ປະຫວັດຕ່າງໆ

แสดงเพิ่มเติม

 


ພຣະທາຕຸໝັດຄຳ ຕັ້ງຢູ່ບ້ານແກ້ວດອນຄູນ ເຊິ່ງຫ່າງຈາກເທດສະບານເມືອງເງິນ ປະມານ 3 ກິໂລແມັດ, ມີເສັ້ນທາງຂຶ້ນຫາພຣະທາຕຸ, ເຊິ່ງນັກທ່ອງທ່ຽວສາມາດ ຂີ່ລົດ ຫຼື ຍ່າງຂຶ້ນໄປກໍໄດ້.

ຕາມການບອກເລົ່າສືບຕໍ່ກັນມາວ່າ: ແຕ່ກ່ອນ ມີພວກມ່ານ (ພະມ້າ) ມາຕັ້ງບ້ານເຮືອນຢູ່ເຂດຫົວທົ່ງຂາມ (ເຂດບ້ານນ້ຳເງິນ ໃນປະຈຸບັນ) ເຊິ່ງຍັງມີຮ່ອງຮອຍທາຕຸ ແລະ ວັດເກົ່າຫຼົງເຫຼືອຢູ່. ພວກມ່ານໄດ້ເຂົ້າໄປໃນປ່າ ແລະ ເຫັນຊ້າງໂຕໜຶ່ງ ທີ່ມີລັກສະນະຜິວພັນເປັນສີເງິນ ຍ່າງເລາະລຽບຕາມແມ່ນ້ຳສາຍໜຶ່ງ (ຕໍ່ມາແມ່ນ້ຳສາຍນັ້ນ ຈິ່ງມີຊື່ວ່າ: ນ້ຳເງິນ”). ພໍໄປຮອດປາກນ້ຳ, ຊ້າງໂຕນັ້ນພັດຍ່າງໄປຂຶ້ນແມ່ນ້ຳສາຍໃໝ່ (ແມ່ນ້ຳສາຍດັ່ງກ່າວ ຈິ່ງຖືກເອີ້ນວ່າ: ນ້ຳຍ່າງ”, ແລ້ວປ່ຽນມາເປັນ ນ້ຳຍາງໃນປະຈຸບັນ).

ຊ້າງໄດ້ຍ່າງຂຶ້ນຕາມແມ່ນ້ຳ ປະມານ 1,000 ວາ (ພັນວາ) ພໍຮອດຮູຖ້ຳ ຊ້າງກໍ່ໄດ້ເຂົ້າຖ້ຳໄປ ແລ້ວດິນກໍ່ໄດ້ເຈື່ອນຖົມຮູຖ້ຳແບບອັດສະຈັນ. ພວກມ່ານ ທີ່ຕິດຕາມຊ້າງໂຕນັ້ນ ກໍ່ພາກັນຂຸດດິນ ເພື່ອຊອກຫາຊ້າງ ແຕ່ກໍ່ບໍ່ເຫັນ, ກົງກັນຂ້າມ ພວກເຂົາເຫັນແຕ່ໂຕໝັດເປັນສີຄຳ ໄຕ່ອອກມາເປັນ ຈຳນວນຫຼວງຫຼາຍ. ເມື່ອເປັນດັ່ງນັ້ນ ພວກເຂົາຈິ່ງພາກັນກໍ່ທາຕຸໃສ່ບໍລິເວນດັ່ງກ່າວ ໃນປີ ຄ.ສ 1576, ແລ້ວໃສ່ຊື່ວ່າ: ພຣະທາຕຸໝັດຄຳຈົນເຖິງທຸກ ວັນນີ້.

ພຣະທາຕຸໝັດຄຳ ໃນເມື່ອກ່ອນ ເວລາທີ່ຜູ້ຄົນໄປກາບໄຫວ້ບູຊາ ຈະມີໝັດຄຳຂຶ້ນມາໄຕ່ຕາມແຂ່ງ-ຂາ ແຕ່ເວລາພວກເຮົາອອກຈາກບໍລິເວນນັ້ນ ໝັດຄຳ ກໍ່ອອກຈາກຮ່າງກາຍເຮົາໄປ ແບບອັດສະຈັນ.

 

ความคิดเห็น