ປະຫວັດຕ່າງໆ

แสดงเพิ่มเติม

ພຣະເຈົ້າອົງແສນ (ພຣະເຈົ້າມະຫາໄຊຍະມັງຄະລະບໍພິດ)

 

 


ປະຫວັດຫຍໍ້ຂອງພຣະເຈົ້າອົງແສນ ປະດິດສະຖານໃນສິມ ວັດພຣະມະຫາທາດເຈົ້າຊຽງໃໝ່ນາບອນ ວັດໜອງບອນ ບ້ານ ໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ພຣະເຈົ້າອົງແສນ ມີຊື່ແທ້ວ່າ: ພຣະເຈົ້າມະຫາໄຊຍະມັງຄະລະບໍພິດ ສ້າງຂຶ້ນເມື່ອປີ ຈ.ສ 1076 (ພ.ສ 2257 ຄ.ສ 1714 ) ໃນສະໄໝພຣະມາຫາໄຊຍະເສດຖາ ທັມມິກະຣາຊາທິຣາຊທີ 2 ( ເຈົ້າໄຊອົງເວ້ ) ເປັນຜູ້ສ້າງພຣະເຈົ້າອົງແສນນີ້ຂຶ້ນ ແລ້ວປະດິດສະຖານໄວ້ຢູ່ ວັດ ໜອງບອນ. ຕາມສີລາຈາລຶກຈາກແທ່ນພຣະພຸດທະຮູບ ຈາລຶກໄວ້ວ່າ: ພຣະເຈົ້າອົງແສນ ແມ່ນໄດ້ສ້າງຂຶ້ນ ຄືເລີ່ມແຮ່ມ ແຕ່ວັນສຸກ ເປັນວັນທຸງໄຊ ວໍຣະດີຖີ ຂ້າງຂຶ້ນ 14 ຄ່ຳ ເດືອນ 6 ຖືກໜ່ວຍຣຶກຊື່ວ່າ ວິສາຂະ ຈຸນລະສັກກະລາດໄດ້ 1076 ຄ.ສ 1714 ປະກອບດ້ວຍພົມມະນັກຂັດຕະຣຶກ ປົກກະຕິມາດແຫ່ງຈັນທະຄະຕິ ວັນນັ້ນອຸດົມດ້ວຍ ອຸດຕະມະຈິດ ວໍຣະມິດສາມັກຄີ ເປັນອັນໜຶ່ງອັນດຽວກັນ ພາຍໃຕ້ບໍຣົມໂພທິສົມພານ ແຫ່ງສົມເດັດບໍຣົມມະບໍພິດ ພຣະມະຫາໄຊຍະເສດຖາ ທັມມິກະຣາຊາທິຣາຊ ຊົງເປັນມະຫາໄຊຍະຈັກກະພັດຜູ້ຍິ່ງໃຫຍ່ໃນພູມປະຖະພີແຜ່ນດິນທັງໝົດ ຊົງໄພບູນດ້ວຍອຸພະໂຕສຸຊາດ ແລະ ເປັນທີ່ເພິ່ງຂອງປວງຣາຊະດອນ ທີ່ບໍຣິສຸດດ້ວຍກົດມົນທຽນຣາຊະສັນຕິວົງ ຊົງເປັນໜໍ່ໂພທິສັດຂັດຕິຍະພຸດທັງກູນ ອັນອຸດົມດ້ວຍປັນຍາ ຊົງເປັນສັດຕະບູລຸດ ສິຣິທັມມາທິຣາຊ ບໍຣົມມະນາດ ສະເຫວີຍຣາຊະສົມບັດ ໃນຣາຊະບູຣີ ອານາຈັກລ້ານຊ້າງຮຸ່ງເຮືອງ ດຸດດັ່ງມະຫານະຄອນພຣະພຣົມ 16 ຊັ້ນ ຊົງພຣະຍົດສິຣິທັມມາທິຣາຊ ບໍຣົມມະນາດ ຊາດສຸຣິຍະວົງອັນສູງສົ່ງ ຊົງມີພຣະປີຊາສຸຂຸມຄຳພີຣະພາບ ສາມາດອາດຫານຢ່າງຍິ່ງ ຊົງເປັນມະຫາບູລຸດທີ່ສະຫຼາດ ສະແຫວງຫາຄຸນນະທັມອັນປະເສີດຄື: ປັນຍາຕັດສະຮູ້ໂພທິຍານ ຊົງເປັນອົງອັກຄະສາສະນູປະຖຳພຣະພຸດທະສາສະໜາເປັນເລີດ ຊົງເປັນອັກຄະວໍຣະມະຫາກະສັດຕາທິຣາຊ ປະກອບດ້ວຍໂສມມະນັດ ອະສັງຂາຣະຍານ(ພຣະນິບພານ) ກຸສົນເຈຕະນາ ແລະ ສັດທະອັນໝັ້ນຄົງ ໃນວິຣະພຸດທະສາສະໜາເປັນຢ່າງຍິ່ງ ຈິ່ງສ້າງພຣະພຸດທະຮູບອົງນີ້ຊື່ວ່າ: ພຣະເຈົ້າມະຫາໄຊຍະມັງຄະລະບໍພິດ ສ້າງດ້ວຍໂລຫະທອງແດງ ໜັກສອງລ້ານເຄິ່ງ ພຣະເຈົ້າອົງແສນ ເປັນພຣະພຸດທະຮູບປາງສະດຸ້ງມານໂດຍນາຍຊ່າງສີມືຄົນລາວສະໄໝອານາຈັກລາວລ້ານຊ້າງຕອນປາຍ

ລັກສະນະຂອງພຣະມາຫາໄຊຍະມັງຄະລະບໍພິດ ( ພຣະເຈົ້າອົງແສນ ) 

 1. ພຣະເກດ ມີລັກສະນະເໝືອນດອກບົວຈູມ ມີກີບຊ້ອນ. 

 2. ເສັ້ນພຣະເກສາ ມີລັກສະນະຂອດກົ້ນຫອຍ. 

 3. ພຣະຂະໜົງ(ຄີ້ວ) ກົ່ງເໝືອນຄັນທະນູ. 

 4. ພຣະນາສິກ (ດັງ) ໂມ.  

5. ພຣະທະນູ(ຄາງ) ເປີ້ນ.  

6. ພຣະສໍ (ຄໍ) ເປັນປ້ອງ. 

 7. ພຣະກັນ (ຫູ) ຍານລົງພຽງເຄິ່ງກາງພຣະສໍປ້ອງກາງ.

 8. ພຣະຫັດ (ແຂນ) ຍາວ.

 9. ພຣະວໍລະກາຍ ໄດ້ສັດສ່ວນຕາມພຣະພຸດທະລັກສະນະ. 

 10. ພຣະຖັນ (ເຕົ້ານົມ) ເປັນຕຸ່ມໃຫຍ່.  

11. ຜ້າສັງຄາຕິ ຍາວປາຍຕັດ 4 ຫ່ຽມ ເກືອບຈຸສະບື. 

 12. ນັ່ງຂັດສະມາທິຮາບ ພຣະບາດຊ້ອນພຣະບາດ

ความคิดเห็น