ປະຫວັດຕ່າງໆ

แสดงเพิ่มเติม

ວັດທາດຫຼວງ ຣາຊມະຫາວິຫານ ຫລວງພຣະບາງ

 





ວັດທາດຫຼວງ ຣາຊມະຫາວິຫານ ຫລວງພຣະບາງ ສ້າງຂຶ້ນໃນປີ ພສ 2361 ຫລື ຄສ 1818 ໃນຣາຊສະໄໝຂອງເຈົ້າມະຫາຊີວິດ ມັງທາຕຸຣາຊ ເຊຶ່ງເປັນສະໄໝການຟື້ນຟູພຣະພຸທທະສາສນາ ຂອງນະຄອນຫລວງພຣະບາງ ເຊື່ອວ່າວັດແຫ່ງນີ້ສ້າງຂຶ້ນທັບໃສ່ ບໍລິເວັນຂອງເກົ່າ ເພາະມີການພົບເຫັນບູຮານວັດຖຸອັນເກົ່າແກ່ໃນບໍລິເວນດັ່ງກ່າວ ອາຮາມ(ສີມ)ຂອງວັດທາດຫຼວງ ຣາຊມະຫາວິຫານ ແຫ່ງນີ້ແມ່ນກໍ່ສ້າງດ້ານປະທາຍ ເມື່ອມີການບູຣະນະນັ້ນເພື່ອໄດ້ມີການຕິດດອກດວງ ລີງລາຍ ປະຕູປ່ອງຢ້ຽມມີການກະສະຫລັກ ທານ້ຳກ້ຽງພອກຄຳປິວ ສ່ວນດ້ານຫລັງອາຮາມແມ່ນມີພຣະທາຕຸ ອົງໃຫຍ່ ສ້າງຄັ້ງທຳອິດແມ່ນມີຂະໜາດກາງ ຕໍ່ມາເກີດມີການເປ່ເພ ຈຶ່ງໄດ້ມີການບູຣະນະ ໃນປີ ຄສ 1935 ມີລັກສະນະເປັນພຣະທາຕຸຍອດຮູບວົງກົມ ຄືກັບຣະຄັງ ຕັ້ງເທິງຖານ 4 ຫລ່ຽມ 7 ຊັ້ນ ສູງປະມານ 3 ແມັດ ຄວາມສຳຄັນອີກປະການຫນຶ່ງແມ່ນມີການ ດ້ານຫນ້າອາຮາມແມ່ນເພິ່່ນສ້າງທັບພຣະທາຕຸອົງເກົ່າເຊິ່ງບັນຈຸພຣະອັດຖິຂອງເຈົ້າມະຫາຊີວິດ 


















 

ສີສະຫວ່າງວົງ ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple

ความคิดเห็น