ປະຫວັດຕ່າງໆ

แสดงเพิ่มเติม

ວັດຊຽງມ່ວນ ວຊິຣມັງຄລາຣາມ ເເຂວງ ຫຼວງພຣະບາງ

 ວັດຊຽງມ່ວນ ວຊິຣມັງຄລາຣາມ ເເຂວງ ຫຼວງພຣະບາງ





ພຼະຍາສີສົນໄຊ (?) ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1953 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ. ສົມມຸດຕາມສຽງມ່ວນຂອງເສບ ແລະຊື່ນຊົມຍີນດີຂອງຊາວບ້ານມາຍົກວັດ ຫຼື ຕາມສຽງຄ້ອງຕີທີ່ວັດຈູມຄ້ອງ ຈື່ງຂະນານນາມວ່າ ວັດສຽງມ່ວນ ບ້ານກໍ່ໃສ່ຊື່ຕາມວ່າ ບ້ານສຽງມ່ວນ ພາຍຫຼັງເລີຍຜັນແປໄປເປັນ ວັດຊຽງມ່ວນ ບ້ານຊຽງມ່ວນ. ວັດສຽງມ່ວນມີຮູບພາບເລື່ອງພຼະຍາພິມພິສານ ຜູ້ເປັນພໍ່ຂອງພຼະຍາອະຊາຕະສັດຕູ ລູກຢາກເປັນເຈົ້າແຜ່ນດິນໄປຟັງພຣະເທວະທັດສັ່ງໃຫ້ເອົາພໍ່ໄປຂັງໄວ້ 7 ວັນບໍ່ຕາຍ ເພາະແມ່ເອົາເຂົ້າອົ່ວເກົ້າຜົມໄປໃຫ້ພໍ່ກິນຈື່ງສັ່ງໃຫ້ຕັດເກົ້າຜົມແມ່ ອີກ 7 ວັນພໍ່ກໍ່ບໍ່ຕາຍ ເພາະແມ່ເອົາເຂົ້າປຽກທາຄີງໄປໃຫ້ພໍ່ເລຍກິນ ຈື່ງສັ່ງໃຫ້ແມ່ບໍ່ໃຫ້ໄປຫາພໍ່ ອີກຕື່ມ 7 ວັນພໍ່ກໍ່ບໍ່ຕາຍ ຈີ່ງສັ່ງໃຫ້ປາດພື້ນຕີນພໍ່ໄດ້ເຖິງ 7 ວັນ ພໍ່ຈີ່ງຕາຍ ອະຊາຕະສັດຕູ ພະຄະວາໂຕວັນທະເຕ ເຂົ້າໄປໄຫ້ວພຼະພຸດທະເຈົ້່າ ສ້າງສີນກິນທານທໍ່ໃດກໍ່ບໍ່ລຸດບາບເລີຍຕົກນາຣົກທັງຜາສາດ ຮູບພາບນີ້ແຕ້ມໃສ່ຝາເບື້ອງນອກໜ້າຕ່າງເກົ່າຫຼາຍແລ້ວ.
 





































 

ความคิดเห็น