ປະຫວັດຕ່າງໆ

แสดงเพิ่มเติม

ພຣະພຸດທະຮູບເກົ່າແກ່ ທີ່ຫໍພຣະວັດກາງ ຫຼັງໂຮງແຮມລ້ານຊ້າງ ນະຄອນຫຼວງວຽງຈັນ

 


ພຣະພຸດທະຮູບເກົ່າແກ່ ທີ່ຫໍພຣະວັດກາງ ຫຼັງໂຮງແຮມລ້ານຊ້າງ ນະຄອນຫຼວງວຽງຈັນ ປະຈຸບັນ ຫໍພຣະດັ່ງກ່າວເພີ່ນໄດ້ທຸບມ້າງແລ້ວ
ເບີ່ງຮູບກ່ອນທຸບມ້າງໄດ້ທີ່ https://www.facebook.com/pg/LaoTemple/photos/?tab=album&album_id=2409797935958916

ວັດກາງ ເປັນວັດຫລວງ ເປັນວັດໃຈກາງເມືອງວຽງຈັນທນ໌ ເປັນວັດຂອງພຣະສັງຄະຣາຊ ໃນຣັຊໄຫມຂອງເຈົ້າສຸຣິຍະວົງສາ ທັມມິກກະຣາຊ ເຊິ່ງເປັນວັດໃຫຍ່ ທີ່ຈະເຣິນຮຸ່ງເຮືອງ ໃນສະໄຫມນັ້ນ ມີບັນດາພຣະສົງ ເຂົ້າມາຮ່ຳຮຽນ ທາງພຸທທະສາສະໜາ ຈາກ ຊຽງຮຸ່ງ ລ້ານນາ ອະຍຸດທະຍາ ຂະເໜນ ... ເປັນຍຸກທີ່ພຣະພຸທທະສາສະໜາໃນລ້ານຊ້າງ ຈະເຣິນຮຸ່ງເຮືອງທີ່ສຸດ ພຣະພຸທທະສາສະໜາຈະເຣິນຮຸ່ງເຮືອງຫລາຍໃນໄລຍະນີ້ ວິທະຍາການຕ່າງໆ ກໍ່ເກີດຂຶ້ນໃນສະໄຫມນີ້ ວັດກາງ ຈຶ່ງເປັນວັດທີ່ເປັນສູນກາງຂອງພຣະພຸທທະສາສະໜາໃນດິນແດນລ້ານຊ້າງ ຫລືວ່າເປັນສູນກາງຂອງສຸວັນນະພູມ ກໍ່ວ່າໄດ້ ໃນໄລຍະນັ້ນ.

ວັດແຫ່ງນີ້ຖືກທຳລາຍຈາກສົງຄາມສະຫຍາມ ຈົນກາຍເປັນວັດຮ້າງ ເມື່ອຝຣັ່ງເສດ ເຂົ້າມາປົກຄອງລາວເມື່ອປີ ຄສ 1893 ວັດແຫ່ງນີ້ກໍ່ຍັງພໍເຫັນຊາກຫັກພັງຢູ່ ເຊັ່ນ : ສິມ ແລະຖືກບັນທຶກຮູບໄວ້ ໃນປີ ຄສ 1905 ຈາກທີ່ເປັນວັດຮ້າງດັ່ງກ່າວ ຝຣັ່ງເສດຈຶ່ງໄດ້ມີການດຳເນີນການມ້າງເພື່ອສ້າງເປັນ ອະນຸສອນສະຖານຂອງຜູ້ປົກຄອງລາວໃນສະໄຫມນັ້ນ ກໍ່ຄື ໂອກຸດຕ໌ ປາວີ ( Auguste Pavie ) ຈາກນັ້ນເມື່ອລາວເຮົາ ໄດ້ຮັບເອກະຣາຊຈາກຝຣັ່ງເສດແລ້ວ ຈຶ່ງມີການທັບມ້າງອະນຸສອນສະຖານ ໂອກຸດຕ໌ ປາວີ ( Auguste Pavie ) ອອກ ຈາກນັ້ນ ຫລາຍປີ ຕໍ່ມາ ຈຶ່ງໄດ້ມີການກໍ່ສ້າງສະຖານທີ່ດັ່ງກ່າວ ໃຫ້ເປັນໂຮງແຮມອັນດັບຫນຶ່ງຂອງລາວໃນຍຸກນັ້ນ ກໍ່ຄື ໂຮງແຮມລ້ານຊ້າງ ສ່ວນສະຖານທີ່ຫໍພຣະໄຕປິກດົກ ຕຳລາ ຄຳພີຕ່າງໆ ຂອງວັດກາງນັ້ນ ກໍ່ແມ່ນຫໍສະໝຸດແຫ່ງຊາດ ຫນ້ານ້ຳພຸ ປະຈຸບັນນີ້ກໍ່ມີການຂາຍຫໍສະໝຸດດັ່ງກ່າວແລ້ວ ຍັງບໍ່ຮູ້ວ່າຈະນຳຕຶກແລະດິນຕອນນີ້ໄປເຮັດຫຍັງ ? ແຕ່ດິນຕອນນີ້ ສະໄຫມກ່ອນ ກໍ່ແມ່ນສະຖານທີີ ທີ່ເປັນຄັງປັນຍາຂອງເມືອງລ້ານຊ້າງ ໃນສະໄຫມສຸຣິຍະວົງສາ ທັມມິກກະຣາຊ ນັ້ນກໍ່ຄືກໍພຣະໄຕປິກດົກ ຂອງວັດກາງນັ້ນເອງ

ຮູບພາບໂດຍ : SPS SITHIXAY
ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple

ความคิดเห็น