ປະຫວັດຕ່າງໆ

แสดงเพิ่มเติม

ພຣະປະທານວັດຈັນທະບູຣີ ສຣີສັດຕະນາຄະນະຫຸຕຣ໌ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ

 ພຣະປະທານວັດຈັນທະບູຣີ ສຣີສັດຕະນາຄະນະຫຸຕຣ໌ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ

ແມ່ນວັດໜຶ່ງ ທີ່ມີອາຍຸການກໍ່ສ້າງຜ່ານມາເປັນເວລາດົນນານ ແລະ ເປັນວັດທີ່ເກົ່າແກ່ແຫ່ງໜຶ່ງຂອງກໍາແພງນະຄອນວຽງຈັນຊຶ່ງມີວັດຖຸບູຮານຢູ່ພາຍໃນວັດຫຼາຍຢ່າງ ເຊັ່ນ : ພັດທະສີມມາ ກຸດຕິເກົ່າ ມີເນື້ອທີ່ທັງໝົດ 7480 ຕາແມັດ.
 
































ສ້າງຕັ້ງຂື້ນໃນປີ ຄສ 1551 ຈຸນລະສັກຣາດ 912 ໂດຍພຣະຍາ ຈັນທະບູຣີ ສຣິສັຕທັມມະໄຕຣໂລກ ເຊິ່ງນາມເດີມຊື່ວ່າ ພະຍາສຣີສັຕ ທັມມະໄຕຣໂລກ
ພຣະຍາ ຈັນທະບູຣີສຣິສັຕ ທັມມະໄຕຣໂລກ ໄດ້ນໍາພາປະຊາຊົນຊາວເມືອງວຽງຈັນ ໄດ້ສ້າງວັດຂື້ນ 2 ແຫ່ງໃນປີ 1551 ຄື : ວັດພະຍາວັດ ( ວັດເພຍວັດໃນປະຈຸບັນ) ຢູ່ທາງດ້ານເບື້ອງຕາເວັນອອກຂອງເມືອງວຽງຈັນ ແລະ ວັດຈັນທະບູຣີ ສຣີສັດຕະນາຄະນະຫຸຕຣ໌ (ວັດຈັນປະຈຸບັນ) ຢູ່ທາງດ້ານຕາເວັນຕົກ.

ความคิดเห็น