ປະຫວັດຕ່າງໆ

แสดงเพิ่มเติม

ນີ້ແມ່ນຮູບເກົ່າຂອງສິມ ວັດຊຽງຢືນ ນະທາຣາມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ນີ້ແມ່ນຮູບເກົ່າຂອງສິມ ວັດຊຽງຢືນ ນະທາຣາມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ


120 ວັດ ໃນສະໄໝ ພຣະເຈົ້າໄຊຍະເສດຖາ ເປັນຜູ້ປົກຄອງ ອານາຈັກລາວລ້ານຊ້າງມີຢູ່ 4 ແຖວ 

ວັດນີ້ນອນຢູ່ໃນແຖວທີ 1

ນັບແຕ່ຕາເວັນຕົກ ໄປຫາຕາເວັນອອກ ລຽບຕາມແຄມຂອງໄປ ເຊິ່ງປະກອບມີ :


1.  1.ວັດຈັນ

2.  2.ວັດຊຽງຢືນ

3.3.  ວັດກາງ (ພັງໝົດ ແມ່ນບ່ອນໂຮງແຮມລ້ານຊ້າງດຽວນີ້ ປະຈຸບັນຍັງຄົງເຫຼືອແຕ່ຫໍພຣະ ແຕ່ປະຈຸບັນນີ້ຄົງຈະທຸບ ແລະ ຈະປຸກຫໍພຣະໄໝ່ແລ້ວ ໃນປີ 2020)

4.  4.ວັດສີສຸມັງ (ພັງໝົດ)

5. 5.ວັດທາດສີ (ພັງໝົດ)

6.  6.ວັດເພຍວັດ,

7.  7.ວັດສີພົມ (ພັງໝົດບ່ອນກົມການຢາປະຈຸບັນ)

8.  8.ວັດທາດນ້ອຍ (ພັງໝົດ)

9.  9.ວັດພິດານສາມ (ພັງໝົດຢູ່ບ່ອນໂຮງຮຽນທາດຂາວ ປະຈຸບັນນີ້)

110.ວັດທາດຂາວ

111.ວັດສາຄວນ ຫຼື ວັດສະຄວງ (ພັງໝົດ)

112.ວັດຄຳລຽນ ຫລືວ່າ ວັດຂາມຫລ່ຽມ (ແຖວແຄມຂອງ) ແລະ ອີກຈໍານວນໝື່ງບໍ່ທັນຄົ້ນພົບ

(ສັນນິຖານວ່າ ວັດເພຍວັດ ແລະ ວັດສີພົມ ຄົງແມ່ນຊາວພວນສ້າງ ເພາະຊື່ວັດດັ່ງກ່າວ ຢູ່ເມືອງຄູນ ແຂວງຊຽງຂວາງ ມາແຕ່ກ່ອນແລ້ວ)

ສ່ວນວັດທີ່ລອດຈາກການທໍາລາຍຂອງສັກດີນາສະຫຍາມ ມີພຽງວັດດຽວຄື : ວັດສີສະເກດ ວັດດັ່ງກ່າວນີ້ຍັງຮັກສາໄວ້ສິລະປະກໍາ ສະຖາປັດຕະຍະກໍາອັນງົດງາມ ແລະ ຮັ່ງມີແຫ່ງຍຸກອະລິຍະທັມ ສະໄໝອານາຈັກລາວລ້ານຊ້າງ ມາເຖິງປະຈຸບັນ

ວັດທີ່ເກົ່າແກ່ທີ່ສຸດໃນນະຄອນຫລວງວຽງຈັນແມ່ນວັດສີສະເກດ (ວັດແສນ) ,ວັດສີເມືອງ, ວັດຈັນ, ວັດກາງ, ວັດເພຍວັດ, ວັດອີນແປງ, ວັດອົງຕື້, ວັດພະໂພທິສະຣາຊ, ໃນເວລາແຫ່ຜາສາດເຜິ້ງໄປນະມັດສະການພຣະທາດຫລວງທຸກໆປີ ເພີ່ນຈະມາເລີ່ມຕົ້ນຈາກວັດສີເມືອງ ໄປຫາພຣະທາດຫລວງ ສຸດທ້າຍແຫ່ກັບມາວັດອົງຕື້ຈິ່ງສຽ້ງສຸດ ເພາະວ່າແມ່ນວັດທີ່ເຈົ້າໄຊເຊດຖາ ເປັນຜູ້ສ້າງ (ວັດກາງ ແມ່ນວັດທີ່ພຣະສັງຄະຣາຊ ປະທັບຢູ່)

 

ສໍາລັບວັດ ຊຽງຢືນ ວັດນະທາຣາມ ແຫ່ງນີ້ສ້າງຂຶ້ນໃນສະໄຫມເຈົ້າໄຊຍະເສດຖາທິຣາຊ ເມື່ອສະໄຫມສະຫຍາມຮຸກຮານແລະຈູດເຜົາ ເມືອງວຽງຈັນ ຈົນເປັນເມືອງຮ້າງ ຕົກມາເມື່ອປີ ຄສ 1920 ມີສອງຜົວເມຍ ຊື່ ທ້າວຊຽງໝັ້ນ ແລະນາງບຸນຍືນ ເປັນຜູ້ມີສັດທາໃນການບູຣະນະປະຕິສັງຂອນ ວັດນະທາຣາມຂຶ້ນມາໃຫມ່ ຈາກວັດຮ້າງ ຈາກນັ້ນຈຶ່ງປ່ຽນຊື່ວັດຈາກວັດນະທາຣາມ ມາເປັນວັດຊຽງຍືນ ຕາມຊື່ຜູ້ສັດທາ 2 ຜົວເມຍ ( ທ້າວ.ຊຽງຫມັ້ນ + ນາງ.ບຸນຍືນ = ຊຽງຍືນ ) ເມື່ອກ່ອນທ້າວໝັ້ນ ແມ່ນເຄີຍບວດຢູ່ວັດແຫ່ງນີ້ມາກ່ອນ ຫລັງຈາກສິກຂາເພດອອກມາ ກໍ່ໄດ້ນາງບຸນຍືນ ມາເປັນເມຍ ເຊິ່ງນາງບຸນຍືນເປັນລູກເສດຖີຂອງຄົນເມືອງວຽງຈັນໃນສະໄຫມນັ້ນ ວັດຊຽງຍືນ ນະທາຣາມ ຕັ້ງຢູ່
ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ .


ເກັບກໍາຂໍ້ມູນໂດຍ : https://www.facebook.com/LaoTemple 


ความคิดเห็น