ປະຫວັດຕ່າງໆ

แสดงเพิ่มเติม

ດອຍໝາກຂົມ ບ້ານໃຫຍ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

ດອຍໝາກຂົມ ເປັນດອຍໜຶ່ງທີ່ຕັ້ງຢູ່ລະຫວ່າງກາງທົ່ງນາ ແລະ ສວນຂອງປະຊາຊົນ ບ້ານໃຫຍ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຖ້າພວກເຮົາເບິ່ງຜິວເຜີນອາດຄິດວ່າ ເປັນພຽງດອຍ ຫລືເນີນພູ ທຳມະດາຫນ່ວຍໜຶ່ງເທົ່ານັ້ນ ແຕ່ຖ້າເປັນຄົນຮຸ່ນອາວຸໂສ ແລະ ເປັນຄົນທ້ອງຖິ່ນທີ່ເຄີຍຂຶ້ນໄປຫາເຄື່ອງປ່າຂອງດົງ ໃນໄລຍະທີ່ບ້ານເມືອງຍັງມີທຳມະຊາດທີ່ອຸດົມສົມບູນກໍ່ຈະຮູ້ວ່າ ດອຍແຫ່ງດັ່ງກ່າວ ແມ່ນເປັນທີ່ຕັ້ງຂອງຊາກເພພັງ ຂອງບັນດາເຈດີທີ່ຫຼົງເຫຼືືອມາແຕ່ຍຸກ ຫິຣັນນະຄອນເງິນຍາງ ທີ່ຖຶກຮ້າງໄປເມື່ອປະມານ 200 ປີກ່ອນ ຍ້ອນສົງຄາມຍາດແຍ່ງຫົວເມືອງລາວລ້ານນາ ລະຫວ່າງ ສັກດິນາພະມ້າ ແລະ ສະຫຍາມ ຍ້ອນຜູ້ຄົນຖືກກວາດຕ້ອນໄປຢູ່ດິນແດນແຫ່ງໃໝ່ ເຊັ່ນ: ບາງກອກ ສະລະບູຣີ ວຽງຈັນ ແລະ ແຂວງອື່ນໆ ຂອງປະເທດໄທ
ເຊິ່ງໃນຄັ້ງທີ່ເຈົ້າອະນຸວົງ ໄດ້ສົມທົບກັບກອງທັບຂອງສັກດິນາສະຫຍາມ ໃນຣາຊະການຂອງພຣະພຸດທະເລີດຫຼ້ານະພາໄລ ຕໍ່ສູ້ຂັບໄລ່ກອງທັບຂອງສັກດິນາພະມ້າ ອອກຈາກເມືອງຫິຣັນນະຄອນເງິນຍາງຊຽງແສນ ເຊິ່ງໃນຂະນະນັ້ນຫົວເມືອງລາວລ້ານຊ້າງ ແລະ ລາວລ້ານນາທັງໝົດໄດ້ຕົກເປັນປະເທດສະຣາຊຂອງສະຫຍາມ.
ຊາກຂອງພຣະທາດເທິງດອຍໝາກຂົມໄດ້ຮັບການສຳຫຼວດໂດຍກອງບູຮານວິທະຍາ ກົມມໍລະດົກແຫ່ງຊາດ ກະຊວງຖະແຫລງຂ່າວແລະວັດທະນະທັມ ແລະຫ້ອງການ ຖະແຫລງຂ່າວແລະວັດທະນະທັມເມືອງຕົ້ນເຜິ້ງ ພ້ອມທັງໄດ້ຂຶ້ນທະບຽນເປັນມໍຣະດົກ ຂອງເມືອງ ຂອງແຂວງ ແລະ ມໍລະດົກແຫ່ງຊາດ ໃນປີ 2009 ພ້ອມກັບແຫຼ່ງບູຮານນະຖານແຫຼ່ງອື່ນໆ ພາຍໃນເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນຈໍານວນ 44 ແຫ່ງ ໃນເນື້ອທີ່ 3,000 ເຮັກຕ້າ
ປະຈຸບັນພຣະທາດອົງດັ່ງກ່າວນີ້ ເຫຼືອພຽງຊາກດິນຈີ່ທີ່ເພພັງຫັກແລະຫລົ່ມຈົມໃນດິນໃນບໍລິເວນແຫ່ງນີ້ ຖານຂອງພຣະທາດ ສ່ວນທີ່ຍັງເຫຼືອຍັງມີໃຫ້ເຫັນເຄົ້າໂຄງຂອງສິລະປະ ກໍ່ມີພຽງແຕ່ສ່ວນຍອດຣະຄັງທີ່ຮອງຮັບຍອດດວງປີ ຈາກຮູບແບບສິລະປະສ່ວນຍອດຂອງພຣະທາດ ກໍ່ເປັນຫຼັກຖານຊັດເຈນວ່າພຣະທາດອົງດັ່ງກ່າວ ເປັນສິລະປະສະກຸນຊ່າງລາວລ້ານນາ.
ຂໍຂອບໃຈຮູບພາບ ແລະ ຂໍ້ມູນຈາກ : ຈົດຫມາຍເຫດສິລະປະ ແລະ ວັດທະນະທັມ

 







ความคิดเห็น