ປະຫວັດຕ່າງໆ

แสดงเพิ่มเติม

ວັດຫລວງປາກເຊ ແຂວງ ຈຳປາສັກ

 

ວັດຫລວງປາກເຊ ແຂວງ ຈຳປາສັກ ຕັ້ງຢູ່ໃຈກາງເມືອງເກົ່າ ເຊິ່ງອ້ອມຮອບ ແລະ ເຕັມໄປດ້ວຍຕຶກ ທີ່ຫລົງເຫລືອມາຈາກສະໄໝ ຝຮັ່ງເສດເຂົ້າມາປົກຄອງ, ວັດນີ້ເປັນວັດທີ່ສຳຄັນທີ່ສຸດໃນເມືອງປາກເຊ ແລະ ເປັນສະຖານທີ່ສຳຄັນຂອງ ແຂວງ ຈຳປາສັກ ເຖິງວ່າບ່ອນນີ້ຈະບໍ່ໄດ້ເກົ່າແກ່ເທົ່າກັບວັດທີ່ມີຊື່ສຽງໃນຫລວງພະບາງ ຫລື ວຽງຈັນ ກໍ່ຕາມ ສິມສ້າງຂຶ້ນປະມານ 100 ກວ່າປີ ແຕ່ວັດແຫ່ງນີ້ກໍມີຊື່ສຽງໃນຖານະສູນກາງການຮຽນຮູ້ທາງສາດສະຫນາຂອງພາກໃຕ້ມາດົນນານນັບຮ້ອຍກວ່າປີ ສິ່ງກໍ່ສ້າງສຳຄັນທີ່ສຸດໃນວັດກໍຄືອາຄານແຫ່ງນີ້ ຊຶ່ງໃຊ້ເປັນວິທະຍາໄລສົງຄ໌ ຕົວອາຄານສ້າງແບບລາວແທ້ ລວດລາຍປູນປັ້ນຕາມເຊີງຊາຍ ຫລັງຄາ ແລະ ຂັນໄດເຮັດລວດລາຍ ພະຍານາກ , ຫາກສັງເກດໃຫ້ດີຈະພົບເຫັນວ່າຂ້າງ ໆຂັນໄດໃຫຍ່ ຈະມີສີລາຈາລຶກອັກສອນທີ່ເປັນອັກສອນທຳ ຊຶ່ງພົບໄດ້ທົ່ວໄປໃນວັດຕາມລຸ່ມແມ່ນ້ຳຂອງ ທັງໃນປະເທດລາວ ແລະ ລ້ານນາຂອງໄທ
ໜ້າເສຍດາຍທີ່ປະຈຸບັນວິທະຍາໄລສົງຄ໌ແຫ່ງນີ້ບໍ່ໄດ້ໃຊ້ເປັນທີ່ຮຽນພະທຳວິໃນແລ້ວ ໃຊ້ເປັນພຽງທີ່ເກັບໜັງສືເກົ່າ ແລະ ບໍ່ເປີດໃຫ້ຄົນທົ່ວໄປເຂົ້າ ເນື່ອງຈາກອາຄານເກົ່າ ແລະ ຊຸດໂຊມຫລາຍ ຈົນອາດເຮັດໃຫ້ຖະລົ່ມລົງມາໄດ້ທຸກເມື່ອ ແຕ່ກໍ່ໄດ້ມີການສ້າງວິທະຍາໄລສົງຄ໌ຈຳປາສັກແຫ່ງໃໝ່ຂຶ້ນແທນຂ້າງອາຄານເກົ່າ ເຮັດໃຫ້ວັດຫລວງປາກເຊຍັງຄົງສືບທອດຄວາມເປັນສູນກາງການຮຽນຮູ້ຂອງພະສົງຄ໌ໃນທາງພາກໄຕ້ຂອງລາວຈົນເຖິງທຸກມື້ນີ້.
ຂ້າງ ໆ ອາຄານວິທະຍາໄລສົງຄ໌ເດີມ ເປັນສິມທີ່ເບິ່ງຄືອາຄານສ້າງໃໝ່ ກົງກັນຂ້າມກັບຄວາມເກົ່າແກ່ຂອງອາຄານຂ້າງ ໆ ແຕ່ແທ້ ໆ ແລ້ວສິມຂອງວັດຫລວງ ສ້າງໃນເວລາໄລ່ເລ່ຍກັບວິທະຍາໄລສົງຄ໌ ແຕ່ມີການບູລະນະປະຕິສັງຂອນໃໝ່ຢູ່ເລື້ອຍໆ ດ້ວຍແຮງສັດທາຂອງປະຊາຊົນລາວ ແລະ ຄົນຕ່າງປະເທດຈຳນວນບໍ່ນ້ອຍທີ່ມາເຮັດບຸນໃນວັດແຫ່ງນີ້ ໂດຍແຕ່ລະປີຈະມີປະຊາຊົນ ຈາກກຸງເທບ, ອຸບົນລາດສະທານີ ຫລື ແຂວງອື່ນ ໆ ໃນອີສານມາທອດກະຖິນບ່ອນນີ້ບໍ່ຕ່ຳກວ່າ 2-3 ກອງ ໃນຖານະທີ່ວັດຫລວງປາກເຊ ເປັນວັດທີ່ສຳຄັນຂອງ ແຂວງ ຈຳປາສັກ
ໃນວັດນີ້ ມີ ທາດ ບຸກຄົນສຳຄັນ ເຊິ່ງເປັນເຈົ້ານາຍເຊື້ອພະວົງຈຳປາສັກ ຫລາຍອົງຄ໌ ເຊັ່ນ : ທ່ານ ກະຕ່າຍ ໂດນສະໂສລິດ ອະດີດນາຍົກ - ລັດຖະມົນຕີໃນລັດຖະບານຝ່າຍນຸລັກສ໌ນິຍົມກ່ອນການປະຕິວັດຂອງຝ່າຍຊ້າຍໃນລາວ ທາດຂອງທ່ານຖືວ່າເປັນທາດໃຫຍ່ ແລະ ຕັ້ງໂດດເດັ່ນເປັນສະຫງ່າຢູ່ທີ່ໜ້າສີມ ສົມກັບເປັນບຸກຄົນສຳຄັນລະດັບປະເທດຂອງລາວ
ນອກຈາກສະຖາປັດຕິຍະກຳເກົ່າແກ່ໃນວັດແຫ່ງນີ້ ອີກສິ່ງໜຶ່ງທີ່ຜູ້ໄດ້ມາເຍືອນວັດຫລວງປາກເຊບໍ່ຄວນພາດຊົມ ກໍຄືວິວແມ່ນ້ຳເຊໂດນທີ່ໄຫລໄປບັນຈົບກັບແມ່ນ້ຳຂອງ ເກີດເປັນເສັ້ນສາຍນ້ຳສອງສີທີ່ຕັດກັນລະຫວ່າງນ້ຳເຊສີຂຽວເຂ້ມ ກັບຂອງເປັນສີນ້ຳຕານອ່ອນ ຍິ່ງໄດ້ເບີ່ງສາຍນ້ຳຍາມຕະເວັນຕົກ ກໍຍິ່ງເປັນພາບທີ່ຊວນນຶກເຖິງຄວາມຮຸ່ງ-ເຮືອງຂອງຈຳປາສັກໃນອະດີດທີ່ຍິ່ງໃຫຍ່.

ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple
#ລາວTemple
#ປະເທດລາວ
#ວັດລາວ
#ນີ້ແຫຼະບ້ານຂ້ອຍ

ความคิดเห็น