ປະຫວັດຕ່າງໆ

แสดงเพิ่มเติม

ວັດວິຊຸນ ນະຣາຊ ນະຄອນຫວງພຣະບາງ ແຂວງ ຫຼວງພຣະບາງ

 

ວັດວິຊຸນ ນະຣາຊ ນະຄອນຫວງພຣະບາງ ແຂວງ ຫຼວງພຣະບາງ


ພຼະເຈົ້າວິຊຸນຫະຣາຊທິບັດ (ທ້າວພູໄພ) ຊົງສ້າງໃສ່ນາໄຮ່ດຽວ ຫຼື ນາເຂົ້າຈ້າວ ເດືອນ 6 ຂຶ້ນ 2 ຄ່ຳ ມື້ຮວາຍຍີ ຍາມຕູດຕັ້ງມື້ເຊົ້າ ປີເຕົ່າສັນ ຈ.ສ. 874 (ຄ.ສ.1512, ພ.ສ.2055) ເສົາໄມ້ສູງ 15 ວາ 1 ຄືບ ໃຫ່ຍ 13 ກຳກ້ອງກໍແທ່ນມຸງດີິນຂໍຝາແປ້ນລວງຍາວວັດ 15 ວາ ລວງຂວາງ 9 ວາເປັນກຳນົດ

1 ເສົາທາງໜ້າກ໙ນ໙ຂອງຊື່ວ່າ ສາຍແສງສຸຣິເຍດເຮືອງຮຸ່ງແຈ້ງເວຫາ ເອົາປ່ານເລີຍມາຮອດ ເສົານີ້ເປັນມຸງຄຸນຂອດແກ່ນໝັ້ນ ເອົາໄວ້ໜ້າຕ່າງວິຫານ.

2 ເສົາຄູ່ຕາເວັນອອກຊື່ວ່າ ບຸນເຮືອງແປວຜ່ານຟ້າ ເອົາປ່າພູເຍີຍມາຮອດ ເປັນຍອດເມືອງລ້ານຊ້າງ ກ່າງຍ້ອງຍໍສົມ.

3 ເສົາຖ້ວນສອງຂອງຊື່ວ່າ ບຸນຊູອູ້ມ ເອົາປ່ານ໙ອູມາຮອດ ລືທົ່ວເທົ້າຖວາຍເຈົ້າພຣະຍອດເມືອງ.

4 ເສົາຄູ່ກ໙ຕາເວັນອອກຊື່ວ່າ ອິນລົງຫຼໍ່ ເອົາແຕ່ປ່າພູເຍີຍມາຮອດ ຖວາຍບາດຄຳພຣະຍອດຟ້າ ກ່າວຍ້ອງຍໍງາມ.

5ເສົາຖ້ວນສາມຂອງຊື່ວ່າ ພີທູນແກ້ວ ເອົາແຕ່ພາຍຫົນຫ້ອງຜາໄດແດນໄກຍິ່ງຈິງແອ ຝູງໄທມ່ານຍວນແຫນແຫ່ມາຖວາຍບາດຄຳພຣະເປັນເຈົ້າ ຈິ່ງໃຫ້ພ້ອມລາງວັນ.

6 ເສົາຄູ່ຕາເວັນອອກຊື່ວ່າ ທຽນທອງສິ່ງມິ່ງໄມ້ ເອົາໄດ້ແຕ່ປ່າໄມ້ໂສມມາຮອດ ປັດຂອດໄມ້ເສົານີ້ງາມເລີດລ໙ ເກິງຜຽງພຽງສະເຫມນ.

7 ເສົາຖ້ວນສີ່ຂອງຊື່ວ່າ ແທ່ງທອງທິບເອົາປ່າໂສມມາຮອດ ປັດປອດຝູງໄທ່ໄທທວາຍຄ້າ ຈິ່ງໄດ້ມາທູນຖວາຍ.

8 ເສົາຄູ່ຕາເວັນອອກຊື່ວ່າ ເລົາເງິນຕາຄ່າລ້ານ ເອົາແຕ່ປ່ານ໙ໂສມມາ ມີແຕ່ຜູ້ຫົວໂລ້ນ ແລະຫົວລ້ານສາລະພາເລໂລ ຊັກລາກມາຖວາຍເຈົ້າຜ່ານນະຄອນ.

9 ເສົາຖ້ວນຫ້າກ໙ນ໙ຂອງຊື່ວ່າ ຍອດນະຄອນກ້ວາງ ເອົາແຕ່ປ່າຍອດນ໙ຮາງ ມາຖວາຍແກ່ພຣະໃຈກ້ວາງແພງຕື້ແວ່ນນະຄອນ.

10 ເສົາຄູ່ກ໙ຕາເວັນອອກຊື່ວ່າ ປືນທະນູພິດກ້າ ຍິງສອດແສ້ວລ່ວງຟ້າພຣະເວຫາ ເອົາປ່າຍອດ ນ໙ເຮົ້າມາຮອດແລ້ວ ຖວາຍບາດພຣະຍ່ຳແກ້ວ ອົງລ໙ໂລກທັມ.

11 ເສົາຖ້ວນຫົກທາງກອຍກ໙ຕາເວັນຊື່ວ່າ ບຸນເຮືອງລືທົ່ວເທົ້າຊົມພູແທນເສົາໄມ່ດູ່ລ່ອງມາແຕ່ເມືອງຍູ້ຈົມຢູ່ວັງຍວງ ເສົານີ້ເປັນໄວ້ຂວາງເພິ່ນບໍ່ເອົາມາໃຊ້ປະໃຫ້ເປັນ ອາຣັກຮ້າຍເງືອກໃຫຍ່ຢູ່ວັງຍວງແທ້ດາຍ ຄົນທັ“ຫຼາຍຢ່າລ່ອງໄປໃກ້ໆແທ້ເນີ.

12 ເສົາຄູ່ກ໙ນ໙ຂອງຊື່ວ່າ ອົກພວນກ້າ ເຈົ້າຄຳອູ້ນເມືອງສົ່ງມາຮອດຖວາຍແກ່ພຣະຍອດສ້ອຍວິຊຸນນະຣາຊ ເຈົ້າບຸນກ້ວາງມີ່ງນະຄອນ ຂໍໃຫ້ພັນທະນັງກ້ຽວໄມຕີຢ່າເຫີນຫ່າງແດ່ເນີ ເມືອງພວນກັບເມືອງລ້ານຂໍຢ່າໃຫ້ຫ່າງເຫີນເຈົ້າເຮີຍ.







ວັດວິຊຸນຍາວຍິ່ງ 19 ປັດເປັນວາ ຄືມືຖືປຸບຜາຊື່ນຊ້ອຍດູງາມ ເພັງສຸດສານສຸດຍອດ ເລວນີ້ ຄືດັ່ງດວງດອກໄມ້ກ່າວຍ້ອງຍໍໂສມ ລວງຍາວ 9 ວາວາດໄວ້ເປັນສະຖານໃນສະຖານມະນຸດນີ້ໃຄ່ຈັກປຸນປານປຽບໄດ້ເດ ຕັ້ງຫາກດູງາມຜຽງສຸວັນນັງເຮືອງຮຸ່ງໄປນັ້ນ ທຽນໝື່ນພັນພໍຮ້ອຍແຕ່ງຕັ້ງ ບູຊາ ກຳແພງຍາວເນັ່ງໄດ້ 90 ວາ ພິສຸດທວານດູໜາລວດລ້ວນ ປະຕູໂຂງຂ້າງທິດທັງ 4 ງາມແອ ເປັນດັ່ງວິໄຊຍົນເມືອງຟ້າ ຜາສາດແກ້ວພຣະຍາອິນເຈົ້າຢູ່ສຸກກະເສີມ ວິດຖາລະກຳແພງເພັດກ້ວາງ 50 ວາ ຫຼິ່ງລ່ຳດູສຸດຕາເນັ່ງໄວ້ຂາບເກົ້າທູນຖວາຍ ຂວບເມື່ອສັງຂານຄົນເຂິກເຕົ້າເມືອໂຮມ ສັງໂຄ ທັງຂຸນໂຈມເອົາເຈົ້າພຣະບາງຄຳລົງແທ່ນ ສຽງເສັບກ້ອງທັງຄ້ອງສະນັ່ນເທົ້າທໍລະນີ ໂອນໍ ເທື່ອນີ້ຄອນ ໆ ຄັກ ໆ ຄ້ອຍຄຳຄະນິງແລເດ ຄິດເຖິງພຣະພູມີ ສາສນາຍັງຮຸ່ງເຮືອງຊັ່ງເກົ່າງາມແອ ມາບໍ່ເຫັນພຣະບາງຄຳເປັນເຈົ້າອ່ອນອ້ວນອະຊວນໃຈ ໂອນໍ ແຕ່ກ່ອນເຄີຍເຫັນອຶກ ໆ ຄຶກ ໆ ຄົນເທົ້າເຕັມສະຖານ ບຸບຽດກັນຕຸທວານທ່າວລົ້ມ.

ວັດວິຊຸນດັ່ງເມືອງສະຫວັນເສັຽຊ່າ ສຽງພາດພິນຕະໂພນພ້ອມອິ່ນອ້ອຍລືມໃຈ ສົມເດັດພຣະເປັນເຈົ້າສ້າງວັດວິຊຸນ ປະສົງສ້າງເອົາບຸນມາກແມ້ງ ມະໂນຈິດຖືດັ່ງທັມດູນຕາມແພ່ງເພົ້າແອ ມັກໃຄ່ໃຫ້ເປັນ ຂົວສະພານແກ້ວຮອດແລ້ວນີບພານ ພຣະຣາຊເທວີປະກອບສັດທາສ້າງເຈດີຫຼວງບູຊາກໍ່ໄວ້ ທັງເມືອງພ້ອມ ຂຸນພຣະຍາຊົມຊື່ນ ມີປະທູບທຽນຕາມໄຕ້ຂາບເກົ້າທູນຖວາຍ ຮູບທາດຄືຄ່ອງພຽງເສມນປະທູມມາຢາຍຢາດ ເປັນບໍລິເວນແວດລ້ອມຢາຍຢັ່ງໄວ້ທິດທັງ 8 ພຸ້ນແອ ຖວາຍດັ່ງດວງດອກໄມ້ບູຊາໄວ້ເທົ້າຫ້າພັນວັດສາ.
ປີກ່າເຮົ້າ ຈ.ສ 875(ຄ.ສ.1513 ພ.ສ.2056) ພຣະອົງອັງເຊີນພຣະບາງຈາກວັດມະໂນລົມຂຶ້ນໄປປະດິດສະຖານໄວ້.

ຮອດຂວບຟ້າລະດູໃໝ່ເດືອນ 5 ພຣະອົງໄດ້ສ້າງພຣະທີ່ນັ່ງ ພ້ອມດ້ວຍປູ່ເຍີຢ່າເຍີ ພິກຂຸສາມະເນນ ແລະປະຊາຊົນພົນລະເມືອງໄປສົງນ໙ພຣະບາງ ແລ້ວປູ່ເຍີຢ່າເຍີຟ້ອນຖວາຍໃຫ້ຄົນຢູ່ຝ່າຍຕາເວັນອອກເບິ່ງ.

ພຣະເຈົ້າວິຊຸນນະຣາຊ ຄອງຣາຊະສົມບັດໄດ້ 20 ປີ ພຣະຊົນພັນສາ 52 ປີ ສະຫວັນນະຄົດ ວັນສຸກ ເດືອນ 12 ຂຶ້ນ 12 ຄ່ຳ ປີກົດສີ ຈ.ສ 882(ຄ.ສ.1520 ພ.ສ.2063).
ຊາວເມືອງໄດ້ເຊີນເອົາພຣະບໍຣົມອັດຖິ ລົງເຮືອພຣະທີ່ນັ່ງຝີພາຍແດງແຄນກອງຊະນະກອງຄູນແຫ່ຂ້າມຂອງໄປບັນຈຸໄວ້ທາດວັດຖ໙ຝາກຊຽງແມນ ຊື່ວ່າ ວັດຊະກະຣີນທະຫາແຕ່ນັ້ນມາ.

ປີກ່າມົດ ຈ.ສ. 885(ຄ.ສ.1523 ພ.ສ.2066) ພຣະເຈົ້າໂພທິສານນະຣີນທາທິຣາຊ ພຣະຣາຊໂອຣົສຊົງແຕ່ງລາດຊະທູດໄປຂໍເອົາພຣະແຊກຄຳນຳພຣະເຈົ້າຊຽງໃໝ່ມະຫາພົມມະຣາຊພຣະເມືອງເກດເກົ້າທີ່ 2 ຜູ້ເປັນພໍ່ເມຍມາໄວ້ເປັນຄູ່ພຣະບາງທາງເມືອງຊຽງໃໝ່ໄດ້ແຕ່ງໃຫ້ພຣະເທບມົງຄຸນເຖຣະເປັນຜູ້ນຳມາພ້ອມພຣະໄຕຼປີດົກ 60 ຄຳພີ.

ປີຮັບເຮົ້າ ຈ.ສ.887 (ຄ.ສ.1525, ພ.ສ.2068) ພຣະເຈົ້າໂພທິສະຣາຊ ສະເດັດອຸປະສົມບົດແລ້ວສະເດັດສາຜະນວດທີ່ວັດນີ້.

ປີເປິກສັນ ຈ.ສ. 910 (ຄ.ສ.1546, ພ.ສ.2091) ພຣະເຈົ້າໄຊຍະເສດຖາທິຣາຊ ໄດ້ເຊີນເອົາພຣະມະຫາມະນີຣັດຕະນະພຸດທະປະຕິມາກອນແກ້ວມໍຣະກົດ ກັບພຣະພຸດທະບຸດສະຍະຣັດຕະນະຈັກກະພັດພີມົນມະນີໄມ ຫຼື ພຣະແກ້ວຂາວ ຫຼືພຣະຈັນທະຣະຕະນະ ຈາກເມືອງຊຽງໃໝ່ມາພ້ອມພຣະອົງແລ້ວອັນເຊີນປະດິດສະຖານຂຶ້ນໄວ້ໃນວັດນີ້.

ປີກົດສັນ ຈ.ສ.922 (ຄ.ສ.1558,ພ.ສ.2103) ພຣະເຈົ້າໄຊຍະເສດຖາທິຣາຊຍ້າຍຣາຊທານີໄປຕັ້ງຢູ່ເມືອງວຽງຈັນໄດ້ເຊີນເອົາພຣະແຊກຄຳພຣະແກ້ວມໍຣະກົດ ແລະພຣະຈັນທະຣັດຕະນະໄປພ້ອມ ປະແຕ່ພຼະບາງຢູ່ເມືອງຫຼວງພຼະບາງຕໍ່ໄປ.

ປີກາບສະງ້າ ຈ.ສ. 1076 (ຄ.ສ.1714, ພ.ສ.2257) ເຄົ້າອົງຫຼໍ່ ຫຼື ພຣະໄຊຍະອົງວຽດ ພຣະເຈົ້າລ້ານວຽງຈັນໂປດເກົ້າໃຫ້ທ້າວນ້ອງ (ນ້ອງເຈົ້າອົງຫຼໍ່ຈ່າງພໍ່) ບຸດແສນທິບພາບົວມາຢູ່ຮັກສາເມືອງຫຼວງພຼະບາງ.

ປີຮັບມົດ ຈ.ສ. 1077 (ຄ.ສ.1715, ພ.ສ.2258) ທ້າວນ້ອງເຫັນວ່າຈະສູ້ກອງທັບເຈົ້າກີ່ງກິດສະຣາຊບໍ່ໄດ້ກໍ່ອັນເຊີນເອົາພຼະບາງໜີລົງໄປເມືອງນຽງຈັນ .

ປີຮັບໃສ້ ຈ.ສ. 1087 (ຄ.ສ.1725, ພ.ສ.2268) ເຈົາອິນທະໂສມພຣະອານຸຊາພຣະເຈົ້າກີ່ງ ກິດສະຣາຊເກັ່ຍກອມ ເອົາໄພ່ພົນ ເມືອງແພ່ ເມືອງລ່າ ເມືອງພົງ ໄດ້ພ້ອມມືແລ້ວກໍ່ຍົກທັບລົງມາຕັ້ງຢູ່ເມືອງງອຍລຳນ໙ອູເມື່ອພຣະເຈົ້າອົງນົກຊົງຊາບດັ່ງນັ້ນ ຈີ່ງປຶກສານຳເສນາບໍດີທັງປວງ ແລະ ທັງເຫັນວ່າຖ້າລັບກັນໄພ່ບ້ານພົນເມືອງຈະລົ້ມຕາຍ ອີກຢ່າງກໍ່ຈະຂາດຍາດຕິພີ່ນ້ອງກັນ ຈີ່ງນິມົນພຣະຣາຊາຄະນະທັງປວງ ຂຶ້ນໄປເຊີນເອົາເຈົ້າອິນທະໂສມລົງມາເຈລະຈາກັນ ເຈົ້າອິນທະໂສມກໍ່ລົງມາ ຄັນເຖິງເມືອງຫຼວງພຣະບາງ ພຣະເຈົ້າອົງນົກກັບພຣະເຈົ້າອິນທະໂສມ ພ້ອມກັນເຂົ້າໄປທຳສັດຈະບໍ່ ທຳຮ້າຍໃຫ້ແກ່ກັນທີ່ພຣະອຸໂປສົດວັດວິຊຸນ ຕໍ່ໜ້າພຣະພຸດ ພຣະທັມ ພຣະສົງ.

ປີເມິງໃຄ້ ຈ.ສ. 1189(ຄ.ສ.1827 ພ.ສ.2370) ເດືອນ 3 ເຈົ້າຣາຊຊະສຸພາວະດີ (ສິງ-ສິງເສນີ)ແມ່ທັບຂອງສົມເດັດພຣະນັ່ງເກົ້າ (ພຣະຣາມາທິບໍດີທີ່ 3) ປາບພຣະເຈົ້າອານຸຣຸທະຣາຊກະສັດລ້ານຊ້າງວຽງຈັນເປັນກະບົດໄດ້ແລ້ວອັນເຊີນພຣະບາງເອົາໄປໄວ້ກຸງເທບ.

ປີກັດໃຄ້ ຈ.ສ. 1201 (ຄ.ສ.1839, ພ.ສ.2382) ເດືອນ 6 ສົມເດັດພຣະນັ່ງເກົ້າຊົງຕັ້ງເຈົ້າ ຣາຊະວົງສຸກຂະເສີມເປັນພຣະເຈົ້າລ້ານຊ້າງຮົມຂາວຫຼວງພຣະບາງ ກັບກຸງເທບໄດ້ຂໍເອົາພຣະບາງຂຶ້ນມາພ້ອມແຫ່ມາທາງບົກຈີ່ງເອີ້ນວ່າ ທາງພຣະບາງຈົນຮອດວັດຊຽງແມນ ຄົບງັນສະຫຼອງຢູ່ດອນຊາຍທ່າຄົກເຮື່ອ 7 ວັນ 7 ຄືນ ແລ້ວແຫ່ຂ້າມຂອງຂຶ້ນເມືອງຫຼວງພຣະບາງອັນເຊີນໄປປະດິດສະຖານໄວ້ໃນພຣະອຸໂປສົດວັດວິຊຸນ ແລ້ວຊົງຕັ້ງພິທີຮັບນ໙ພຣະພິພັດສັດຍາຖວາຍສັດຕໍ່ໜ້າພຣະບາງຕະຫຼອດ ສະໄໝເມືອງຫຼວງພຣະບາງ ຕົກໄປເປັນປະເທດລາຊາຂອງກຸງເທບມະຫານະຄອນ.

ປີກາບສະງ້າ ຈ.ສ.1256 (ຄ.ສ.1894, ພ.ສ.2437) ສົມເດັດພຣະເຈົ້າສັກກະຣິນ, ປະມຸກສົງ, ອົງມົນຕີວັງໜ້າວັງຫຼັງ ແລະເສນາບໍດີທັງປວງ ເໜືອຫໍສະໜາມຫຼວງໄດ້ອັນເຊີນພຣະບາງໄປປະດິດສະຖານໄວ້ວັດໃໝ່ສຸວັນນະພູມມາຣາມ.

ປີຮວາຍສັນ ຈ.ສ. 1258 (ຄ.ສ.1896, ພ.ສ.2439) ສົມເດັດພຣະເຈົ້າຊົງມ້າງວັດວິຊຸນຫຼັງເກົ່າທີ່ຊຳຣຸດຊຸດໂຊມລົງນັ້ນເສຍແລ້ວຊົງປະຕິສັງຂອນຫັຼງປັດຈຸບັນຂຶ້ນແທນທີ່ຕາມແບບເກົ່າໄວ້ເປັນອານຸສາວະຣີ ເຈົ້າສຸພັນນະລັງສີລັດຊະທາຍາດ ບວດເປັນສາມະເນນ ສµນພຣະຊົນທີ່ວັດວິຊຸນ ແລະປົງພຣະສົບຢູ່ທີ່ນັ້ນ.

ສົມເດັດພຣະເຈົ້າສັກຣິນທຣ໌ ຄຳສຸກ ສະຫວັນນະຄົດວັນສຸກ ເດືອນ5 ຂຶ້ນ9ຄ່ຳ ປີກາບສີ ຈ.ສ. 1266(ຄ.ສ.1904 ພ.ສ.2447) ກົງກັບວັນທີ່ 25 ເດືອນ 3 ປີ 1904 ເວລາ 11 ນາລິກາ 15 ນາທີ ທີ່ຫໍຄຳໜອງນາກ ພຣະຊົນພັນສາ 65 ປີ ຄອງຣາຊສົມບັດໄດ້ 14 ປີ.

ປີກັດເໝົາ ຈ.ສ.1301 (ຄ.ສ.1939, ພ.ສ.2482) ພຣະມະຫາເຖຣະນາຣະທະໄດ້ເອົາຕົ້ນມະຫາໂພທິ (ຕົ້ນໂພ) ເມືອງລັງກາມາປູກໃສ່ກອຍວັດ.

ປີເຕົ່າສະງ້າ ຈ.ສ.1304 (ຄ.ສ.1942, ພ.ສ.2485) ສະເດັດເຈົ້າຣາຊພາຄິໄນເພັດຊະຣາຊ ໄດ້ຂຶ້ນເປັນສົມເດັດເຈົ້າມະຫາອຸປະຣາຊອານາຈັກຫຼວງພຣະບາງໄດ້ແຂງວຽງຈັນ, ພວນ, ຫົວພັນແລະຫົວຂອງເຂົ້າມາຮ່ວມ ພຣະອົງຊົງພຣະດຳລິເຫັນວ່າວັດໃໝ່ສຸວັນນະພູມມາຣາມ ເປັນທີ່ຄົບແຄບໃນງານຮັບນ໙ພຣະພິພັດສັດຍານຸສັດ ສົມເດັດຈື່ງຊົງຍ້າຍພິທີນີ້ໄປໃສ່ວັດວິຊຸນຫະຣາຊສັດທາລາມຕາມໂບ ຮານກາລະ.

ປີຮັບເຮົ້າ ຈ.ສ.1307 (ຄ.ສ.1945, ພ.ສ.2488) ເດືອນ 9 ມື້ຫໍ່ເຂົ້າປະດັບດິນ ສົມເດັດເຈົ້າມະຫາອຸປະຣາຊຊໄດ້ເຊີນນາຍທະຫານຢີ່ປຸ່ນໄປຮ່ວມພິທີສັກອານິຈາສູດອຸທິດຫາທະຫານຢີ່ປຸ່ນ ຕາຍເພື່ອຊາດລາວ ພຣະຄຳຝັ້ນ ເຈົ້າຣາຊຄະນະແຂວງອອກໄປຮັບທີ່ປະຕູໂຂງດ້ານເບື້ອງໃນຝ່າຍຕາເວັນອອກ.

ປີຮວຍເສັດ ຈ.ສ.1308 (ຄ.ສ.1946, ພ.ສ.2489) ເດືອນ12 ຂຶ້ນ14ຄ່ຳສົມເດັດພຣະເຈົ້າສີສະຫວ່າງວົງຊົງເຄືອງຂາວ ປະດັບສາຍສະພາຍແດງເລຍົງເນີອິດສະຣິຍາພຣະລະຊັ້ນສູງສຸດຂອງ ຝຣັ່ງເສດສະເດັດ ພຣະຣາຊະດຳເນີນໂດຍລົດຍົນພຣະທີ່ນັ່ງໄປຊົງພິພັດສັດຍານຸສັດຕໍ່ຝຣັ່ງເສດ ທີ່ພຣະອຸໂປສົດວັດວິຊຸນ ເປັນຄັ້ງສຸດທ້າຍ.
ສະໄໝປະເທດລ້ານຊ້າງເປັນເອກະລາດ ແລະລາຊາທິປະໄຕ ຮອດຂວບຟ້າລະດູປີໃໝ່ເດືອນ 5 ພຣະເຈົ້າແຜ່ນດິນແລະພຣະເຈົ້າອຸປະຍຸວະລາດ ຊົງຊ້າງພຣະທີ່ນັ່ງ ແລະທີ່ນັ່ງເສນາອາມາດຂີ່ມ້າເຂົ້າຂະບວນແຫ່ໄປຫົດສົງພຣະບາງທີ່ວັດວິຊຸນ ພຣະພຸດທະຮູບວັດຊຽງທອງທີ່ເມືອງຊຽງທອງ ແລະວັດສີສະຫວັນເທວະໂລກ ທີ່ເມືອງທີ່ເມືອງຊຽງດົງ (ເປັນວັດແລະບ້ານສັງຄະໂລກດຽວນີ້) ຂະນະນັ້ນ ຣາຊດອນຄອຍຊົມພຣະບາລະມີຢູ່ສອງຝາກທາງໄດ້ເອົານ໙ຫອມຮົດສົງພຣະເຈົ້າແຜ່ນດິນ ແລະພຣະອຸປະຍຸວະຣາຊຖວາຍຄວາມຈົງຮັກພັກດີ.





ຄັນເຖີງປີຮັບມົດ ຈ.ສ.1077 (ຄ.ສ.1715, ພ.ສ.2258) ປະເທດລ້ານຊ້າງໄດ້ແຕກແຍກກັນແບ່ງອອກເປັນ 2 ອານາຈັກຄື: ອານາຈັກລ້ານຊ້າງວຽງຈັນແລະອານາຈັກລ້ານຊ້າງຫຼວງພະບາງ ໄດ້ຕົກໄປຢູ່ໃນການອາລັກຂາ ຂອງໄທແລະຝຣັ່ງເສດ ທັງ 2 ອານາຈັກ ພຣະເຈົ້າແຜ່ນດິນອານາຈັກຫຼວງພະບາງຊົງພຣະຣາຊຍານສົມເດັດເຈົ້າມະຫາອຸປະຣາຊສະເດັດເຈົ້າຣາຊວົງ ແລະສະເດັດເຈົ້າຣາຊບຸດຊົງສະຫຼ່ຽງເຈົ້າກົມເຈົ້ານາຍໃນພຣະບໍລົມມະວົງສານຸວົງ ແລະວົງສານຸວົງ 3 ພຣະວັງຊົງມ້າ ເຈົ້າພຣະຍາແລະພຣະຍາຂີ່ຊ້າງເຂົ້າ ຂະບວນແຫ່ໄປຫົດສົງພຣະພຸດທະຮູບທີ່ວັດວິຊຸນ (ເພາະພຣະບາງໄດ້ຊົງຍ້າຍໄປປະດິດສະຖານໄວ້ວັດໃໝ່ສີສຸວັນນະພູມມາຣາມຕັ້ງພິທີຫົດສົງວັນໜຶ່ງຕ່າງຫາກ ຫຼັງຈາກຫົດສົງພຣະພຸດທະຮູບວັດທັງຫຼາຍແລະຖ໙ຕິ່ງກັບວັດປາກອູ) ທີ່ວັດຊຽງທອງແຕ່ວັດສີສະວັນນະເທວະໂລກນັ້ນຊົງຊ້າງໄປທັງ 4 ພຣະອົງ ຂະນະນັ້ນ ຣາຊດອນຄອຍຊົມພຣະບາຣະມີຢູ່ສອງຝາກທາງ ໄດ້ເອົານ໙ຫອມຫົດສົງທັງ4ພຣະອົງຖວາຍຄວາມຈົງຮັກພັກດີ.

ເມື່ອມາເຖິງປີເມິງໃຄ້ ຈ.ສ.1309 (ຄ.ສ.1947, ພ.ສ.2490) ປະເທດລ້ານຊ້າງໄດ້ກັບຄືນມາສູ່ສະພາບເດີມເປັນເອກະຣາຊແລະປະຊາທິປະໄຕ ບໍ່ມີສົມເດັດເຈົ້າມະຫາອຸປະຣາຊ ສະເດັດເຈົ້າຣາຊວົງແລະສະເດັດເຈົ້າຣາຊບຸດແລ້ວ ພຣະເຈົ້າແຜ່ນດິນແລະເຈົ້າລັດຊະທາຍາດຊົງລົດຍົນພຣະທີ່ນັ່ງແລະທີ່ນັ່ງຂ້າຣາຊບໍລິພານກໍ່ຂີ່ລົດຍົນໄປຫົດສົງພຣະພຸດທະຮູບ ທີ່ວັດວິຊຸນ ວັດຊຽງທອງແລະວັດສີສະວັນເທວະໂລກ ຣາຊ ດອນຄອຍຊົມພຣະບາລະມີຢູ່ສອງຝາກທາງ ໄດ້ເອົານ໙ຫອມຫົດສົງພຣະເຈົ້າແຜ່ນດິນ ຄືສະໄໝກອ່ນແລະສະໄໝກາງ ຣາຊດອນແລະບ່າວສາວຕ່າງຫົດສົງກັນເອງ.

ຝ່າຍພຸດທະຈັກນັ້ນ ມື້ສັງຂານຂຶ້ນຕອນເຊົ້າ ສົມເດັດຣາຊຄູໂຮງທຳ,ເຈົ້າອາວາດວັດທາດ, ວັດໃໝ່, ວັດຈອມສີ, ວັດຊຽງທອງ ແລະວັດອາຮາມ ໄດ້ຂີ່ວໍ່ໂດຍມີພຣະພິກຂຸສາມະເນນ ແລະໄທບ້ານຫາມແຫ່ໄປຫົດສົງພຣະບາງທີ່ວັດວິຊຸນ ແລ້ວປູ່ເຍີຍ່າເຍີຟ້ອນຖວາຍໃຫ້ຄົນຝ່າຍຕາເວັນຕົກເບີ່ງ ຄັນພຣະບາງຍ້າຍໄປປະດິດສະຖານໄວ້ວັດໃໝ່ສີສຸວັນນະພູມມາຣາມແລ້ວ ກໍຫົດສົງພຣະພຸດທະຮູບທັງໃຫ້ພຸດທະນິກະຊົນໄດ້ເອົານ໙ຫອມຫົດສົງພຣະສາວົກຂອງພຣະພຸດທະອົງຊົງວໍ່ຖວາຍຄວາມບໍລິສຸດໃຈສັກກາຣະຕໍ່ພຣະພຸດທະເຈົ້າ ແຕ່ຂະນົບທຳນຽມຍິງສາວແຕ່ງກາຍເຕັມຍົດ ໃສ່ເຄື່ອງເອ້ເງິນຄຳນຸ່ງສµນແຮກົງບ່ຽງຜ້າແຮກົງຖືໂອເງິນໃສ່ພຸ່ມດອກໄມ້ ແລະກ້ອງນ໙ຫອມກັ້ງຮົ່ມແຮສິງດງສີມຸ່ຍເດີນເປັນສາຍແຫ່ວໍ່ ກັບຄົບງັນວັດຮັກສາພຣະພຸດທະຮູບລົງສົງເດືອນ 5 ແລະຊ່ວງເຮືອແຫງມແຂ່ງເຮືອແຫງມ ວັດອາຮາມເດືອນ 12 ນັ້ນ ໄດ້ສູນຫາຍໄປແຕ່ປີເຕົ່າສະງ້າ ຈ.ສ.1304 (ຄ.ສ.1942, ພ.ສ.2485) ພຸ້ນແລ້ວ.
ບັດນີ້ວັດວິຊຸນ ເປັນພິພິດທະພັນສະຖານແຫ່ງຊາດສາສະໜາກໍ່ວ່າໄດ້ເພາະມີຂອງບູຮານວັດຖຸ ສິລະປະວັດຖຸບັນຈຸໄວ້ ເປັນຕົ້ນແມ່ນຜາສາດສັດຕະບົວລະພັນຢູ່ແປບົນຫຼັງວັດ, ພຣະປະທານກ້ວງ 2 ວາ 3 ສອກປາຍ 8 ນີ້ວ ຫຼື 5 ແມັດ 64 ຊັງຕີແມັດ ໃຫຍ່ກວ່າພຣະພຸດທະຮູບອົງຫຼວງທຸກວັດ, ພຣະພຸດທະຮູບຄວັດໃສ່ງາຊ້າງ ພຣະທີ່ນັ່ງຂອງເຈົ້າວິຊຸນນະລາດ 1 ຄູ່ ກິ່ງໃດຍາວ 2 ແມັດ 50 ຊັງຕີແມັດ, ພຣະພຸດທະຮູບໄມ້ດູ່ຢືນ, ພຣະພຸດທະຮູບທອງສຳລິດນັ່ງ, ແທ່ນພຣະທຳມາດ,ເຮືອຮາວທຽນ, ຮາງລິນ, ວໍ່, ຝາປະຕູວັດ, ລູກຕີ່ງ ປ່ອງຢ້ຽມແລະປະຕູໂຂງຢູ່ທິດຕາເວັນຕົກຕິດແດນວັດອາຮາມນັ້ນ ລ້ວນແຕ່ເປັນຂອງວັດເກົ່າ ຊຶ່ງມີອາຍຸໄດ້ 450 ປີ.
ນັບແຕ່ພຣະຄູບຸບຜາຈາກວັດໝື່ນນາ ມາເປັນສົມພານແລ້ວລາສິກປີຮັບໃຄ້ຈ.ສ.1237 (ຄ.ສ.1875, ພ.ສ.2418) ໄປເປັນອາຈານບຸບຜາ ໄດ້ຮັບພຣະຣາຊທານນາມມະຍົດເປັນພຣະຍາຄຸມພົນເສິກຫຼວງເມືອງຊ້າຍແລ້ວຂຶ້ນເປັນພຣະຍາຫຼວງເມືອງຈັນຢູ່ບ້ານໝື່ນນາ ຕໍ່ຈາກນັ້ນຈາກນັ້ນຈະແມ່ນພຣະຕົນໃດມາແທນບໍ່ຊາບໆແຕ່ພຣະຄູສິງໄທເມືອງເຂມະຣາຊມາເປັນເຈົ້າມາວາດ ຄົນທັງຫຼາຍຮຽກວ່າຄູບາວັດວິຊຸນ ແລ້ວມໍຣະນະພາບປີກັດເໝົ້າ ຈ.ສ.1301 (ຄ.1939, ພ.ສ.2482), ພຣະທອງທຳມະທິນໂນມາແທນແລ້ວຍ້າຍໄປເປັນເຈົ້າອະທິການວັດໝື່ນນາ, ພຣະມະຫາອ້ວນວິລະສີມາແທນແລ້ວລາຊິກໄດ້ຮັບຣາຊ ທານນາມມະຍົດເປັນເພຍສີສູນທອນໂອວາດຢູ່ບ້ານວັດໃໝ່, ພຣະບົວພໍ່ຈານສີພາ ບ້ານຄອກງົວມາແທນແລ້ວຍ້າຍໄປຢູ່ວັດອາຮາມມໍຣະນະພາບ, ພຣະມະຫາທອງດີມາແທນແລ້ວລາຊິກໄປຢູ່ບ້ານຄົກພຸ, ພຣະແພງມາແທນແລ້ວລາສິກເປັນຈານແພງຢູ່ບ້ານໝື່ນນາ, ພຣະຫຼ້າມາແທນແລ້ວລາສິກເປັນຈານຫຼ້າຢູ່ບ້ານມູດ, ບັດນີ້ພຣະມີ ມັງຄະລະປັນໂຍມາເປັນເຈົ້າອະທິການປີເຕົ່າສີ ຈ.ສ.1314 (ຄ.1952, ພ.ສ.2495).

 

ຕຳນານກ່າວວ່າທາດປະທູມ ຄືດອກບົວຫຼວງ ແຕ່ຄົນທັງຫຼາຍກ່າວວ່າຄືໜ່ວຍໝາກໂມຈຶ່ງຮຽກວ່າທາດໝາກໂມຕໍ່ປາກກັນມາ. ນາງພັນຕີນຊຽງອັກຄະມະເຫສີພຣະເຈົ້າວິຊຸນນະຣາຊຊົງສ້າງກໍ່ກວມໜອງຊວາໜ້າວັດວິຊຸນ ເມື່ອວັນເສົາເດືອນ 3  ຂຶ້ນ 2 ຄ່ຳປີກາບເສັດ ຈ.ສ.876 (ຄ.1514, ພ.ສ.2057)  ນານໄດ້ 1 ປີກັບ 7 ເດືອນຈື່ງແລ້ວ.  ເກື່ອນເພພັງທະລັງທະລາຍລົງ ວັນເສົາເດືອນ 8 ຂຶ້ນ 8 ຄ່ຳ ມື້ຮວາຍເຊັດ ປີກາບຢີ່ ຈ.ສ.1276 ກົງກັບວັນທີ່ 28 ເດືອນ 8 ປີ (ຄ.ສ.1914, ພ.ສ.2457) ກົມທຳມະການຫໍສະໜາມຫຼວງເວລານັ້ນແມ່ນເຈົ້າກົມຂຸນດວງຈັນບ້ານພັນຫຼວງເປັນອະທິບໍດີ ໄດ້ຄົ້ນພົບສີລາຈາລຶກແລະສິງຂອງເງິນຄຳແກ້ວແຫວນອັນປະເສີດແປກປະຫຼາດ ຫຼາຍສິງຫຼາຍຢ່າງແລ້ວເອົາອອກມາສະເໜີ ຖວາຍພຣະມະຫາກະສັດແລະເຈົ້ານາຍ ໃຫ້ເສນາຂ້າຣາຊການແລະເຈົ້ານາຍເບິ່ງ  ແລ້ວພາກັນອອກເງິນບູຊາສຳລັບຊ້ອມແຊມທາດລູກນີ້ໄດ້ເງິນ 11.252 ຫຼຽນ 68 ເຊັນ ຫຼືອັດບ່ອງທອງແດງຄັງເມືອງລາວໂມທະນາ 5.500 ຫຼຽນຖ້ວນ ລວມ 2 ລາຍເປັນເງິນ 16.752 ຫຼຽນ 68 ເຊັນ.           

 ລາຍຈ່າຍ:

ດິນຈີ່ 425.697 ກ້ອນ                     4110 ຫຼຽນ 86  ເຊັນ

     ປູນໜັກ 138.230 ກິໂລກຼາມ                 2.405       64  

     ປູນຊີມັງ 15 ຕຸກກັບ 1.218 ກິໂລກຼາມ          276          45  

     ຄ່າມືຊ່າງກໍແລະຄູລີ                   9.478        37  

ປູຟື້ນແທ່ນພາຍໃນກຳແພງເຕັ້ຍ:

ເງິນພຣະຣາຊສັດທາສົມເດັດພຣະເຈົ້າສີສວ່າງວົງສ໌       233  ຫຼຽນ  80  ເຊັນ 

ເງິນບຳລຸງພຸດທະສາສະໜາຝຣັ່ງເອົາຖວາຍ            100         00   

ເງິນຣາຊດອນໂມທະນາ                    144         60   

 

                     ລວມ:             16.752 “   68    

     ນັບແຕ່ວັນທີ່ໄດ້ກໍ່ສ້າງ ເວັ້ນແຕ່ວັນເດືອນລະດູຝົນພັກບໍ່ໄດ້ນັບ 3 ປີກັບ 1 ເດືອນຈຶ່ງສຳເລັດແລະໄດ້ທຳພິທີສະຫຼອງວັນເສົາ ມື້ເປິກສະງ້າ ເດືອນ 12 ຂຶ້ນ 8 ຄ່ຳ ປີເຕົ່າສັນ ຈ.ສ.1294 (ຄ.1932, ພ.ສ.2475).

     ສ່ວນສິ່ງຂອງທີ່ໄດ້ເອົາອອກມາສະເໜີນັ້ນ ໄດ້ເອົາຄືນໄປບັນຈຸໄວ້ກໍ່ມີ ເອົາໄປໄວ້ທ້ອງພຣະໂຮງຫໍຄຳໃນພຣະບໍຣົມມະຫາຣາຊວັງກໍ່ມີ ແຈ້ງຢູ່ໃນບັນຊີກົມທຳມະການຫໍສະໜາມຫຼວງນັ້ນແລ້ວ.


ຂໍ້ມູນຈາກ : ປື້ມຕໍານານເມືອງຫຼວງພຣະບາງ
ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple


ความคิดเห็น