ປະຫວັດຕ່າງໆ

แสดงเพิ่มเติม

ສີລາຈາລຶກ ວັດສີສະເກດ “ສະຕະສະຫັສສາຣາມ”

 


ສີລາຈາລຶກ ວັດສີສະເກດ “ສະຕະສະຫັສສາຣາມ”
ສີລາຈາລຶກໃນວັດສີສະເກດ ສູງ 2 ແມັດ ກວ້າງ 70 ຊັງຕີແມັດ ໜາ 5 ຊັງຕີແມັດມີໜັງສືຂຽນໄວ້ 51 ແຖວ
ສີລາຈາລຶກໄດ້ບັນທຶກວັດຖຸອຸປະກອນໃນການກໍ່ສ້າງວັດສີສະເກດຢ່າງລະອຽດໄວ້ດັ່ງນີ້໊:
• ຄໍາປິວ 1,310,704 ແຜ່ນຖ້າຄິດເປັນເງີນສະໄໝນັ້ນຈະເທົ່າກັບ 130 ຊັ່ງ 6 ຕໍາລຶງ 2 ບາດ ແລະ 2 ສະຫຶຼງ
( ເປັນຫົວໜວ່ຍຄິດໄລ່ໃນສະໄໝບູຮານ
- 25ເບ້ຍ = 1 ສະຫຼຶງ
- 100 ເບ້ຍ ຫຼື 4 ສະຫຼຶງ=1 ບາດ
- 4 ບາດ = 1ຕໍາລຶງ
- 20 ຕໍາລຶງ=1ຊັ່ງ
- ສ່ວນແຫວນແມ່ນຫົວໜວ່ຍຍ່ອຍຂອງເບ້ຍ)
• ເງີນປິວ 30,006 ແຜ່ນ ຄິດເປັນເງີນ 2 ຕໍາລຶງ
• ແກ້ວ 865 ລູກ ຄິດເປັນເງີນ 13 ຕໍາລຶງ 2 ບາດເບ້ຍແຫວນ 50 ໝວ່ຍ
• ແກ້ວປະດັບຂາວ ຂຽວ ໜັກ 25600 ຄິດເປັນເງີນ 6 ຊັ່ງ 5 ຕໍາລຶງ
• ສາຍທອງໝັກ7209 ບາດ ຄິດເປັນເງີນ 2 ຕໍາລຶງ 3 ບາດເຟື້ອງເບ້ຍ 5 ແຫວນ 50 ໜວ່ຍ
• ກະດິງທອງ 26 ໜວ່ຍໜັກ 6008 ບາດ ຄິດເປັນເງີນ 3 ຕໍາລຶງເຟື້ອງເບ້ຍແວນ 75 ໜວ່ຍ
• ເຫຼັກໜັກ 1243700 ຄິດເປັນເງີນ 4 ຊັ່ງ 13 ຕໍາລຶງບາດ 2 ຊັ່ງ11 ຕໍາລຶງ 2 ບາດ 2 ສະຫຶຼງ
• ນໍ້າມັນຍາງ 84690 ຄິດເປັນເງີນ 6 ຊັ່ງ 9 ຕໍາລຶງ 3 ບາດ 1 ສະຫຼຶງ ເຟື້ອງ 2 ເບ້ຍ ແຫວນ 25 ໜວ່ຍ
• ຂີ້ຊີໜັກ 147600 ເປັນເງີນ 1 ຊັ່ງ 2 ຕໍາລຶງ 2 ສະຫຼຶງ 3 ເບ້ຍ
• ນໍ້າອ້ອຍໜັກ 2356800 ຄິດເປັນເງີນ 2 ຊັ່ງ 18 ຕໍາລຶງ 3 ບາດ 2 ສະຫຼຶງ ເຟື້ອຍເບ້ຍ 2 ແຫວນ 75 ໜວ່ຍ
• ປູນ 68044 ຖັງ ຄິດເປັນເງີນ 37 ຊັ່ງ 9 ຕໍາລຶງ 1 ບາດ 1 ສະຫຼຶງເຟື້ອງ 4 ເບ້ຍ ແຫວນ 93 ໜວ່ຍ
• ກະເບື້ອງ 8700 ແຜ່ນ ຄິດເປັນເງີນ 27 ຊັ່ງ 8 ຕໍາລຶງ 3 ບາດ
• ດີນຂໍ 24002 ແຜ່ນ ຄິດເປັນເງີນ 10 ຕໍາລຶງ 2 ບາດ 1 ສະຫຼຶງ 1 ເບ້ຍ ແຫວນ 26 ໜວ່ຍ
• ເຄື່ອງຂຽນທັງໝົດເປັນເງີນ 9 ຊັ່ງ 12 ຕໍາລຶງ 3 ບາດ 1 ສະຫຼຶງເຟື້ອງ 1 ເບ້ຍ ແຫວນ 50 ໜວ່ຍ
• ຈ້າງຊ່າງຂຽນຝາຜະໜັງວັດ ແລະ ສາລາຈົງກົມເປັນນິທານຫຼາຍເລື້ອງ ເປັນເງີນ 1 ຊັ່ງ 2 ຕໍາລຶງເຟື້ອງ 5 ເບ້ຍແຫວນ15 ໜວ່ຍ
• ຜ້າບິ້ງພຣະປະທານ ແລະ ພະລາຍຣອບສາລາຈົງກົມ 123 ຜືນ ເປັນເງີນ 5 ຊັ່ງ 6 ຕໍາລຶງ 2 ບາດ 2 ສະຫຼຶງເຟື້ອງ
ນັບແຕ່ການສ້າງວັດສີສະເກດລວມເປັນເງີນທັງໝົດ 333 ຊັ່ງ 10 ຕໍາລຶງ 1 ເບ້ຍແຫວນ 44 ໜວ່ຍ
ທັງໝົດນັ້ນແມ່ນວັດຖຸການສ້າງວັດສີສະເກດໃນສະໄໝເຈົ້າ ອະນຸວົງ .

ຂໍ້ມູມໂດຍ : ທິມງານ ລາວ Temple
ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple

ຮ່ວມອະນຸລັກ ຮັກສາ ຮີດຄອງປະເພນີ ສີລະປະ ວັດທະນະທໍາ ແຫ່ງຄວາມເປັນລາວ ໂດຍ : ກ້າວໜ້າລາວ KAONALAOS ENTERTAINMENT

ความคิดเห็น