ປະຫວັດຕ່າງໆ

แสดงเพิ่มเติม

ວັດໂພນແສງ ຫຼື ເອີ້ນອີກຊື່ໜຶ່ງວ່າ ວັດໂພນແກ້ວວິໄຊ ດອນຊ້າງໄພ

 

ວັດໂພນແສງ ຫຼື ເອີ້ນອີກຊື່ໜຶ່ງວ່າ ວັດໂພນແກ້ວວິໄຊ ດອນຊ້າງໄພ ແມ່ນອີກວັດໜຶ່ງໃນຈໍານວນຫຼາຍວັດ ທີ່ຕັ້ງຢູ່ດອນກາງນໍາຂອງ ເປັນວັດເກົ່າແກ່ຂອງເຂດສີ່ພັນດອນ ສ້າງຂື້ນລຸນຫຼັງວັດພູແກ້ວນ້ອຍໜຶ່ງ ( ວັດພູເຂົາເເກ້ວ ຢູ່ບ້ານຫົວໂຂງແຫຼມ )

                              ສາຣາໂຮງທັມ ຫຼື ຫໍແຈກສ້າງແທນບ່ອນເກົ່າ
 

ບ້ານດອນສ້າງໄພ ແມ່ນໜຶ່ງໃນຈໍານວນສີ່ພັນດອນ ທີ່ລອຍເດັ່ນຢູ່ກາງນໍ້າຂອງ ເຊິ່ງຫຼາຍທ່ານອາດຈະຮູ້ແຕ່ດອນໂຂງ, ຫາດຊາຍຄູນ, ນາຄະບຸລີ, ບ້ານຄອນ, ດອນເດດ ຫຼື ຄອນພະເພັງ....ສວ່ນດອນສ້າງໄພນີ້ຂື້ນກັບເມືອງໂຂງ ແຂວງຈໍາປາສັກ ເຊິ່ງຢູ່ຫ່າງຈາກດອນໂຂງໄປທາງທິດຕາເວັນຕົກສຽງໄຕ້ປະມານ 1 ກິໂລເເມັດ, ເຊິ່ງມີຄວາມຍາວຂອງດອນ 3 ກິໂລແມັດ ແລະ ກວ້າງສຸດປະມານ 1 ກິໂລເເມັດ.

ວັດໂພນແສງ ແມ່ນໜຶ່ງໃນຈໍານວນສອງວັດຂອງດອນຊ້າງໄພ ຄື: ວັດໂພນແສງຕັ້ງຢູ່ບ້ານຫົວດອນ ແລະ ວັດໂພນກ່າມ ຕັ້ງຢູ່ບ້ານຫາງດອນ (ແຕ່ກ່ອນເພີ່ນເອີ້ນວ່າໂພນກໍ່າ)

-      ວັດໂພນແສງ ແມ່ນວັດຄອງທໍາມະຍຸດ ສວ່ນວັດໂພນກາ່ມ ແມ່ນວັດຄອງມະຫານິກາຍ ຢູ່ບ້ານຫົວດອນຊ້າງໄພ ນອກຈາກວັດໂພນແສງ ເເລ້ວຍັງມີວັດຫົວດອນ ວັດກົກໂພ ວັດຮູບຶງ ຊຶ່ງວັດເຫຼົ່ານີ້ໄດ້ເພພັງ ແລະ ເປັນວັດຮ້າງໝົດເເລ້ວ ວັດໂພນແສງ ເປັນວັດທີ່ຕັ້ງຢູ່ກາງທົ່ງນາ ຫ່າງຈາກຫົວດອນຊ້າງໄພປະມານ 300 ເມັດ ທາງທິດເໜືອ ຫ່າງຈາກແຄມຂອງປະມານ 400 ເເມັດ ທາງທິດຕາເວັນຕົກ ແລະ ຕາເວັນອອກ ຫ່າງຈາກບ້ານແກ້ງ ແລະ ບ້ານບຶງ ປະມານ 500 ແມັດ ທາງທິດຕາເວັນຕົກ ແລະ ຕາເວັນອອກສຽງໄຕ້ ວັດນີ້ເປັນວັດທີ່ມີກໍໄມ້ສ້າງໄພອອ້ມຮອບ ແລະ ມີຕົ້ນຕານເກີດສັບຫວ່າງ.

ພາຍໃນວັດໂພນແສງ ມີວັດຖຸບູຮານເກົ່າແກ່ອັນມີຄຸນຄ່າຫຼວງຫຼາຍ ປະຈຸບັນສິ່ງເຫຼົ່ານີ້ນອກຈາກເສຍຫາຍ ແລະ ເປ້ເພ ຍັງສູນຫາຍນໍາອີກ

                                                ຮູບປີ 1996
 

ທາຕຸພະນະທ່ານກໍ່າ ທີ່ມີຄວາມເກົ່າແກ່ທີ່ຄຽງຄູ່ກັບວັດໂພນແສງມາແຕ່ໃດໆ ທາຕຸນີ້ຕັ້ງຢູ່ທາງທິດຕາເວັນອອກຂອງວັດ ເປັນທາຕຸສີ່ລ່ຽມສະເໜີ ຕີນທາຕຸກວ້າງປະມານ 5 ວາ ເດີ່ນທາຕຸກ້ວາງປະມານເບື້ອງລະ 3 ວາ ແຕ່ລະເເຈຈະມີທາຕຸນ້ອຍຢູ່ລູກນຶ່ງ ຊິ່ງລູກທາຕຸເຫຼົ່ານັ້ນໄດເພພັງໝົດເເລ້ວ ຍັງພໍໃຫ້ເຫັນແຕ່ຕີນລູກທາຕຸກໍ້າເບື້ອງຂວາໜ້ອຍໜຶ່ງເທົ່ານັ້ນ ຄວາມສູງຂອງທາຕຸເເຕ່ບໍ່ທັນເພ ສູງກວ່າປາຍຕານ ປະມານ 12-15 ວາ ເມື່ອຂື້ນໄປຈອມທາຕຸຈະແນມເຫັນຂີ້ນາກ (ນາຄະບູລີ) ເຊິ່ງຢູ່ຫາອອກໄປປະມານ 15 ກິໂລເເມັດ ທາຕຸລູກນີ້ເຮັດດວ້ຍດີນຈີ່ໂບກດວ້ຍປູນປະທາຍ ຕີນທາຕຸເປັນຖ້ານລ່ຽມລຸດລື່ນກັນໄປ ຈາກນັ້ນເປັນຮູບຫົວສິງຢຽບໂລກ ຂື້ນໄປອີກເປັນແອວຂັນເລັກໜ້ອຍ ມີຖ້ານບົວງາຍຮອງຮັບເຕົ້າທາຕຸທີ່ເປັນສີ່ລ່ຽມສະເໜີມີຮູບປະຕູປິດຕາຍປະດັບດອກດວງພໍງາມ ຈອມທາຕຸມີໜ້າຈົ່ວຊ້ອນ ທັງສີ່ດ້ານໃຫ່ຍນ້ອຍເປັນລັນຂື້ນໄປຮອດຈອມທີ່ມີແກ້ວມຸກໜ່ວຍໃຫ່ຍຫຼາຍໜ່ວຍປະດັບຢູ່ ສວ່ນຢູ່ຕາມໜ້າຈົ່ວທັງສີ່ດ້ານ ກໍຈະມີກະດິງຕ້ອງລົມປະດັບ ບັນດາຍອດທາຕຸ ແລະ ໜ້າຈົ່ວສວ່ນໜຶ່ງໄດ້ເພລົງມາກ່ອນໜ້ານີ້ 80 ປີ ມີສວ່ນແຕກເພຫຼາຍ ສວ່ນທີ່ຍັງດີກໍ່ແມ່ນເກັບຮັກສາໄວ້ຢູ່ຫໍພະ

ປະຈຸບັນນີ້ທາຕຸນີ້ຍັງສຶບຕໍ່ເພພັງໄປເລື້ອຍໆ ຈົນກາຍໜ້າຈົ່ວໃຫ່ຍໂຕລຸ່ມສຸດ (ຍັງຕົງເຫັນເເຕ່ໜ້າຈົ່ວຂ້າງດຽວ) ການເພພັງຂອງທາຕຸນີ້ ເພີ່ນເກັບໄດ້ຂອງມີຄ່າເຊັ່ນ ພະຄໍາ ພະເງີນ ພະຫີນ ພະທອງ ເປັນຈໍານວນຮ້ອຍອົງ ພະເຫຼົ່ານີ້ຮັກສາໄວ້ທີ່ວັດ ໂພນແສງ

ໃນສະໄໝພະອາຈານ ສີເມືອງ ເປັນເຈົ້າອາວາດ ປະມານປີ 1977 ເພີ່ນເຄີຍຄິດຢາກສ້ອມແປງແຕ່ເເຮງຊັບບໍ່ພຽງພໍເລີຍໂຈະໄວ້, ທາຕຸພະນະທ່ານກໍ່ານີ້ ຕາມການເລົ່າມາເປັນທາຕຸບັນຈຸອັດຖິ ຂອງພະນະທ່ານກໍ່າ ຜູ້ເປັນສົມພານວັດ ແຕ່ມີຄຸນງາມຄວາມດີໄດ້ຍົດເປັນພະນະທ່ານ ທີ່ມີຍົດຊັ້ນໃຫ່ຍກວ່າຍາຄູ ຍາຊາ ຫລວງປູ່ ຫລວງຕາ ທາຕຸລູກນີ້ເພີ່ນວ່າເປັນທາຕຸສັກສິດເພາະຍາມວັນສິນມາຄົນກ່າວວ່າ ເຫັນແສງ ເປັນແສງຮຸ່ງຊໍ່າຕິບເຂົ້າໃຫ່ຍມາຈາກໂພນຕາຫໍ ມາລົງທີ່ຈອມທາຕຸ ຫຼື ບາງທີກໍ່ເຫັນເປັນແສງສີຟ້າໃສ

ສີຂຽວສົດ ຈາກໂພນຕາຫໍສູ່ຈອມທາຕຸ ຫຼືຈາກຈອມທາຕຸສູ່ໂພນຕາຫໍ ແສງນີ້ໃຫ່ຍຊໍ່ກໍາປັ້ນ ເຊິ່ງຊາວບ້ານເຊື່ອງກັນວ່າ ເປັນແສງແກ້ວວິເສດ.


 ພຣະປະທານໃນສິມວັດໂພນແສງ ເປັນພຣະປາງສະມາທິພະເນດມືນເລັກນ້ອຍ ເຊື່ອກັນວ່າສ້າງດວ້ຍໄມ້ຈັນທັງອົງ ແລະ ສ້າງຂື້ນພ້ອມວັດໂພນແສງ ໃນເມື່ອກ່ອນພຣະອົງນີ້ເພີ່ນໄດ້ຟັງເພັດພອຍໃສ່ແຕ່ປະຈຸບັນຖືກເຈາະອົາໄປແລ້ວ ພຣະອົງນີ້ມີແທນກວ້າງປະມານ 3,5 ວາ ແທ່ນສູງປະມານ 1,5 ວາ ແທ່ນພຣະເຮັດເປັນລັກຊະນະເເແວຂັນລຸດລື່ນກັນໄປ ເທິງສຸດເຮັດເປັນຮູບົວຂວໍ້າ ບົວຫງາຍຮອງຮັບອົງພຣະ ອົງພຣະມີໜ້າຕັກກວ້າງປະມານວາໜຶ່ງສອກ ສອງປະມານວາສອງສອກ(ວາເຄິ່ງ) ເປັນພຣະທີຟອກຄໍາປິວ.

 


ความคิดเห็น