ປະຫວັດຕ່າງໆ

แสดงเพิ่มเติม

ທາດໝາກໂມ ທີ່ວັດວິຊຸນນະຣາຊ ນະຄອນຫຼວງພຣະບາງ

ທາດໝາກໂມ ທີ່ວັດວິຊຸນນະຣາຊ ນະຄອນຫຼວງພຣະບາງ

ຕຳນານກ່າວວ່າທາດປະທູມ ຄືດອກບົວຫຼວງ ແຕ່ຄົນທັງຫຼາຍກ່າວວ່າຄືໜ່ວຍໝາກໂມຈຶ່ງຮຽກວ່າທາດໝາກໂມຕໍ່ປາກກັນມາ. ນາງພັນຕີນຊຽງອັກຄະມະເຫສີພຣະເຈົ້າວິຊຸນນະຣາຊຊົງສ້າງກໍ່ກວມໜອງຊວາໜ້າວັດວິຊຸນ ເມື່ອວັນເສົາເດືອນ 3 ຂຶ້ນ 2 ຄ່ຳປີກາບເສັດ ຈ.ສ.876 (ຄ.1514, ພ.ສ.2057) ນານໄດ້ 1 ປີກັບ 7 ເດືອນຈື່ງແລ້ວ. ເກື່ອນເພພັງທະລັງທະລາຍລົງ ວັນເສົາເດືອນ 8 ຂຶ້ນ 8 ຄ່ຳ ມື້ຮວາຍເຊັດ ປີກາບຢີ່ ຈ.ສ.1276 ກົງກັບວັນທີ່ 28 ເດືອນ 8 ປີ (ຄ.ສ.1914, ພ.ສ.2457) ກົມທຳມະການຫໍສະໜາມຫຼວງເວລານັ້ນແມ່ນເຈົ້າກົມຂຸນດວງຈັນບ້ານພັນຫຼວງເປັນອະທິບໍດີ ໄດ້ຄົ້ນພົບສີລາຈາລຶກແລະສິງຂອງເງິນຄຳແກ້ວແຫວນອັນປະເສີດແປກປະຫຼາດ ຫຼາຍສິງຫຼາຍຢ່າງແລ້ວເອົາອອກມາສະເໜີ ຖວາຍພຣະມະຫາກະສັດແລະເຈົ້ານາຍ ໃຫ້ເສນາຂ້າຣາຊການແລະເຈົ້ານາຍເບິ່ງ ແລ້ວພາກັນອອກເງິນບູຊາສຳລັບຊ້ອມແຊມທາດລູກນີ້ໄດ້ເງິນ 11.252 ຫຼຽນ 68 ເຊັນ ຫຼືອັດບ່ອງທອງແດງຄັງເມືອງລາວໂມທະນາ 5.500 ຫຼຽນຖ້ວນ ລວມ 2 ລາຍເປັນເງິນ 16.752 ຫຼຽນ 68 ເຊັນ.
ນັບແຕ່ວັນທີ່ໄດ້ກໍ່ສ້າງ ເວັ້ນແຕ່ວັນເດືອນລະດູຝົນພັກບໍ່ໄດ້ນັບ 3 ປີກັບ 1 ເດືອນຈຶ່ງສຳເລັດແລະໄດ້ທຳພິທີສະຫຼອງວັນເສົາ ມື້ເປິກສະງ້າ ເດືອນ 12 ຂຶ້ນ 8 ຄ່ຳ ປີເຕົ່າສັນ ຈ.ສ.1294 (ຄ.1932, ພ.ສ.2475).
ສ່ວນສິ່ງຂອງທີ່ໄດ້ເອົາອອກມາສະເໜີນັ້ນ ໄດ້ເອົາຄືນໄປບັນຈຸໄວ້ກໍ່ມີ ເອົາໄປໄວ້ທ້ອງພຣະໂຮງຫໍຄຳໃນພຣະບໍຣົມມະຫາຣາຊວັງກໍ່ມີ ແຈ້ງຢູ່ໃນບັນຊີກົມທຳມະການຫໍສະໜາມຫຼວງນັ້ນແລ້ວ.

ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple

ความคิดเห็น