ປະຫວັດຕ່າງໆ

แสดงเพิ่มเติม

ພຣະທາດສຸວັນນະຜ້າຄໍາ ເມືອງ ຫວ້ຍຊາຍ ເເຂວງ ບໍ່ເເກ້ວ

 

ວັດພຣະທາດສຸວັນນະຜ້າຄໍາ  ເມືອງ ຫວ້ຍຊາຍ ເເຂວງ ບໍ່ເເກ້ວ


 

ໃນຕໍານານໄດ້ກ່າວໄວ້ວ່າ ມີເຈົ້າລະວະ ເຈົ້າລະວ້າ ສອງອ້າຍນ້ອງ ເຊິ່ງເປັນຣາຊບຸດ ຂອງພຣະຍາ ລະໂວ ລະວ້າ ໄດ້ນໍາເອົາ ບໍລິວານປະພາດປ່າເພື່ອລ່າເນື້ອ, ເມື່ອມາເຖິງໂນນເເຫ່ງໜຶ່ງ ເຊິ່ງເປັນບ່ອນເໜາະສົມ ທີ່ຈະປັກຂ່າຍດັກເອົານົກ ໃນເວລານັ້ນໄດ້ມີພຣະສັມມະນະເດີນຈາຮົກມາ ເມື່ອເຈົ້າ ລະວະ ລະວ້າ ໄດ້ເຫັນໂສມມະນັດກໍ່ເກີດມີຈິດໃຈ ເຫຼື້ອມໃສສັດທາຈິ່ງໄດ້ພາກັນນິມົນ ລົງໄປສົງນໍ້າ ຢູ່ເເຄມຂອງ (ຢູ່ບ່ອນນັ້ນມີກົກເດື່ອໃຫ່ຍກົກໜື່ງ, ຢູ່ກ້ອງກົກເດື່ອມີພະລານຫີນໃຫ່ຍ ທີ່ກວ້າງຂວາງ ແລະ ຮົມເຢັນດີ)



ເມື່ອພຣະສັມມະນະສົງນໍ້າຮຽບຮ້ອຍເເລ້ວ ກໍ່ຍື່ນຜ້າອາບນໍ້າໃຫ້ເຈົ້າລະວະເອົາໄປຕາກ, ພາຍຫຼັງ ຕາກຜ້າອາບນໍ້າເເລ້ວ ທັງສອງອ້າຍນ້ອງກໍ່ພາກັນລົງອາບນໍ້າ ເມື່ອອາບນໍ້າເເລ້ວກໍ່ພາກັນ ຂື້ນມາກູ້ເອົາຜ້າອາບນໍ້າທີ່ຕາກໄວ້,  ເມື່ອຮື້ຜ້ານັ້ນຂື້ນມາ ຜ້າຜືນນັ້ນກໍ່ກາຍເປັນຄໍາໄປໝົດທັງຜືນ ເຮັດໃຫ້ສອງອ້າຍນ້ອງ ຕົກໃຈ, ຕື່ນເຕັ້ນ ແລະ ຕື່ນຕັນໃຈໃນຄວາມມະຫັດສະຈັນ ທັງສອງຈຶ່ງໄດ້ນໍາຜ້າຜືນນັ້ນມາເຄນໃຫ້ພຣະສັມມະນະ  ແລ້ວກໍ່ຕິດຕາມພຣະສັມມະນະ ກັບຄືນເມືອຫາທີ່ພັກ ພໍຕົກຄໍ່າກໍ່ພາກັນຈັດທີ່ນອນຖະວາຍ, ຕອນເຊົ້າມາກໍ່ພາກັນຈັດເອົາພັດຕະຫານ ມາຖະວາຍ, ຟັງທັມມະເທດສະໜາ.. 


 

ຫຼັງຈາກນັ້ນພຣະສັມມະນະເຈົ້າໄດ້ເອົາມືລູບຫົວ ເເລະ ມີເສັ້ນຜົມຕິດມືອອກມາ ສາມເສັ້ນ ເເລ້ວຢື່ນມອບໃຫ້ເຈົ້າວະລະ ສອງອ້າຍນ້ອງ ພ້ອມທັງຜ້າອາບນໍ້າທີ່ກາຍເປັນຄໍາ ແລະ ບອກທັງສອງ ໃຫ້ເອົາໄປສ້າງ ເຈດີ ( ທາດ) ໄວ້ເປັນບ່ອນເຄົາລົບບູຊາແກ່ປວງຊົນທັງຫຼາຍສຶບເມືອພາຍໜ້າ ຈາກນັ້ນທັງສອງຈິ່ງໄດ້ເອົາຜ້າຄໍາ ແລະ ເງີນໃຫ້ນາຍຊ່າງຕີເປັນເຮືອຄໍາ, ເຮືອເງີນ ອູບຄໍາ ອູບເງີນ ແລ້ວເອົາຜົມສາມເສັ້ນນັ້ນມາບັນຈຸໄວ້ໃນອູບຄໍາ ອູບເງີນ ຫຼັງຈາກນັ້ນທັງສອງໄດ້ໃຫ້ບໍລິວານທັງຫຼາຍ ຂຸດຂຸມຢູ່ເທີງໂນນ ທີ່ປັກຂ່າຍ (ປັກຮ່າຍ) ໃຫ້ເລີກພຽງລະດັບນໍ້າຂອງ ເເລ້ວກໍ່ເອົາເຮືອຄໍາ ເຮືອເງີນ ອູບຄໍາ ອູບເງີນ ລົງໄປແລ້ວກໍ່ເອົາດີນຖົມ ແລະ ກໍ່ທາດເຈດີກວມເອົາໄວ້ ໃນປີ ຈ.ສ 384 ກົງກັບປີ ພ.ສ 1565 ຄ.ສ 1022  ເເລະ ໃຫ້ຊື່ວ່າ ພຣະທາດປັກຮ່າຍ ຄໍາວ່າພຣະທາດປັກຮ່າຍ ກໍ່ພ້ຽນມາເປັນພຣະທາດປາກຮ່າຍ, ພະລານຫີນຜ້າຄໍາ ກໍ່ໄດ້ກາຍເປັນຜ້າຄໍາສຶບຕໍ່ກັນມາ.

 

ຂໍຂອບໃຈຮູບພາບຈາກ : 

TOUN's Journey






ความคิดเห็น