ປະຫວັດຕ່າງໆ

แสดงเพิ่มเติม

ວັດຫຼວງຈຽງໄຈ ເມືອງສິງ ແຂວງ ຫຼວງນໍ້າທາ

ວັດຫຼວງຈຽງໄຈ ເມືອງສິງ ແມ່ນຕັ້ງຢູ່ບ້ານ ຊຽງໄຈ ເມືອງສິງ ຫຼັງຫໍພິພິຕະພັນ ເມືອງສິງ ເຊິ່ງເປັນວັດຫຼວງ ທີ່ຕັ້ງ ຢູ່ໃຈກາງເມືອງ, ເປັນວັດເຄົ້າເມືອງ ມີເນື້ອທີ່ວັດທີ່ກ້ວາງ 
 
 
 



 
ວັດຫຼວງຈຽງໄຈ ແມ່ນວັດເກົ່າແກ່ ເປັນວັດເຄົ້າເມືອງ ຂອງເມືອງສິງ ເປັນສູນລວມທາງ ດ້ານວັດທະນະທຳຄວາມເຊື່ອ ຂອງຊາວບ້ານຊຽງໄຈ ແລະ ຊາວເມືອງສິງ, ເປັນທີ່ເພິ່ງທາງດ້ານຈິດໃຈ ຂອງຊາວບ້ານຊາວເມືອງ ຕາມປະວັດເມືອງສິງ ກ່າວວ່າ: ພາຍຫຼັງເຈົ້າຟ້າສິຫຼິໜໍ່ຄຳ ໄດ້ສ້າງເມືອງສິງສຳເລັດ ໃນປີ ຄສ 1873. ຢູ່ໃນວຽງ 4 ດ້ານຄື: ບ້ານຊຽງໃຈ, ບ້ານຊຽງອິນ, ບ້ານຊຽງຍືນ ແລະ ບ້ານຊຽງແລ ໃນຈຳນວນບ້ານເຫຼົ່ານີ້ ແມ່ນຍັງບໍ່ທັນມີວັດໄວ້ສັກກະລະບູຊາເທື່ອ ບໍ່ພຽງແຕ່ປຸກອາຮາມນ້ອຍໆ ຊົ່ວຄາວໄວ້ຊື່ໆ.
 
 











 ມາໃນເດືອນ 6 ຄສ 1873 ເຈົ້າຟ້າສິຫຼິ ໜໍ່ຄຳ ໄດ້ເອົາຕົ້ນໂພ ຈຳນວນ 7 ຕົ້ນ ປູກອ້ອມຮົ້ວວັດ (ບໍລິເວນວັດຫຼວງຈຽງໄຈ ໃນປະຈຸບັນ) ແລະ ເພິ່ນໄດ້ອະທິຖານວ່າ "ສະຖານທີ່ແຫ່ງນີ້ ຖ້າຫາກວ່າເໝາະສົມ ທີ່ຈະສ້າງວັດ ເພື່ອຄວາມຮຸ່ງເຮືອງ ໄປພາຍພາກໜ້າ ຂໍໃຫ້ຕົ້ນໂພ 7 ຕົ້ນນີ້ບໍ່ໃຫ້ຕາຍຈັກຕົ້ນ ໃຫ້ອອກໜໍ່ ອອກໃບ ຂຶ້ນສວຍງາມ" ຈາກນັ້ນ ເພິ່ນກໍ່ໄດ້ປູກຕົ້ນໂພ ລົງດິນ, ມາເຖິງເດືອນ 2 ປີ ຄສ 1874; ເຈົ້າຟ້າພ້ອມດ້ວຍເສນາອາມາດ ໄດ້ພາກັນ ໄປກວດກາເບິ່ງຕົ້ນໂພ 7 ຕົ້ນ ທີ່ປູກໄວ້ ແລະ ກໍ່ປະກົດວ່າບໍ່ຕາຍຈັກຕົ້ນ, ແຕ່ລະຕົ້ນ ກໍ່ປົ່ງໜໍ່ຈໍ່ໃບ, ນັ້ນ ສະແດງວ່າ ສະຖານທີ່ແຫ່ງນີ້ ສາມາດ ປຸກສ້າງວັດໄດ້ ຈາກນັ້ນ ເຈົ້າຟ້າ ກໍ່ໄດ້ນຳພາຣາຊະດອນ ປຸກສ້າງວັດຂຶ້ນ ໂດຍເຈົ້າຟ້າ ເປັນຜູ້ອອກແບບວັດ ດ້ວຍຕົວເພິ່ນເອງ ແລະ ປະຈຸບັນນີ້ ຮູບຮ່າງລັກສະນະ ຂອງວັດ, ພຣະພຸດທະເຈົ້າຫຼວງ (ພຣະປະທານພຣະເຈົ້າໃຫຍ່), ຮູບປັ້ນ, ຮູບຄວັດຊ້າງ ທີ່ເຈົ້າຟ້າ ລົງມືເຮັດເອງ.
ຮູບພາບໂດຍ : ພຣະອາຈານ ບຸນທະວີ ກົມພະພັນ

 

ความคิดเห็น