ປະຫວັດຕ່າງໆ

แสดงเพิ่มเติม

“ພຣະຣາຊະຄູຫຼວງຍອດແກ້ວໂພນສະເມັກ” (ຍາຄູຂີ້ຫອມ)

 ຊີວະປະຫວັດ ແລະ ຜົນງານຫຍໍ້

“ພຣະຣາຊະຄູຫຼວງຍອດແກ້ວໂພນສະເມັກ” (ຍາຄູຂີ້ຫອມ)

ຮູບພາບ ແລະ ຮຽບຮຽງໂດຍ: ພຣະໄພວັນ ມາລາວົງ
ນັກກະວີຊີໄຣ ປີ 2019
ນັກກະວີສິນໄຊ ປີ 2017
ນັກກະວີແມ່ນໍ້າຂອງ ປີ 2015
1. ຊາດກຳເນີດ
ພຣະຣາຊະຄູຫຼວງຍອດແກ້ວໂພນສະເມັກ (ຍາຄູຂີ້ຫອມ) ຊື່ແທ້ທ້າວລວມ ຫລື ໂລມ ມີອ້າຍນ້ອງຮ່ວມກັນ 3 ຄົນ ໝ່ອມນາງຫລ້າຜິວ, ໝ່ອມນາງແພງສຸດຕາ, ທ້າວລວມ ເກີດເມື່ອປີ ຄ.ສ 1631 (ພ.ສ 2174) ຈຸລະສັງກາດ 993 ຕົວ ປີມະແມ. ບິດາຊື່ວ່າ ທິດເທີ່ມ, ມານດາຊື່ ໝ່ອມນາງທຸມມາ ທີ່ບ້ານດົງກຶມ, ກຣຶມ, ກຼຶມ ຫຼື ກະລຶມ ເມືອງພາງບູຮານ
ສາມະເນນລວມ ຫຼື ໂລມ ບວດເປັນສາມະເນນເມື່ອອາຍຸ 14 ປີ(ຄ.ສ. 1644) ທີ່ວັດຈັນທະຣາລີ ບ້ານດົງກຶມ ເມືອງພາງບູຮານໄດ້ສຶກສາສູດເທດໄດ້ຢ່າງວ່ອງໄວ.
ໄດ້ໄລຍະໜຶ່ງກໍເດີນທາງໄປຮຽນຢູ່ວັດລຶມບອງ (ເມືອງລຳເນົາ) ນຳລຸງ ພຣະຄູລຶມບອງທີ່ເປັນອ້າຍຂອງພໍ່
ແລ້ວມາສຶກສາຕໍ່ທີ່ນະຄອນຫຼວງວຽງຈັນ
ເຈົ້າສຸຣິຍະວົງສາທຳມິກະຣາດ ອະພິເສກເປັນຣາຊາຈົວ
ໂດຍເພິ່ນອຸປະຖຳ ຕໍ່ມາກໍໄປອຸປະສົມບົດທີ່ວຽງຈັນ
ຈົນໄດ້ນາມວ່າ ພຣະຣາຊະຄູຫຼວງຍອດແກ້ວໂພນສະເມັກ.
ເມື່ອສິ້ນເຈົ້າສຸຣິຍະວົງສາທຳມິກະຣາດ ອານາຈັກລ້ານຊ້າງກໍວຸ້ນວາຍ ເພິ່ນໄດ້ພະຍາເມືອງຈັນກໍ່ກະບົດ ຢາກຂຶ້ນຄອງລາດ ເພິ່ນໄດ້ພາຍາດໂຍມຈຳນວນ 3000 ກວ່າຄົນໜີຈາກໄພການເມືອງ ພ້ອມດ້ວຍນາງສຸມັງຄະລາ ລົງມາສ້ອມແປງບູລະນະພຣະທາດພະນົມ.
2. ຜົນງານບູລະນະ ແລະ ສ້າງປູຊະນີຍະວັດຖຸ
1. ບູລະນະພະທາດພະນົມ ແລະຫຼໍ່ພຣະພຸດທະຮູບທອງ 1 ອົງ,
2. ສ້າງວັດໄວ້ທີ່ບ້ານອຸທຸມ,
3. ຕັ້ງເມືອງມຸນລະປະໂມກ ແລະສ້າງພະທາດທີ່ບ້ານຊຽງຫວາງ,
4. ສ້າງພະທາດຢູ່ດອນຮີໃຫຍ່,
5. ສ້າງພະທາດພະນົມເປັນ(ປະເທດຂະເໝນ),
6. ສ້າງພຣະພຸດທະຮູບ “ພຣະແສນ” ຊຽງແຕງ,
7. ສ້າງພະທາດທີ່ບ້ານຫາງຄອນໃຕ້,
8. ສ້າງພະທາດ ແລະ ວັດໂພນທາດທີ່ລົບປາດີຈົກ,
9. ປູກຕົ້ນໂພສ່ຽງສອງຕົ້ນ,
10. ສ້າງວັດຫົວເມືອງ(ວັດຈອມທອງ),
11. ສ້າງພະທາດທີ່ວັດພູເຂົາແກ້ວມະນີວັນ (ບ້ານນາພູທາດ),
12. ສ້າງພະທາດ ແລະ ລະຄັງໃຫຍ່ຢູ່ກາງໂຂງ,
13. ສ້າງພະທາດທີ່ດອນໄຊ,
14. ສ້າງວັດປ່າໂພນສະເມັກ 1 ແຫ່ງທີ່ດອນແດງ,
15. ຫຼໍ່ພະພຸດທະຮູບວັດບັງຊາຍຢູ່ດອນແດງ,
16. ສ້າງພະທາດທີ່ບ້ານໜອງແຂ້ (ເມືອງປະທຸມພອນ),
18. ສ້າງພຣະຫວ້ານຈຳປາສັກ,
19. ອະພິເສກເຈົ້າສ້ອຍສີສະໝຸດພຸດທາງກູນຂຶ້ນຄອງນະຄອນຈໍາປາສັກໃນປີ ຄ.ສ.1713,
20. ສົ່ງຄົນໄປປົກຄອງເມືອງຕ່າງໆ
























3. ຊີວິດວາລະສຸດທ້າຍ
ເມື່ອເຖິງປີ ພ.ສ. 2263 ຄ.ສ. 1720 ປີຊວດ ພຣະຣາຊະຄູຫຼວງຍອດແກ້ວໂພນສະເມັກ (ຍາຄູຂີ້ຫອມ) ກໍອາພາດລົງດ້ວຍໂລກຊະຣາ ແລະເຖິງແກ່ມໍຣະນະພາບໃນວັນ ພຸດຂຶ້ນ 5 ຄໍ່າ ເດືອນ 7 ລວມສິຣິອາຍຸໄດ້ 90 ປີ 70 ພັນສາ.
ເຈົ້າສ້ອຍສີສະມຸດພຸດທາງກູນ ພ້ອມດ້ວຍເສນາອາມາດ ແລະ ປະຊາລາດສະດອນ ໄດ້ແຕ່ງຕັ້ງພິທີ ການທຳບຸນໃຫ້ທ່ານ ມີການຄົບງັນສົບຢູ່ໜຶ່ງເດືອນ ຫຼັງຈາກນັ້ນຈິ່ງພະຣາຊະທານເພີງສົບ.
4. ສະຖານທີ່ບັນຈຸອັດຖິ ແລະຝຸ່ນ
1. ບັນຈຸອັດຖິວັດທາດຝຸ່ນສັນຕິທຳມະວະຣາມ (ວັດຫຼວງຈຳປາສັກ)
2. ບັນຈຸອັດຖິພຣະທາດພະນົມ (ປະເທດໄທຍ໌)
3. ບັນຈຸອັດຖິ ແລະຝຸ່ນທີ່ບ້ານດົງກຶມ:
ບັນທຶກຂອງຊາວບ້ານດົງກຶມກ່າວວ່າ ທາດຕາທຸ ຫລື ທາດປູ່ທຸ (ຍາຄູຂີ້ຫອມ) ລູກຫຼານຊາວບ້ານດົງກຶມ ໄດ້ນຳເອົາອັດຖິຂອງພຣະຄູມາບັນຈຸໄວ້ໃນຫຼັກເສຢູ່ວັດທາດສະພອນບ້ານດົງກຶມ ເປັນເວລານານ 224 ປີ.
ເມື່ອຍາມະຫາທຸຍໄປຮຽນທີ່ດົງກຶມ ເຫັນເສົາເສຂຽນວ່າ ຍາຄູຄີງຫອມ
ເຖິງສອບຖາມຊາວບ້ານ ຊາວບ້ານຈິ່ງວ່າ ນີ້ແມ່ນບ້ານເກີດຂອງເພິ່ນ ຍາດພີ່ນ້ອງຍັງສືບທອດຕໍ່ມາ ບໍ່ໄດ້ຂາດ ແຕ່ປິດເປັນຄວາມລັບເລື້ອຍມາ...
ເມື່ອມາເຖິງ ຄ.ສ. 1964 ທ່ານ ຄູເສັດ ຈູມມະນີວົງ,
ທ່ານ ສີສະຫວັນ ຈູມມະນີວົງ ເຈົ້າເມືອງອາດສະພັງທອງ
ນຳພາຊາວບ້ານສ້າງທາດແລ້ວຂຸດຍ້າຍຫຼັກເສຈົນສຳເລັດໃນປີ ຄ.ສ. 1965 ກໍສະເຫລີມສະຫລອງຢ່າງຍິ່ງໃຫຍ່.
ທຸກໆປີປະຊາຊົນບ້ານດົງກຶມ ຈະເຮັດບຸນໃນເດືອນ 3 ເພັງ ພ້ອມບຸນທາດພະນົມ ສືບມາແຕ່ພໍ່ແມ່ຂອງເຂົາເຈົ້າ...
—-//——
ອ່ານລາຍລະອຽດປຶ້ມ
“ຕາມຮອຍຍາຄູຂີ້ຫອມ: ເຈົ້າລາຊະຄູຫລວງຍອດແກ້ວໂພນສະເມັກ”
ຄົ້ນຄວ້າໂດຍ ພະ ໄພວັນ ມາລາວົງ ແລະຊາຍຄຳ ຈຳປາອຸທຸມ
ພິມປີ 2017 ແລະ ຈະພິມຄັ້ງທີ 2 ປີ 2021.

ความคิดเห็น