ປະຫວັດຕ່າງໆ

แสดงเพิ่มเติม

ວັດອາໄພ ນະຄອນຫຼວງພຣະບາງ ແຂວງ ຫຼວງພຣະບາງ

 ວັດອາໄພ ນະຄອນຫຼວງພຣະບາງ ແຂວງ ຫຼວງພຣະບາງ



ເດີມຊື່ວັດໄຫໄພຕາມສາເຫດທີ່ພໍ່ຄ້າມາແຕ່ໃຕ້ຂາຍປາແດກໄດ້ເງິນແລ້ວມາສ້າງວັດນີ້ຂຶ້ນ ແລ້ວເອົາໄຫໄພເປົ່າຝັງໄວ້ກ້ອງພື້ນວັດ ຈິ່ງໄດ້ຊື່ວ່າວັດໄຫໄພ.

ສ້າງຂຶ້ນໃນປີກັດເປົ້າ ຈ.ສ 791 (ຄ.ສ.1492, ພ.ສ.1972) ໃນແຜ່ນດິນພຣະເຈົ້າໂພທິສານ. ຕໍ່ມາຄຳທີ່ຮຽກວ່າວັດໄຫໄພນັ້ນເຫັນເປັນຄວາມບໍ່ເໝາະສົມ ອາດຈະເປັນວັດໄຫໄພປາແດກຈິ່ງມາປ່ຽນຊື່ວ່າ ວັດອາໄພ ແປວ່າປາສະ ຈາກໄພ ຫຼື ບໍ່ມີໄພ.








ບໍ່ແມ່ນວ່າ ອະໄພຍະໂທດຍົກໃຫ້ ແລ້ວໄທບ້ານສວນໝາກຝາກພູກໍ່ປ່ຽນຊື່ບ້ານຕາມຊື່ວັດວ່າ ບ້ານອະໄພ.

    ວັດຫຼັງເກົ່າໄດ້ເປ່ເພພັງລົງຫຼາຍ ເຖິງປີກ່າໃຄ້ ຈ.ສ 1285 ກົງກັບ (ຄ.ສ.1923, ພ.ສ 2466) ພຣະຍາໝື່ນໜ້າ (ຈານທອງບ້ານອະໄພ) ພາໄທບ້ານອະໄພປະຕິສັງຂອນຂຶ້ນໃໝ່.
    ນັບແຕ່ພຣະມ້າວເປັນເຈົ້າອາວາດແລ້ວມໍຣະນະພາບ ພຣະແກ້ວລາຂື້ນແທນແລ້ວລາສິກຂາໄປເປັນຈານແກ້ວລາ ໄດ້ຮັບພຣະຣາຊທານນາມມະຍົດເປັນພຣະຍາໝື່ນລູກທ້າວຢູ່ບ້ານໝື່ນນາ.



ພຣະຈັນດີ ຂື້ນແທນແລ້ວລາສິກໄປ, ພຣະມັງຂື້ນແທນແລ້ວລາສິກໄປ, ພຣະຈັນສຸຂມາຂື້ນແທນ ແລະໄດ້ກໍ່ຕັ້ງໂຮຽຮຽນປະຣິຍັດຕິທັມຂຶ້ນປີ ເມິງເປົ້າ ຈ.ສ 1299 (ຄ.ສ.1937, ພ.ສ 2480)  ແລ້ວລາສິກໄປ ໂຮຽຮຽນກໍ່ຮ້າງ ຕໍ່ມາກໍ່ໄດ້ມ້າງ ພຣະສີມາຂື້ນແທນທັງເປັນເຈົ້າຄະນະຕາແສງ ຝາກພູ ຢູ່ມາກໍ່ໄດ້ພັດລາໜີເມືອບ້ານຜົ້ງສາລີ ຊາວບ້ານພາກັນເຫຼື້ມໃສສ້າງລະບຽງຝ່າຍຕາເວັນອອກ ແລະ ຕາເວັນຕົກ ບັດນີ້ພຣະມະຫາວັນດີຜົ້ງສາລີມາເປັນເຈົ້າອາທິການ ໄດ້ຟັນຕົ້ນໂພໃຫຍ່ຢູ່ຮ່ອມທາງ ທີ່ຈະເຂົ້າໄປຫາວັດໃຫ້ຮຸ່ງແຈ້ງສະຫວ່າງ.


ความคิดเห็น