລາວ Temple ຮູບພາບໂດຍ : EFEO ຖ້າທ່ານໃດຕ້ອງການຮູບພາບ ແລະ ຂໍ້ມູນ ເພື່ອຈະເອົາໄປນໍາໃຊ້ສາມາດຕິດຕໍ່ພົວພັນທິມງານ ລາວTemple ໄດ້ທີ່ E-mail : laotemples@gmail.com #ໂທ 02059999563 #ລາວTemple #ຝາກຕິດຕາມກະລຸນາກົດ Share ແທນທີ່ຈະ copy ຮູບພາບ ແລະ ຂໍ້ມູນ ເພື່ອເປັນກຳລັງໃຈຕໍ່ກັນ #ກົດ LIKE #ກົດ SHARE

ความคิดเห็น