ປະຫວັດຕ່າງໆ

แสดงเพิ่มเติม

ວັດສີພູມ ຕັ້ງຢູ່ບ້ານ ສີພູມ ເມືອງ ແກ່ນທ້າວ ແຂວງ ໄຊຍະບູລີ

 

 
ວັດສີພູມ ຕັ້ງຢູ່ບ້ານ ສີພູມ ເມືອງ ແກ່ນທ້າວ ແຂວງ ໄຊຍະບູລີ ສ້າງຂຶ້ນມາໄດ້ ປະມານ 600 ກວ່າປີ (ໃນລະຫວ່າງ ສະຕະວັດທີ 15) ໂດຍແມ່ນ ນາງ ແພງສີ ເປັນຜູ້ສ້າງຂຶ້ນ.

ນາງ ແພງສີ ແມ່ນລູກຄົນທີໜຶ່ງ ໃນຈຳນວນລູກສອງຄົນ ຂອງພະຍາ ທ້າວ ແກ່ນ ແລະ ນາງ ເຈັດຜິວ ຜູ້ກໍ່ຕັ້ງ ເມືອງແກ່ນທ້າວຂຶ້ນມາ ໃນສະຕະວັດທີ 15. ພະຍາທ້າວແກ່ນ ແລະ ນາງ ເຈັດຜິວ ມີຈຸດປະສົງຢາກອົບຮົມສັ່ງສອນ ນາງ ແພງສີ ຜູ້ເປັນລູກສາວ ໃຫ້ເປັນແມ່ຍິງທີ່ພຽບພ້ອມ ໄປດ້ວຍກິລິຍາມາລະຍາດ, ອ່ອນນ້ອມຖ່ອມຕົນ, ຮູ້ຈັກຕ່ຳຫູກທໍໄໝ, ເຮັດວຽກເຮືອນການຊານ.

ແຕ່ນາງ ແພງສີ ພັດມັກໄປທາງການຮ່ຳຮຽນ ວິຊາອາຄົມນຳພວກຜູ້ຊາຍ. ຈົນນາງມີຄວາມສາມາດເກັ່ງກ້າ, ມີວິຊາອາຄົມຫຼາຍພໍສົມຄວນ. ພາຍຫຼັງທີ່ ທ້າວ ໂທດຳ ຜູ້ເປັນລູກຄົນທີສອງ ຂອງພະຍາ ທ້າວ ແກ່ນ ຕົກນ້ຳເຫືອງຈົນເສຍຊີວິດ, ພະຍາ ທ້າວ ແກ່ນ ຈຶ່ງກິນບໍ່ແຊບນອນບໍ່ລັບ, ສຸຂະພາບອ່ອນເພຍ, ເກີດເຈັບປ່ວຍຈົນເຖິງແກ່ຊີວິດ. ນາງ ແພງສີ ຈຶ່ງໄດ້ຄອງເມືອງແທນພໍ່, ຂ່າວດັ່ງກ່າວ ໄດ້ແພ່ໄປທົ່ວທຸກສາລະທິດ ເຮັດໃຫ້ ພວກຜູ້ຊາຍຜູ້ທີ່ມີວິຊາອາຄົມ ຢາກມາປະລອງສີມືກັບ ນາງ ແພງສີ. ສະນັ້ນ, ເສນາອາມາດ ຈຶ່ງໄດ້ປ່າວປະກາດໄປແຕ່ລະເມືອງ ເພື່ອຈັດການປະລອງ ສີມືກັບ ນາງ ແພງສີ, ບັນດາພວກຜູ້ຊາຍ ທີ່ມາປະລອງສີມືກັບນາງ ລ້ວນແລ້ວພາດທ່າເສຍທີໃຫ້ກັບ ນາງແພງສີ ໝົດທຸດຄົນ. ນາງ ແພງສີ ເປັນພະຍາຄອງເມືອງໄດ້ຫຼາຍປີ ແຕ່ບໍ່ມີຄູ່ຄອງ, ເສນາອາມາດຈຶ່ງໄດ້ກາບທູນວ່າ: ເຖິງເວລາແລ້ວ ທີ່ນາງຈະມີຄູ່ຄອງ ເມື່ອໄດ້ຍິນແນວນັ້ນ ນາງ ແພງສີ ກໍບໍ່ຂີນ ຈຶ່ງມອບໃຫ້ເສນາອາມາດ ເປັນຜູ້ຈັດພິທີເລືອກຄູ່ຄອງ, ແຕ່ຜ່ານການເລືອກເຖິງ 3 ຄັ້ງ ກໍຍັງບໍ່ມີໃຜເໝາະສົມ ທີ່ຈະອະພິເສກສົມລົດໄດ້. ສະນັ້ນ, ນາງ ແພງສີ ຈຶ່ງຢູ່ແຕ່ພຽງຜູ້ດຽວຕະຫຼອດມາ. ຍ້ອນຄວາມສຳນຶກເຖິງບຸນຄຸນຂອງບັນພະບຸລຸດ ແລະ ເຖົ້າແກ່ບູຮານ ນາງ ແພງສີ ຈຶ່ງໄດ້ສ້າງວັດໜຶ່ງຂຶ້ນ ກໍຄື “ວັດສີພູມ” ເພື່ອເປັນການສົມມາຄາລະວະ ຕໍ່ດວງວິນຂອງບັນພະບຸລຸດ ແລະ ກໍ່ທາດເພື່ອອຸທິດບຸນກຸສົນ ໃຫ້ແກ່ພໍ່ແມ່ ແລະ ເສນາອາມາດ ຜູ້ຈົງຮັກພັກດີຕໍ່ຜູ້ເປັນພໍ່ ທີ່ໄດ້ລ່ວງລັບໄປແລ້ວນັ້ນຄື: ທາດມິ່ງ, ທາດເມືອງ, ທາດ ນາງ ເຈັດຜິວ ແລະ ທາດອື່ນໆ ອີກ.

ຂໍຂອບໃຈ ຂໍ້ມູນ ແລະ ຮູບພາບຈາກ : ອົງການພັດທະນາການທ່ອງທ່ຽວ
ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple



 

ความคิดเห็น