ປະຫວັດຕ່າງໆ

แสดงเพิ่มเติม

ພຣະປະທານວັດເພຍວັດ ຫຼື ວັດພຣະຍາວັດ ເປັນວັດເກົ່າແກ່່ໃນນະຄອນຫຼວງວຽງຈັນ















































ພຣະປະທານວັດເພຍວັດ ຫຼື ວັດພຣະຍາວັດ ເປັນວັດເກົ່າແກ່່ໃນນະຄອນຫຼວງວຽງຈັນ ຕາມຫີນສີລາເລກຂຽນໄວ້ວ່າ ສ້າງຂື້ນໃນປີ ຄສ 1551 ຈຸນລະສັກຣາດ 912 ໂດຍພຣະຍາ ຈັນທະບູຣີ ສຣິສັຕທັມມະໄຕຣໂລກ ເຊິ່ງນາມເດີມຊື່ວ່າ ພະຍາສຣີສັຕ ທັມມະໄຕຣໂລກ (ຫີນສີລາເລກນີ້ປະຈຸບັນເກັບໄວ້ທີ່ຫໍພຮະແກ້ວ ນະຄອນຫຼວງວຽງຈັນ) ພຣະພຸດທະຮູບເກົ່າຫຼາຍອົງທີ່ເອົາໄປເກັບຮັກສາໄວ້ທີ່ຫໍພຣະແກ້ວ ແລະ ຍັງເຫຼືອຢູ່ວັດເພຍວັດກໍ່ມີ ມີພຣະພຸດທະຮູບຫຼາຍອົງ ທີ່ຂຽນຈຸນລະສັກຣາດໄວ້ ສະແດງໃຫ້ເຫັນວ່າ ສ້າງຂື້ນໃນສັດຕະວັດທີ 16 ຄື ກ່ອນສະໄໝພຣະໄຊຍະເຊດຖາທິຣາດທີ 1 ລົງມາຕັ້ງເມືອງວຽງຈັນເປັນຣາຊທານີປະມານ 9 ປີ ໃນເມື່ອກ່ອນວັດເພຍວັດອາດຈະກວ້າງໃຫ່ຍກວ່າປະຈຸບັນນີ້ ເພາະແຕ່ກ່ອນແມ່ນໃສ່ຊື່ວ່າວັດພຣະຍາວັດ 

ความคิดเห็น