ປະຫວັດຕ່າງໆ

แสดงเพิ่มเติม

ວັດຈູມຄ້ອງ ສຸຣິນທາຣາມ ນະຄອນຫຼວງພຣະບາງ ແຂວງ ຫຼວງພຣະບາງ

 ວັດຈູມຄ້ອງ ສຸຣິນທາຣາມ ນະຄອນຫຼວງພຣະບາງ ແຂວງ ຫຼວງພຣະບາງ



ພຼະຄູແກ້ວ ສ້າງປີກ່າເໝົ້າ ຈ.ສ.1205 (ຄ.ສ.1843, ພ.ສ.2386) ໃນແຜ່ນດິນສົມເດັດພຣະເຈົ້າສຸກຂະເສີມກ່ອນຈະຍົກວັດນີ້ ເຈົ້າສັດທາໄດ້ຕີກອງຮ້ອງປ່າວສຽງຄ້ອງດັງມ່ວນ ຄົນກໍພາກັນມ່ວນຊື່ນ ແລະ ຕາມການບອກເລົ່າວ່າໃນເມື່ອກ່ອນເພີ່ນໄດ້ ເອົາຈູມຄ້ອງມາຫຼໍ່ເປັນພຣະພຸດທະຮູບ ປະດິດສະຖານໄວ້ວັດນີ້ຮຽກວ່າພຣະຄ້ອງ ຈີ່ງຂະໜານນາມວ່າ ວັດຈູມຄ້ອງ ບ້ານກໍໃສ່ຊື່ຕາມວັດວ່າບ້ານຈູມຄ້ອງ.


 ວັດຈູມຄ້ອງມີຮູບພາບເລື່ອງພຣະເວດສັນຕະຣະແຕ້ມໃສ່ເທິງເບື້ອງນອກໜ້າຕ່າງ ແລະ ຮູບຫໍ້ 2 ຕົວຢືນຢຸ່ຫົວຂັ້ນໄດວັດນັ້ນ ແມ່ນຫໍ້ເມືອງໜອງແສ ເອົາຖວາຍສົມເດັດພຼະເຈົ້າຈັນທະເທບປະພາຄຸນ ຫຼັງຈາກນັ້ນສົມເດັດເຈົ້າມະຫາອຸປະຣາຫບຸນຄົງ ໄດ້ເອົາຮູບຫໍ້ 2 ຕົວດັ່ງກ່າວນີ້ໄປໄວ້ຫໍສະໜາມຫຼວງ ແລ້ວສົມເດັດເຈົ້າຣາຊະວົງສີສຸພັນ   ອະທິບໍດີກົມກຳມະການເອົາໄປບູຊາໄວ້ວັດຈູມຄ້ອງ.
ປີກ່າເຮົ້າ ຈ.ສ.1295 (ຄ.ສ.1933, ພ.ສ.2476) ວັດຈູມຄ້ອງຊຳຣຸດຊຸດໂຊມລົງ ກົມທັມມະການຫໍສະໜາມຫຼວງໄດ້ຊ່ອມແຊມຫຼັງຄ້າຍທາງໜ້າ.
ປີຮ້ວງເໝົ້າ ຈ.ສ.1313 (ຄ.ສ.1951, ພ.ສ.2494) ພຣະຈັນທາ ຈັນທາໂພ ເປັນເຈົ້າອະທິການໄດ້ແປງຝາດ້ານທາງກອຍແຕ້ກແລງ ແລະເອົາຄຳພອກສີໜ້າທັງສອງເບື້ອງ ແລະງ ວງເຜີ້ງສຳເລັດບໍລິບວນ ປີຮ້ວງເປົ້າ ຈ.ສ.1313.
ປີກ່າເໝົ້າ ຈ.ສ. 1325 (ຄ.ສ.1963, ພ.ສ.2506) ພຼະຫູມແພງ ເຫມະປັນໂຍ ເປັນນາຍຊ່າງສີນລະປະຍ້າຍຈາກວັດທາດມາຢູ່ ພາກັນສ້າງປະຕູ 5 ປະຕູ ຣວມເປັນ 10  ແລະ ສຸ່ມປະຕູ, ປ່ອງຢ້ຽມ 5 ປ່ອງ ຮວມ 8 ເບື້ອງ ແລະ ສຸ່ມປ່ອງຢ້ຽມ ແລະ ເພດານ ຮຸ່ງເຮືອງເຫຼືອງເຫຼືອມງາມຫຼາຍ ແຕ່ປະເພນີຄົບງັນວັດຮັກສາພຼະພຸດທະຮູບລົງສົງເດືອນ 5 ນັ້ນເລີກລາໜີໄປແລ້ວ ຕີຄ້ອງຮ້ອງປ່າວໃຫ້ຄືນມາຄົບງັນຄືເກົ່າກໍ່ບໍ່ມາ ບັດນີ້ໄດ້ປ່ຽນຊື່ໃໝ່ວ່າ ວັດພຼະຄ້ອງຣັດຕະນະໄຕຼຍາຣາມ.











ความคิดเห็น

แสดงความคิดเห็น