ປະຫວັດຕ່າງໆ

แสดงเพิ่มเติม

ວັດຈັນທະບູຣີ ສຣີສັດຕະນາຄະນະຫຸຕຣ໌ ນະຄອນຫຼວງວຽງຈັນ


ວັດຈັນທະບູລີ ແມ່ນວັດໜຶ່ງ ທີ່ມີອາຍຸການກໍ່ສ້າງຜ່ານມາເປັນເວລາດົນນານ ແລະ ເປັນວັດທີ່ເກົ່າແກ່ແຫ່ງໜຶ່ງຂອງກໍາແພງນະຄອນວຽງຈັນຊຶ່ງມີວັດຖຸບູຮານຢູ່ພາຍໃນວັດຫຼາຍຢ່າງ ເຊັ່ນ : ພັດທະສີມມາ ກຸດຕິເກົ່າ ມີເນື້ອທີ່ທັງໝົດ 7480 ຕາແມັດ.

ສ້າງຕັ້ງຂື້ນໃນປີ ຄສ 1551 ຈຸນລະສັກຣາດ 912 ໂດຍພຣະຍາ ຈັນທະບູຣີ ສຣິສັຕທັມມະໄຕຣໂລກ  ເຊິ່ງນາມເດີມຊື່ວ່າ ພະຍາສຣີສັຕ ທັມມະໄຕຣໂລກ ພາຍຫຼັງທີ່ພຣະເຈົ້່າໄຊຍະເສດຖາທິຣາດ ໄດ້ທໍາການຊາປະນະກິດພຣະບໍລົມສົບ ສົມເດັດພຣະໂພທິສາຣະຣາດເຈົ້າ ອົງພຣະຣາຊບິດາ ເປັນທີ່ຮຽບຮ້ອຍແລ້ວ ພວກເສນາອາມາດຣາຊມົນຕີ ພ້ອມພຣະສົງອົງຄະເຈົ້າ ຊາວນະຄອນຊຽງທອງ ໄດ້ພ້ອມພຽງກັນອະພິເສກ ພຣະເຈົ້າໄຊຍະເສດຖາທິຣາດ ຂື້ນເປັນພຣະເຈົ້າແຜນດີນນະຄອນຊຽງທອງ.

         ຈາກນັ້ນ ພຣະອົງຈຶ່ງໄດ້ຊົງແຕ່ງຕັ້ງ ພະຍາສີສັຕທັມມະໄຕຣໂລກ ຂື້ນເປັນພຣະຍາຈັນທະບູຣີ ສຣີສັຕທົມມະໄຕຣໂລກ ແລ້ວຊົງແຕ່ງຕັ້ງ ໃຫ້ເປັນເຈົ້າເມືອງຈັນທະບຸຣີ ຊິ່ງເປັນຕົວເມືອງໃຫ່ຍ ແລະ ສໍາຄັນ ຢູ່ໃນພາກກາງຂອງອານາຈັກລ້ານຊ້າງ ເມືອງ ວຽງຈັນ ເວລານັ້ນຍັງມີເມືອງບໍລິວານທີ່ຂື້ນກັບຕົວເມືອງວຽງຈັນອີກ 6 ຕົວເມືອງ ຄື : ເມືອງຊຽງຄານ, ເມືອງ ແກ່ນທ້າວ,  ເມືອງໜອງແກ, ເມືອງ ນໍ້າພະຮຸ່ງຊຽງສາ, ເມືອງຫວ້ຍຫລວງ ແລະ ເມືອງວຽງຄໍາ

 

         ພຣະຍາ ຈັນທະບູຣີສຣິສັຕ ທັມມະໄຕຣໂລກ  ໄດ້ນໍາພາປະຊາຊົນຊາວເມືອງວຽງຈັນ ໄດ້ສ້າງວັດຂື້ນ 2 ແຫ່ງໃນປີ 1551 ຄື : ວັດພະຍາວັດ ( ວັດເພຍວັດໃນປະຈຸບັນ) ຢູ່ທາງດ້ານເບື້ອງຕາເວັນອອກຂອງເມືອງວຽງຈັນ ແລະ ວັດຈັນທະບູຣີ ສຣີສັດຕະນາຄະນະຫຸຕຣ໌ (ວັດຈັນປະຈຸບັນ) ຢູ່ທາງດ້ານຕາເວັນຕົກ ແລະ ໄດ້ມີການສະເຫຼີມສະຫລອງເປັນເວລາສາມວັນສາມຄືນ.

 

ມາຮອດປີ ຄສ 1553 ທາງນະຄອນຊຽງໃໝ່ເກີດມີຄວາມວຸ້ນວາຍ ຍາດຊິງຣາຊບັນລັງ ໂດຍຊາວເມືອງຊຽງໃໝ່ ໄດ້ໄປອັນເຊີນເອົາເຈົ້າເມກຸຕິຜູ້ເປັນເຊື້ອສາຍພຣະເຈົ້າມັງຣາຍ ເວລານັ້ນພຣະອົງຍັງຄົງຜະນວດຢູ່ ໃຫ້ຊົງລາຜະນວດ ແລ້ວອະພິເສກ ໃຫ້ເປັນພຣະເຈົ້າແຜ່ນດີນ ຂອງນະຄອນຊຽງໃໝ່ ເມື່ອສົມເດັດພຣະໄຊຍະເສດຖາທິຣາດ ໄດ້ຊົງຮັບຊາບດັ່ງກ່າວ ພຣະອົງກໍ່ຊົງພຣະພິໂລດເປັນອັນມາກ ປີ ຄສ 1555 ຈູນລະສັກຣາດ 917 ພຣະອົງໄດ້ນໍາພາທະຫານໄປຕີນະຄອນຊຽງໃໝ່

 

        ສວ່ນພຣະຍາ ຈັນທະບູຣີສຣິສັຕ ທັມມະໄຕຣໂລກ  ກັບພຣະຍາແສນລຸງ ໄດ້ຍົກກອງທັບນໍາໄປຕີແສນນ້ອຍ ທີ່ເມືອງຊຽງແສນ ໃນເວລານັ້ນ ພຣະຍາທັກຂິນ ຊຶ່ງເປັນອາມາດຄົນໜຶ່ງ ມີຄວາມຄຽດແຄ້ນໃຫ້ພຣະຍາ ຈັນທະບູຣີສຣິສັຕ ທັມມະໄຕຣໂລກ   ຈຶ່ງຫາເຫດທູນສັບສໍ່ ຕໍ່ພຣະເຈົ້າໄຊຍະເສດຖາທິຣາດ ວ່າພຣະຍາ ຈັນທະບູຣີສຣິສັຕ ທັມມະໄຕຣໂລກ  ເປັນໃຈກະບົດກັບແສນນ້ອຍ ຈາກນັ້ນ ພຣະຍາທັກຂິນ ຈິ່ງຫາອຸບາຍລົມກັບ ພຣະຍາ ຈັນທະບູ ວ່າການກະທໍາເສີກສົງຄາມໃນຄາວນີ້ເຫັນວ່າໜັກຢູ່ ອາດຈະເອົາຊະນະກອງກໍາລັງ ຂອງນະຄອນຊຽງໃໝ່ບໍ່ໄດ້ ຂໍເຊີນທ່ານນໍາກໍາລັງຂອງທ່ານກັບຄືນກ່ອນ ພຣະຍາ ຈັນທະບູຣີ ຫຼົງເຊື່ອກໍ່ນໍາກອງກໍາລັງທະຫານຂອງຕົນເອງກັບຄືນມາເຂົ້າທູນຕໍ່ພຣະເຈົ້າໄຊຍະເສດຖາທິຣາດ ຕາມການທີ່ໄດ້ລົມກັບພຣະຍາທັກຂີິນ

 

        ພຣະເຈົ້າໄຊຍະເສດຖາທິຣາດ ເມື່ອໄດ້ຊົງຮັບຊາບດັ່ງກ່າວ ພຣະອົງກໍ່ຊົງພຣະພິໂລດເປັນອັນມາກ ຈຶ່ງມີພຣະຣາຊະອາດຍາ ສັ່ງໃຫ້ຕໍາຫຼວດຫຼວງ ຈັບກຸມເອົາພຣະຍາ ຈັນທະບູຣີສຣິສັຕ ທັມມະໄຕຣໂລກ  ໄປປະຫານຊີວິດ ທີ່ເມືອງ ຖິ່ນນັ້ນເອງ ( ໃນປີ 1555 ຈູນລະສັກກະລາດ 917)

 


**ຮ່ວມອະນຸລັກ ຮັກສາ ຮີດຄອງ ປະເພນີ ສີລະປະ ວັດທະນະທັມ ພຸດທະສະຖານ ແຫ່ງຄວາມເປັນລາວ ໂດຍ :

#ລາວTemple

#ຮ້ານW&W Computer - Advice Lao

#ລັດວິສາຫະກິດໄຟຟ້າລາວ

 

ความคิดเห็น