ປະຫວັດຕ່າງໆ

แสดงเพิ่มเติม

ພຣະພຸດທະຮູບອົງເດີມຫຼໍ່ດວ້ຍທອງສໍາລິດ ຂອງ ວັດມະໂນລົມ ນະຄອນຫຼວງພຣະບາງ

 


ນີ້ແມ່ນຮູບຖ່າຍພຣະພຸດທະຮູບອົງເດີມຫຼໍ່ດວ້ຍທອງສໍາລິດ ຂອງ ວັດມະໂນລົມ ນະຄອນຫຼວງພຣະບາງ ກ່ອນການທໍາລາຍໂດຍພວກຫໍ້ທຸງດໍາ (ຮູບ 1887)

ພຣະພຸດທະຮູບອົງນີ້ເປັນພຣະພຸດທະຮູບທອງສໍາລິດທີ່ເກົ່າແກ່ກວ່ໜູ່ເທົ່າທີ່ຮູ້ຈັກກັນໃນຫຼວງພຣະບາງ ແລະ ໃນປະເທດລາວ ພຣະພຸດທະຮູບນີ້ຫຼ່ຂື້ນໃນປີ 1378 ຫາ 1379 ໃນລາຊະການຂອງພຣະເຈົ້າສາມແສນໄທ
ສີລາຈາລືກຂຽນໄວ້ວ່າ ພຣະພຸດທະຮູບອົງນີ້ຊັ່ງໄດ້ : ເກົ້າລ້ານເຈັດແສນ ຫຼື ປະມານ 12 ໂຕນ ແລະ ສູງປະມານ ຫົກແມັດ ສະເພາະແຕ່ພຣະວໍຣະກາຍຂອງພຣະອົງ.
 


ໃນເວລາທີ່ມີການປຸ້ນສະດົມເມືອງ ໃນປີ 1887 ພຣະພຸດທະຮູບອົງນີ້ຖືກເຈາະທ້ອງ ແລະ ຖືກທໍາລາຍອອກເປັນສວ່ນໆ ຕໍ່ມາພຣະພຸດທະຮູບ ໄດ້ຖືກປຸກຕັ້ງຂື້ນຄືນໃນປີ 1919 ແລະ ໄດ້ຖືກສ້ອມແປງໃນປີ 1971 ໂດຍໄດ້ຕໍ່ອະໄວຍະວະທີ່ຂາດຫາຍໄປດວ້ຍຊີມັງ ເຊັ່ນ: ແຂນ ແລະ ຂາ. ຈາກນັ້ນກໍ່ທາດວ້ຍສີນໍ້າກ້ຽງ ແລະ ຟອກດວ້ຍຄໍາປິວ.
 


Cr : EFEO
ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple
#ນິທັດສະການຮູບພາບວັດລາວ
#ລາວTemple
#ປະເທດລາວ
#ນີ້ແຫຼະບ້ານຂ້ອຍ
#ຝາກກົດຕິດຕາມກົດlikeກົດshare

ความคิดเห็น