ປະຫວັດຕ່າງໆ

แสดงเพิ่มเติม

ນາກ : ຈາກຕໍານານ "ອຸຣັງຄະທາດ" (ທາຕຸພຣະນົມ)

 

ນາກ : ຈາກຕໍານານ "ອຸຣັງຄະທາດ" (ທາຕຸພຣະນົມ)
 

 

ນິທານເລື່ອງ ອຸຣັງຄະທາຕຸ ມີຫຼາຍກັນ ກັນທີໜຶ່ງກ່າວເຖີງກໍາເນີດຂອງແມ່ນໍ້າຂອງ ຫ້ວຍໜອງຄອງບຶງ ເລີ່ມແຕ່ທະເລສາບໜອງແສໃນມົນທົນຍູນານປະເທດຈີນ ແລ້ວພັນລະນາບ້ານເມືອງໃນສະໄໝໂບຣານຈົນກະທັ້ງເຖິງສະໄໝສ້າງພຣະທາຕຸ ແລະ ສະໄໝຕໍ່ມາທີ່ມີການບູລະນະສ້ອມແຊມພຣະທາຕຸຄັ້ງທໍາອິດແລ້ວຈາຣຶກປະຫວັດສາດໄວ້
ກັນທີສອງແມ່ນກ່ຽວກັບພຸດທະປະຫວັດ ກ່າວເຖິງການເຜີຍແຜ່ພຸດທະສາດສະໜາໂດຍການສ້າງຮອຍພຸດທະບາດໃນທີ່ຕ່າງໆ ຊຶ່ງເປັນຍຸກກ່ອນຈະມີພຮະພຸດທະຮູບ ຕະຫຼອດຈົນເຮັດໃຫ້ພວກນາກຍອມຮັບນັບຖືພຸດທະສາດສະໜາ : ມີຂໍ້ສັນນິຖານວ່າ ແຕ່ເດີມມາ ເຜົ່າອ້າຍລາວ ນັບຖືຜີ ບັນພະບູຣຸດ..ຜູ້ມີພະຄຸນທີ່ລ່ວງລັບໄປແລ້ວ ແລະ ມີລັດທິບູຊາງູ ໂດຍເຫດທີ່ໄດ້ອົບພະຍົກໂຍກຍ້າຍມາສູ່ບໍຣິເວນທີ່ເປັນເຂດມໍຣະສູນຝົນຕົກຫຼາຍມີສັດຮ້າຍນາໆຊະນິດໂດຍສະເພາະຄົງຈະຖືກງູຕອດຕາຍັນຫຼາຍ ຈຶ່ງຍອມຈໍານົນແລ້ວບູຊາ ຈະເຫັນຮູບປັນງູໃນສະໄໝກ່ອນເປັນຫົງງູຈົງອາງຊຶ່ງຮຽກກັນວ່າ : ງູຊວງ ຕໍ່ມາຈຶ່ງເຕີມຫອນຂື້ນ ຄ້າຍກັບສວມກະໂຈມຫົວ ຫຼື ສວມມົງກຸດໃຫ້ ແລ້ວທໍາເປັັນລວດລາຍປະດັບປະດາ ໃວ້ຕາມສະຖານທີ່ເຄົາຣົບເຊັ່ນເທິງຫຼັງຄາ ໂບດວິຫານ ຫຼື ຕາມບັນໃດທາງຂື້ນລົງ ຕໍ່ມາຊົນພວກນີ້ຈຶ່ງຍອມຮັບນັບຖືພຸດທະສາດສະໜາ ໃນສະໄມກ່ອນຈະສ້າງພຣະອຸຣັງຄະທາຕຸ.

ຄັດຈາກ : ໜັງສື "ສົມເດັດພຣະສັງຄະຣາຊລາວ" ໜ້າ 21
 ຮູບພາບໂດຍ : Georges Condominas 1960
ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple
#ລາວTemple
#ປະເທດລາວ
#ວັດລາວ
#ນີ້ແຫຼະບ້ານຂ້ອຍ
ดูน้อยลง

ความคิดเห็น