ປະຫວັດຕ່າງໆ

แสดงเพิ่มเติม

ຕໍານານພະຍານາຄ

 


ຕໍານານພະຍານາຄ
ນາຄໃນເທວະນິຍານ ມີຄວາມໝາຍວ່າເປັນເທບມີລິດເດດ ຢາກແປງຮ່າງເປັນຫຍັງກະໄດ້ ໃນທາງສາດສະໜາພາມຖືກັນວ່ານາຄແມ່ນເທວະດາແທ້ໆດັ່ງພະຍາອະນັນຕະນາຄຣາຊ ຫຼື ທ້າວ ວິຣຸນປັກ
ທີ່ຢູ່ຂອງພວກນາຄ ກໍ່ມີທາງບົກ ແລະ ທາງນໍ້າ ຢ່າງພະຍາວາສຸກກຣີ ທີ່ຢູ່ເມືອງບາດານບໍ່ແມ່ນໃຕ້ນໍ້າ ແຕ່ເປັນເມືອງທີ່ຢູ່ໃຕ້ໂລກມະນຸດລົງໄປອີກຊັ້ນໜຶ່ງ ຕາມຕໍານານກ່າວວ່ານາຄພິພົບຕັ້ງຢູ່ ແຕ່ແຜ່ນດີນອັນເຮົາຢູ່ນີ້ລົງໄປເຖິງນາຄພິພົບອັນຊື່ວ່າ ຕິຣັດສານພູມີນັ້ນ ໂດຍເລີກໄດ້ 1 ໂຍຊ ຜີຈະນັບດວ້ຍວາກໍແທກໄດ້ 800 ວາ.
ພຍາ ຄຸດ ແລະ ພຍານາຄ ແມ່ນອ້າຍນ້ອງດຽວກັນ
ຕາມນິທານຂອງອີນເດຍກ່າວວ່າ ພຍານາຄ ແລະ ພຍາຄຸດ ເປັນອ້ານນ້ອງດຽວຄື : ເປັນໂອຣົດຂອງພຮະ ກັສຍະປະເທພ ແລະ ນາງ ວິນຕາ ເປັນມານດາຂອງພຣະຍາຄຸດ ສວ່ນມານດາຂອງ ພຣະຍານາຄ ຄື ນາງ ພັທທະຣຸ ເວົ້າຢ່າງງ່າຍໆ ກໍ່ຄື ພໍ່ດຽວແຕ່ຄົນລະແມ່
ພຍາຄຸດເປັນໃຫ່ຍທາງອາກາດ ສວ່ນພຣະຍານາຄເປັນໃຫ່ຍທາງນໍ້າ
ຕາມປົກກະຕິ ພຍາຄຸດ ເປັນພາຫະນະ ຂອງພຮະນາຣາຍ ເພາະຄັ້ງໜຶ່ງພຣະຍາຄຸດ ແລະ ພຣະນາຣາຍໄດ້ ປະລອງຣດເດດກັນ ແຕ່ບໍ່ສາມາດເອົາຊະນະກັນໄດ້ ຈິ່ງຕົກລົງກັນວ່າຖ້າເວລາເດີນທາງໄປໃສໃຫ້ພຣພຍາຄຸດເປັນພາຫະນະຂອງພຣະນາຣາຍ ແຕ່ເວລາຢູ່ກັບທີ່ ພຣະຍາຄຸດນັ່ງສູງກວ່າພຣະນາຣາຍ ຕາມປົກກະຕິແລ້ວນາຄຈະເປັນອາຫານຂອງຄຸດ ແຕ່ຖ້ານາຕໂຕໃດນັບຖືສາສນາພຸທກໍ່ຈະປອດໄພຈາກປາກຂອງຄຸດນີ້ເວົ້າຕາມຕໍານານຂ້າງພຸທ.
ໃນນິທານເລຶ່ອງມະໂນລາ ກໍ່ໄດ້ກ່າວເຖິງພຍານາຄອົງໜຶ່ງຊື່ງມີຊື່ວ່າ ພຍາຈິດຕະຊົມພູນາຄຣາຊ ຄອງເມືອງອຸດອນປັນຈາ ແລະ ເຮັດໃຫ້ເມືອງນີ້ອຸດົມສົມບູນຝົນຟ້າຕົກຕາມລະດູການ ເມືອງນີ້ຢູ່ໃນໃຕ້ແຜ່ນດີນມີນາຄສາວໆເປັນບໍລິວານຫ້ອມລ້ອມຢູ່ຫຼາຍກາຍກອງ ແລະ ມີອາວຸດສໍາຄັນຢູ່ຢ່າງໜຶ່ງ ຊື່ງພຣະຍາຄຸດຢ້ານກົວ ອາວຸດຊະນິດນີ້ຊື່ວ່າບ່ວງບາດ ແລະ ຕໍ່ມາໄດ້ມີນາຍພານມາຂໍຢືມເອົາໄປຈັບນາງມະໂນລາ ຊຶ່ງມີເຊື້ອຊາດເປັນນົກດັ່ງພຍາຄຸດ.
ນາຄ ໃນຕໍານານທາງພຸທສາສນາ
ພຣະຣາຫຸນ ໃນພົບທີ່ເກີດເປັນພະຍານາຄຊື່ວ່າ ປັຖວິນທອນ ໄດ້ເຄີຍອະທິຖານ ແລະ ປາຖນາຂໍເກີດເປັນໂອຣົດຂອງພຣະພຸທເຈົ້າພຮະອົງໃດ ພຣະອົງໜຶ່ງໃນອານາຄົດຕະການ ຈາກນັ້ນໄດ້ທໍາບຸນກຸສົນຢູ່ຕະຫຼອດຊີວິດ ພາຍຫຼັງໄດ້ເກີດເປັນພຣະຍາອີນ ສະເວີຍສຸກຢູ່ກາມາຈອນສະວັນ 64 ຊາດ ເປັນພຣະເຈົ້າຈັກກະພັດຢູ່ 1000 ຊາດມາເຖິງກັບທີ 21 ໄດ້ເກີດເປັນ ພຣະເຈົ້າວິມົນຈັກພັດ ຄອບຄອງ ເຣນູວະດີນະຄອນ ມີປາສາດເເກ້ວ 7 ປະການ ອັນສະຫງ່າງາມ ແລ້ວຕໍ່ມາຈຶ່ງໄດ້ເກີດເປັນພຣະຣາຫຸນໂອຣົດຂອງ ສັມມາມັມພຸດທະເຈົ້າ ໂຄຕະມະ ສໍາເຣັດປະຕິສັມພິທາ 4 ວິໂມກ 8 ອະພິນຍາ 6 ເປັນອໍຣະຫັນບັນລຸນິພານໃນເວລາຕໍ່ມາ.
ສວ່ນ ສັມມາມັມພຸດທະເຈົ້າ ເອງກໍ່ໄດ້ເຄີຍເກີດເປັນ ນາຄ ແລະ ພຣະຍານາຄ ໃນຫຼາຍໆ ພົບ ຫຼາຍໆ ຊາດ ເຊັ່ນ : ສະຣີວົກນາຄຣາຊ
ຈັນມະເປຍຍະນາຄຣາຊ
ສັຕທົນຕະນາຕຣາຊ ແລະ ໃນຄາວທີ່ເກີດເປັນ ອຸຕຕຣະນາຄຣາຊ ຊົງໄດ້ຮັບຄໍາພຣະຍາກອນຈາກ ພຣະສຸມົນ ພຣະພຸທເຈົ້າອົງກ່ອນໆ ວ່າຈະໄດ້ສໍາເຣັດໝາກຜົນປະຣິນິພານເກີດເປັນພຣະພຸທເຈົ້າໃນອານາຄົດຕະການ
ໃນຊາດທີ່ເກີດເປັນ ພຣະຍາສັງຄະປາລນາຄຣາຊ ໄດ້ຊົງຖືສີນປໍຣະມັຖຖະບາຣະມີ ມີຜູ້ແທງພຮະອົງດວ້ຍຫອບດາບ ພຣະອົງກໍບໍ່ຊົງທໍາຮ້າຍຕອບ ເຖິງຍອມສະລະຊີວິດເພື່ອການບັນລຸໃນອານາຄົດ
ຄັ້ງສຸດທ້າຍ(ໃນສະໄໝພຣະເຈົ້າ 10 ຊາດ) ເກີດເປັນພູຣິທັດນາຄຣາຊ ເມື່ອຖືກພາມ (ທີ່ໄດ້ເວດມົນຄາຖາຈັບງູ ຈາກພຣະຍາຄຸດ) ບັງຄັບ ແລະ ທໍຣະມານໃຫ້ຫຼີນລະຄອນ ທັງທີ່ພຣະອົງສາມາດທໍາຮ້າຍເຂົາໄດ້ພຣະອົງກໍ່ບໍ່ເຮັດຊົງບໍາເພັນຂັນຕິ ອະຫິງສາທັມຕໍ່ໄປ
ພາຍຫຼັງສະເດັດສູ່ປຣະຣິນິພານແລ້ວ ພຣະບໍຣົມມະທາດອົງໜຶ່ງຊື່ວ່າ ພະແຂ້ວແກ້ວ ໄດ້ຊົງສະເດັດໄປປະດິດສຖານຢູ່ເມືອງນາຄ
ຂໍຂອບໃຈຂໍ້ມູນຈາກ : ສານຈາກມະຣຸກຂະນະຄອນ
ຕິດຕາມ ບົດຄວາມເລື່ອງນາຕໃນບົດຄວາມຕໍ່ໄປ
ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple

ความคิดเห็น