ປະຫວັດຕ່າງໆ

แสดงเพิ่มเติม

ຫໍແຈກ (ພາສາຜູ້ໄທ) ຫຼື ສາລາ​ ​ໂຮງທໍາ ວັດບ້ານກຸດແຄນ ເມີງອາດສະພອນ ແຂວງສະຫວັນນະເຂດ

 ຫໍແຈກ (ພາສາຜູ້ໄທ) ຫຼື ສາລາ​ ​ໂຮງທໍາ ວັດບ້ານກຸດແຄນ ເມີງອາດສະພອນ ແຂວງສະຫວັນນະເຂດ

ເປັນຫໍແຈກໄມ້ສ້າງຂື້ນໃນປີ​ ພສ 2500 ຫຼື​ 64 ປີແລ້ວ

 

 ໂດຍແມ່ນ ນາຍຊ່າງຈານແສງ ແລະ​ ຈານສ່ຽນ ອ້າຍນ້ອງ​ຄາວເປັນຍາຄູ.
ຄວາມງາມທີ່ເປັນເອກະລັກ​ຂອງຫໍແຈກຕາມແບບຜູ້ໄທ​  ສິ່ງທີ່ໂດດເດັ່ນ ຄື​ ເປັນຫໍແຈກໄມ້,​ ເສົາໄມ້ກົມ, ມຸງແປ້ນ,​ ປູແປ້ນ, ແອ້ມແປ້ນ ແລະ​ ຂອບຝະນັງແກະສະລັກລວດລາຍວັນແລນທີ່ສງ່າງາມ.​



ກ່ອນທີ່ຈະມາສ້າງຫໍແຈກຢູ່ບ້ານກຸດແຄນ ທັງສອງ​ຍັງເປັນຊ່າງສ້າງຫໍແຈກ ທີ່ບ້ານ​ວັດບ້ານນາຮັງນ້ອຍ.

ສະນັ້ນຫໍແຈກ ວັດບ້ານກຸດແຄນ ເມີງອາດສະພອນ ​ແລະ ຫໍແຈກ ວັດບ້ານນາຮັງນ້ອຍ  ແຂວງສະຫວັນນະເຂດ ແມ່ນນ່າຍຊ່າງຄົນດຽວກັນ ຮູບຊົງຫໍແຈກຄ້າຍກັນ

ຂໍຂອບໃຈ ຂໍ້ມູນ ແລະ ຮູບພາບໂດຍ : ທ່ານ Bounpheng Duangmala
ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple
#ນິທັດສະການຮູບພາບວັດລາວ
#ລາວTemple
#ປະເທດລາວ
#ນີ້ແຫຼະບ້ານຂ້ອຍ
#ຝາກກົດຕິດຕາມກົດlikeກົດshare








ความคิดเห็น