ປະຫວັດຕ່າງໆ

แสดงเพิ่มเติม

ວັດໃຫ່ຍສີມຸງຄູນ (ວັດກາງ) ແຂວງ ສາລະວັນ

 

ວັດໃຫ່ຍສີມຸງຄູນ (ວັດກາງ) ແຂວງ ສາລະວັນ
ຈຸດເດັ່ນຂອງວັດເເຫ່ງນີ້ແມ່ນ ຫໍໄຕສ້າງຂຶ້ນປີ ຄ.ສ 1857 ທ້າຍການປົກຄອງຂອງສັກດີນາສະຫຍາມ ໂດຍການເປັນເຈົ້າສັດທາຂອງພະເອກະລາດທີ 6 ທ້າວເຫງົ້າຊຽງກັນຍາ ແລະ ໄພ່ພົນໂຍທາໃນຂອບເຂດສາລະວັນ ເຊິ່ງພະຍາເຫງົ້າຊຽງກັນຍາ ໄດ້ນິມົນອາຈານຄູຈາກເມືອງນະຄອນລາດຊະສີມາ ( ປະເທດໄທ ) ພ້ອມດ້ວຍເປັນຊ່າງນຳພາການກໍ່ສ້າງຄູ່ກັບສິມຫຼັງເກົ່າ ທີ່ຢູ່ຂ້າງກັບຫ້ອງການ ປກສ ແຂວງສາລະວັນໃນປັດຈຸບັນ. ສໍາລັບວັດສະດຸກໍ່ສ້າງແມ່ນໄມ້ກັບດິນ ປະກອບມີເສົາ 54 ຕົ້ນ, ວາດຊົງລາວບູຮານ ເຊັ່ນ: ໂດຍໃຊ້ສິ່ວເຈາະຮູ, ຕອກລູກໄມ້ຄັດຕ່າງໆ. ສ່ວນຫຼາຍແມ່ນໃຊ້ໄມ້ມັນປາ, ໄມ້ແຄນ, ໄມ້ດູ່ ເປັນຕົ້ນ, ເພິ່ນຍັ່ງຄວັດຮູບພາບຕາມປ້ານລົມ, ສີໜ້າປະຕູທີ່ສະແດງເຖິງປະຫວັດສາດຂອງສາສະໜາ ແລະ ຄວາມອຸດົມຮັ່ງມີສະໄໝບູຮານ













- ປີ ຄ.ສ 1920 ຂ້າຫຼວງໃຫຍ່ຂອງຝຣັ່ງປະຈຳອິນດູຈີນ ໄດ້ຮັບທຶນຈາກເຄືອຈັກກະພົບ ແລະ ປະເທດທຶນນິຍົມ ເພື່ອມາປະຕິສັງຂອນວັດຖຸບູຮານ, ວັດວາສາສະໜາ; ສຳລັບແຂວງສາລະວັນ ກໍໄດ້ຮັບທຶນປະຕິສັງຂອນຫໍໄຕດັ່ງກ່າວ ແລະ ພະຄູຈັນທາ ໄດ້ມອບໃຫ້ຊຽງປ້ອມ ບ້ານດົງໜ້ອງ ຜູ້ມີສີມືເປັນຜູ້ສ້ອມແປງຕົກແຕ່ງລວດລາຍທີ່ຊຸດໂຊມໃຫ້ກັບຄືນມາຄືເກົ່າ
- ປີ ຄ.ສ 1970 ຫໍໄຕປີດົກທີ່ເຫຼື້ອມສະຫງ່າຄຽງຄູ່ກັບຊາວພຸດທີ່ເຄົາລົບນົບໄຫວ້ຕາມຮີດ 12 ຄອງ 14 ໄດ້ຖືກຝູງບິນ T28 ຂອງສະຫະລັດອາເມຣິກາ ຍິງທຳລາຍຫໍໄຕດັ່ງກ່າວກາຍເປັນເທົ່າຖ່ານ ເຫຼືອໄວ້ພຽງແຕ່ເສົາບາງຕົ້ນທີ່ຍັງຊີ້ຟ້າ ແລະ ຕໍ່ມາການຈັດຕັ້ງຂັ້ນເທິງ ແລະ ມວນຊົນແຂວງສາລະວັນໄດ້ຮ່ວມແຮງຮ່ວມໃຈ ແລະ ພະລັງສັດທາສ້າງຫໍໄຕຫຼັງໃໝ່ຕາມແບບສະບັບເດີມດັ່ງທີ່ເຮົາເຫັນໃນປັດຈຸບັນນີ້

ຂໍຂອບໃຈຮູບພາບຈາກ : ທ່ານ ວັນນິຖາ ມະນີບົດ

ความคิดเห็น