ປະຫວັດຕ່າງໆ

แสดงเพิ่มเติม

ຕຳນານພູສີ

 

ຕຳນານພູສີ

ເມື່ອກະສັດຍັກນັນທາມາຢູ່ ຈຶ່ງປາກົດຊື່ວ່າ ພູນັນທະກາງຮີສີສັດຕະນາກ ເອົາຊື່ພຣະຍາຍັກນັນທາ, ນາງກາງຮີ ແລະ ພຣະຍານາກມາໃສ່.
ຄັນພຣະຍາຍັກນັນທາຕາຍແລ້ວ ກໍ່ຍັງມີຜີຍັກຢູ່ຮັກສາ ຫຼັກເມືອງນີ້ ທິດເພົ້າ (ໃນຊ່ວງເວລານັ້ນບວດເປັນພິກຂຸຢູ່ວັດຫໍສ່າງ) ຄົນຕີກອງຍາມກໍ່ເຫັນຄັກໆ ເວລາຕີກອງທ້າຍໝົດບາດຄ້ອນຂອງວັນພຸດ ແຮມ 15 ຄ່ຳເດືອນ 7 ປີກາບສະງ້າ ຈ.ສ.1313 (ຄ.ສ.1951 ພ.ສ.2494), ນາງກາງຮີຕາຍແລ້ວ ພຣະລືສິງປງຮູບນາງໄວ້ທີ່ຟາກຊຽງແມນທີ່ເຮົາຮຽກວ່າພູນາງ ແລະ ນາກນັ້ນເຊິ່ງອ່ານຈາລຶກຮາວທຽນຂອງສົມເດັດເຈົ້າມະຫາອຸປະຣາຊບຸນຄົງ (ທີ່ວັດທາດຫຼວງ).

ສົມເດັດພຣະເຈົ້າອະນຸຣຸທ ພຣະເຈົ້າມະຫາອຸດຕະມະວົງ ຂົງສີສັດຕະນາຄະນະຫຸດ ອຸດົມລັດຕະນະບູລີລົມພົມມະຈັກກະພັດ ມະຫານະຄອນຣາຊທານີລ້ານຊ້າງຮົ່ມຂາວຫຼວງພະບາງ ຊົງສ້າງທາດໃສ່ຈອມພູຂຶ້ນແລ້ວ ພູໜ່ວຍນີ້ກໍ່ມີວັນນະສະງ່າງາມຈິ່ງຊື່ວ່າພູສີ ແຕ່ນັ້ນມາຈົນເຖິງທຸກວັນນີ້.
ແຕ່ສະມະນະພາມມະນາຈານເສນາພິທາມາດ ຣາຊະປຸໂລຮິດ ຮຽກວ່າ ທາດຫຼັກເມືອງ.

ແຜ່ນສີລາຈາລຶກທີ່ມີຢູ່ໃນພຣະທາດຈອມສີມີຊື່ວ່າ:
”ຈຸນລະສັກກະຣາຊ 1166 ຕົວ ປີກາບໃຈ້ ເດືອນ ພຣະຈິກ (11) ອະທິຄະມາດແຮມ 7 ຄ່ຳ ວັນພຸດ ມື້ເຕົ່າສະງ້າຍາມທ່ຽງຄືນ ເປັນອະພິພຣະລະຕະເຈຕິຍະ ເຖິງເມື່ອເດືອນອະສຸຊະຂຶ້ນ3ຄ່ຳວັນເສົາ ມື້ຮວາຍສັນ ຈິ່ວໄດ້ກໍ່ເປັນຫາມະເຈຕິຍະໄວ້ ສາຍາກໍ່ລົງເດືອນພຣະຈິກ ຂຶ້ນ11 ຄ່ຳ ວັນຈັນ ມື້ເປິກເສັດ ຍາມຄ່ຳ ຈິ່ງໄດ້ຖາປັນນາປາລິກະທາດເຈົ້າ ປາງພຣະຍາທັມມະວຸດທິມະຫາອຸຕະມະວົງ ສະເຫວີຍລາຊາສົມບັດໃນເມືອງສີສັດຕະນາຄະນະຫຸດອຸຕະມະຣາຊທານີ”
ພຣະເຈດີໃຫຍ່ກ້ວງຍາວ 10 ແມັດ 55 ຊັງຕີແມັດ ຕະລາງລ່ຽມ ແລະສູງ 21 ແມັດ. ພູສີສູງປະມານ 150 ແມັດ. ຈາລຶກນີ້ເຈົ້າກົມຂົນດວງຈັນ ອະທິບໍດີກົມທັມມະການຫໍສະໜາມຫຼວງກ່າຍອອກຈາກແຜ່ນເສລາພຣະທາດຈອມສີທີ່ໄດ້ມ້າງ ແລະຊ່ອມແຊມຂຶ້ນໃໝ່ ເມື່ອວັນຈັນ ເດືອນ 7 ຂຶ້ນ 15 ຄ່ຳ ປີກາບຍີ່ ຈ.ສ.1273 ກົງກັບວັນທີ່ 7 ເດືອນ 6 ປີ ຄ.ສ. 1911 (ພ.ສ.2454).

ຂໍ້ມູນໂດຍ : ເຈົ້າຄຳໝັ້ນ ວົງກົຕຣັຕນະ

 

ความคิดเห็น