ປະຫວັດຕ່າງໆ

แสดงเพิ่มเติม

ວັດຫຼວງອູໃຕ້ ເມືອງຍອດອູ ແຂວງ ຜົ້ງສາລີ

 ວັດຫຼວງອູໃຕ້ ເມືອງຍອດອູ ແຂວງ ຜົ້ງສາລີ
ວັດແຫ່ງນີ້ຕັ້ງຢູ່ອູໃຕ້  ມີໄລຍະທາງຫ່າງຈາກເທດສະບານ ແຂວງ 137 ກິໂລແມັດ.





ຕາມທີ່ປະຊາຊົນຄົນທ້ອງຖິ່ນເວົ້າເວົ້າສືບຕໍ່ກັນມາວ່າ: ວັດແຫ່ງນີ້ຖືກສ້າງຂຶ້ນໃນປີ 1445, ສ້າງພ້ອມດຽວ ກັບ ວັດສີສະເກດ “ສະຕະສະຫັສສາຣາມ” ຫຼື ວັດແສນ ນະຄອນຫຼວງວຽງຈັນ ແລະ ວັດຊຽງຮູ ແຂວງ ຢູນນານ ສປ ຈີນ, ວັດເຫຼົ່ານີ້ມີຮູບຊົງ ແລະ ລັກສະນະຄ້າຍຄືກັນ, ໂຄງສ້າງຂອງຫຼັງຄາອອກແບບໂດຍນາຍຊ່າງ ທີ່ມີປະສົບການ, ແຕ່ລະພາກສ່ວນຂອງຫຼັງຄາ ແມ່ນມຸງດ້ວຍດິນຂໍ ທີ່ຜະລິດຈາກດິນໜຽວ ທີ່ມີຄວາມທົນທານ ຈົນມາເຖິງວັນນີ້.

ຂໍຂອບໃຈຮູບພາບຈາກ : ພຣະອາຈານ ຂັດຕິຍະ ບາຣະມີ

ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple
#ລາວTemple
#ປະເທດລາວ
#ວັດລາວ
#ນີ້ແຫຼະບ້ານຂ້ອຍ




ความคิดเห็น