ປະຫວັດຕ່າງໆ

แสดงเพิ่มเติม

ວັດໃໝ່ ສຸວັນນະພູມາຣາມ ນະຄອນຫລວງພຣະບາງ ແຂວງ ຫລວງພຣະບາງ

 ວັດໃໝ່ ສຸວັນນະພູມາຣາມ ນະຄອນຫລວງພຣະບາງ ແຂວງ ຫລວງພຣະບາງ



 

ສົມເດັດພຣະເຈົ້າອະນຸຣຸທ ພຣະເຈົ້າມະຫາອຸຕະມະວົງຂົງສີສັດຕະນາຄະນະຫຸດ ອຸດົມຣັດຕະນະບູລີຣົມ ພົມມະຈັກກະພັດ ມະຫານະຄອນຣາຊທານີລ້ານຊ້າງຮົ່ມຂາວຫຼວງພະບາງ ຊຶ່ງຊາວເມືອງຮຽກວ່າ ພຣະເຈົ້າຮົ່ມຂາວ ເພາະຊົງພຣະຣາຊຍານກັ້ງຮົ່ມຂາວຫາມແຫ່ໄປສະຫຼອງພຣະທາດສີທຳມະຫາຍໂສກະຣາຊ (ທາດສວນແຖນ) ຊົງສ້າງປີຮວາຍສີ ຈ.ສ.1158 (ຄ.ສ.1796, ພ.ສ.2339) ຄອງຣາຊສົມບັດໄດ້ 24 ປີ ພຣະຊົນພັນສາ 82 ປີ ສະຫວັນນະຄົດວັນເສົາ ເດືອນຍີ່ ແຮມ 2 ຄ່ຳ ປີຮັບໃຄ້ ຈ.ສ.1177 (ຄ.ສ.1815, ພ.ສ.2358) ທີ່ຫໍຄຳໜອງບົວຊາວເມືອງຖວາຍພຣະນາມວ່າເຈົ້າມະຫາຊີວິດບໍລົມມະໂກດ ເພາະໂກດໃສ່ພຣະບໍຣົມສົບງາມຍິ່ງກວ່າງາມ.



ປີຮ້ວງໃສ້ ຈ.ສ.1183 (ຄ.ສ.1821, ພ.ສ.2364) ສົມເດັດພຣະເຈົ້າມັງທາຕຸຣາຊ ພຣະຣາຊໂອຣົສຊົງຊ່ອມແຊມໃໝ່ ແລະສ້າງພຣະພຸດທະຮູບອົງຫຼວງອີກອົງໜຶ່ງໃສ່ທາງຫຼັງອົງພໍ່ສ້າງກັບຫໍຂວງໜ້າກອຍ ໄທບ້ານເກີຍຊ້າງຈິ່ງຮຽກວ່າວັດໃໝ່ແລະບ້ານເກີຍຊ້າງກໍ່ປ່ຽນຊື່ວ່າບ້ານວັດໃໝ່ຕາມຊື່ວັດ. ສ່ວນທາດນ້ອຍ 2 ລູກຮຽງກັນ ຕັ້ງຢູ່ແທ່ນພຣະຫຼັງພຣະປະທານທັງສອງນັ້ນຂ້າພຣະເຈົ້າສັນນິຖານວ່າ ບັນຈຸພຣະບໍຣົມອັດຖິຂອງສົມເດັດພຣະເຈົ້າບໍຣົມມະໂກດ ແລະ ບໍຣົມມະລົດຮຽງພໍ່ຮຽງລູກ.

ປີຮ້ວງເໝົ້າ ຈ.ສ.1253 (ຄ.ສ.1891, ພ.ສ.2434) ສົມເດັດພຣະເຈົ້າສັກຣິນທຣ໌ຄຳສຸກຊົງສ້າງລະບຽງຝ່າຍຕາເວັນອອກແລະຕົກ.
ປີກາບສະງ້າ ຈ.ສ.1256 (ຄ.ສ.1894, ພ.ສ.2437) ພຣະມະຫາຣາຊຄູຕັນອົງໄດ້ຊົງສະນິດສະໜົມກັບມອງຊີເອີປາຊວີ ຈຶ່ງຖວາຍຍົດວ່າ grant aumonier de laCour ແປວ່າບາດຫຼວງປະຈຳຣາຊສຳນັກໄດ້ເປັນສົມເດັດພຣະສັງຄະຣາຊແຫ່ງພຣະຣາຊອານຈັກຫຼວງພະບາງ.

ສົມເດັດພຣະເຈົ້າສັກຣິນທຣ໌ ປະມຸກສົງ ອົງມົນຕີວັງໜ້າວັງຫຼັງແລະເສນາບໍດີທັງປວງເໜືອຫໍສະໜາມຫຼວງ ໄດ້ອັນເຊີນພຣະບາງຈາກວັດວິຊຸນໄປປະດິດສະຖານໄວ້ວັດໃໝ່ ແລ້ວສົມເດັດພຣະເຈົ້າແຜ່ນດິນຊົງພຣະຣາຊຍານ ສົມເດັດພຣະເຈົ້າມະຫາອຸປະຣາຊ ສະເດັດເຈົ້າຣາຊວົງ ຊົງສະລ່ຽງ ເຈົ້າກົມເສນາອຳມາດຝ່າຍທະຫານຕຳຫຼວງແລະພົນລະເຮືອນ ນາຍແຂວງຕາແສງນາຍບ້ານທ້າວຂຸນເມືອງສິງເມືອງພູຝາງ ແຂວງຫົວພັນ ແຂວງພວນ ໄປຮັບພຣະພິພັດສັຕຍາຖວາຍສັຕຕໍ່ໜ້າພຣະບາງເດືອນ 5 ເດືອນ 12 ຕັ້ງແຕ່ເມືອງຫຼວງພະບາງຕົກຢູ່ ໃນອາລັກຂາຂອງຝຣັ່ງເສດ.












ຄັນເຖິງລະດູປີໃໝ່ເດືອນ5 ສົມເດັດພຣະສັງຄະຣາຊກໍ່ໄດ້ຊົງວໍ່ໄປຫົດສົງພຣະພຸດທະຮູບວັດວິຊຸນ ວັດຊຽງທອງແລະວັດທາດ ແຕ່ປະເພນີຄົບຄັນຮັກສາພຣະພຸດທະຮູບລົງສົງເດືອນ 5 ແລະຫຼµນນາງແກ້ວກັບຊວງເຮືອແຫງມແຂ່ງເຮືອແຫງມວັດຈອມສີເດືອນ 12 ນັ້ນໄດ້ຢຸດຕິລົງໄປແລ້ວ ຍັງຄົງແຕ່ຄົບງັນເຝົ້າພຣະບາງ ລົງສົງ.
ປີຮ້ວງໃຄ້ ຈ.ສ.1273 (ຄ.ສ.1911, ພ.ສ.2454) ພຣະມະຫາຣາຊຄູປານວັດທາດໄດ້ຂຶ້ນເປັນສົມ ເດັດພ໓ະສັງຄະຣາຊແທນສົມເດັດພ໓ະສັງຄະຣາຊຕັນມໍຣະນະພາບ ຮັບນິມົນໄປຢູ່ວັດໃໝໄດ້ການຊ່ອມແຊມຫ໓ັງຄາວັດ.

















ປີຮັບໃຄ້ ຈ. ສ. 1297 (ຄ.ສ.1935, ພ.ສ.2478) ພຣະມະຫາຣາຊະຄູບຸນທັນວັດລ້ອງຄູນໄດ້ຂຶ້ນເປັນສົມເດັດພຣະສັງຄະຣາຊແທນສົມເດັດພຣະສັງຄະຣາຊປານແລະຄຸນມໍຣະນະພາບ ຮັບນິມົນຕໍ່ໄປຢູ່ວັດໃໝ່ແລ້ວໄດ້ເປັນສົມເດັດພຣະສັງຄະຣາຊແຫ່ງພຣະຣາຊະອານາຈັກລາວ ປີກ່າມົດ ຈ.ສ. 1315 (ຄ.ສ.1953, ພ.ສ.2496) ໄດ້ຈັດການຊ່ອມແຊມວັດແລະຫໍຂວາງໜ້າກອຍ ຫຼັງໜ້າປະດັບດອກພອກຄຳ ແລະຶ່າກໜ້າວັດເບື້ອງນອກກໍເອົາປູນຊີມອງມາປະສົມເຮັດປະທາຍເພັດປັ້ນຮູບເລື່ອງພຣະເວດສັນຕະຣະຕິດຮຸ່ງເຮືອງເຫືຼອງເຫຼື້ອມງາມມາກ ເປັນວັດທີ່ສົມເດັດພຣະສັງຄະຣາຊສະຖິດຢູ່ແລະປະດິດສະຖານພຣະບາງເທວະຣາຊ.



ความคิดเห็น